ນັກສຶກສາລາວ ຈຳນວນ 53 ຄົນ (ຍິງ 34 ຄົນ) ໄດ້ສຳເລັດການສຶກສາ ສາຂາ ຄູພາສາຈີນ ໃນຫຼັກສູດ 2+2 ຮຸ່ນທໍາອິດ ຂອງມະຫາວິທະຍາໄລ ຊົນເຜົ່າກວາງຊີ ສປ ຈີນ ແລະ ມະຫາວິທະຍາໄລແຫ່ງຊາດ.
ມະຫາວິທະຍາໄລ ຊົນເຜົ່າກວາງຊີ ສປ ຈີນ ໄດ້ຈັດພິທີມອບຮັບໃບປະກາດສະນີຍະບັດໃຫ້ແກ່ນັກສຶກ ດັ່ງກ່າວ ເມື່ອມໍ່ໆມານີ້
ສຈ.ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ໄດ້ຊົມເຊີຍ ນັກສຶກສາຮຸ່ນທໍາອິດ ທີ່ສາມາດອົດທົນ ຜ່ານຜ່າອຸປະສັກ ຈົນສາມາດຈົບ ແລະ ໄດ້ຮັບປະກາດສະນີຍະບັດໝົດທຸກຄົນ ພ້ອມທັງຮຽກຮ້ອງໃຫ້ນັກສຶກສາ ຈົ່ງສືບຕໍ່ມານະຈິດ ໃນການສືບຕໍ່ຊອກຮູ້ຮໍ່າຮຽນ, ຮູ້ບຸນຄຸນ, ເປັນຄົນດີຂອງສັງຄົມ ກຽມພ້ອມຮັບໃຊ້ຊາດ ຮັບໃຊ້ປະຊາຊົນ.
ສຈ.ປອ. ເດຊານຸລາດ ແສນດວງເດດ ຍັງໄດ້ກ່າວຂອບໃຈມາຍັງ ຝ່າຍຈີນທຸກພາກສ່ວນ ທີ່ໄດ້ຊ່ວຍມະຫາວິທະຍາໄລແຫ່ງຊາດ ໃນການສ້າງບຸກຄະລາກອນ.
ນອກຈາກນັ້ນ ທ່ານ ວົງປາໂນ ສີປະເສີດ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນໜານໜິງ, ທ່ານ ສຈ. ປອ. ປ້ຽນເສິນຫຼິນ ເລຂາຄະນະພັກມະຫາວິທະຍາໄລຊົນເຜົ່າກວາງຊີ, ທ່ານ ສຈ.ປອ. ເຫວີຍຊືເຈີນ ອະທິການບໍດີມະຫາວິທະຍາໄລຊົນເຜົ່າກວາງຊີ, ທ່ານ ຫູຈືຜິງ ຮອງຫົວໜ້າສູນຮ່ວມມືພາສາຈີນ-ພາສາຕ່າງປະເທດ ກະຊວງສຶກສາທິການຈີນ ກໍ່ໄດ້ຜັດປ່ຽນກັນຂຶ້ນກ່າວຊົມເຊີຍ ແລະ ຕີລາຄາສູງຕໍ່ ຜົນງານການຮ່ວມມື ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລ ຊົນເຜົ່າກວາງຊີ ໃນການສ້າງບຸກຄະລາກອນ ດ້ານຄູພາສາຈີນ ເຊິ່ງເປັນສາຂາທີ່ ສປປ ລາວ ພວກເຮົາຍັງຂາດແຄນ.
ໃນພິທີດັ່ງກ່າວ ສຈ. ປອ. ເດຊານຸລາດ ແສນດວງເດດ ແລະ ທ່ານ ສຈ. ປອ. ນ. ເຫວີຍຊືເຈີນ ໄດ້ຂຶ້ນມອບປະກາດສະນີຍະບັດ ຮ່ວມກັນໃຫ້ແກ່ນັກສຶກສາສາຂາຄູພາສາຈີນຈໍານວນ 53 ຄົນ.ໃນຕອນທ້າຍຕາງໜ້ານັກສຶກສາໄດ້ຂຶ້ນກ່າວສະແດງຄວາມຂອບໃຈ ແລະ ຂຶ້ນຮ້ອງເພງມະຫາວິທະຍາໄລຊົນເຜົ່າກວາງຊີ ແລະ ເພງລາກ່ອນ ເຊິ່ງໄດ້ສ້າງບັນຍາກາດ ແລະ ຄວາມປະທັບໃຈໃນພິທີດັ່ງກ່າວ.
ນອກຈາກ ຄະນະນຳ ຂອງ ສອງມະຫາວິທະຍາໄລ ແລະ ສູນຮ່ວມມືພາສາຈີນ-ພາສາຕ່າງປະເທດ ກະຊວງສຶກສາທິການຈີນ ເຂົ້າຮ່ວມໃນພິທີນີ້ ຍັງມີ ທ່ານ ຫຼົວຢ້າວກວາງ ຫົວໜ້າຫ້ອງການ ພົວພັນສາກົນ ພະແນກສຶກສາ ແຂວງກວາງຊີ ກໍ່ໄດ້ເຂົ້າຮ່ວມ ເຊັ່ນກັນ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,412 | 21,687 |
![]() THB | 654.57 | 667.01 |
![]() EUR | 23,872 | 23,350 |
![]() CNY | 2,906 | 2,964 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |