pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
ຮຽບຮຽງໂດຍ:Pele
ເຜີຍແຜ່: 1 July, 2025

ກອງບັນຊາການ ປກສ ເມືອງ ທ່າແຂກ ແຂວງຄຳມ່ວນ ສາມາດມ້າງລາຍຄະດີລັກຕັດສາຍໄຟຟ້າເຍືອງທາງ ຢູ່ຂອບເຂດສີ່ແຍກ ບ້ານເລົ່າໂພໄຊ ເສັ້ນທາງໄປຫາ ບ້ານປາກດົງ ເມືອງທ່າແຂກ ແຂວງຄຳມ່ວນ ແລະ ຄ້າ-ຂາຍ, ມົ້ວສຸມເສບຢາເສບຕິດ ກັກຕົວຜູ້ຖືກຫາໄດ້ ຈຳນວນ 7 ຄົນ, ພ້ອມຢຶດເຄື່ອງຂອງກາງ ຢາບ້າ 214 ເມັດ, ສາຍທອງທີ່ປອກແລ້ວ ຈຳນວນ 4 ກິໂລ ແລະ ມີດຍາວ 40 cm 01 ເຫຼັມ. ໃນລະຫວ່າງວັນທີ 14 ຫາ 19 ພຶດສະພາ 2025 ຜ່ານມາ.

 

 

ມີກຸ່ມຄົນບໍ່ຫວັງດີມາລັກຕັດສາຍໄຟຟ້າເຍືອງທາງ ຢູ່ຂອບ ເຂດສີ່ແຍກ ບ້ານເລົ່າໂພໄຊ ເສັ້ນທາງໄປຫາ ບ້ານປາກດົງ ເມືອງທ່າແຂກ, ແຂວງຄຳມ່ວນ, ສາມາດຈັບຕົວເປົ້າໝາຍໄດ້ ໃນວັນດຽວກັນ ຈຳນວນ 05 ຄົນ ຊື່ ທ້າວ ລັດສະໝີ ໄຊປັນຍາ(ລັ່ງ) ອາຍຸ 27 ປິ, ທ້າວ ດາວອນ ຈັນທິລາດ (ວອນ) ອາຍຸ 25 ປີ, ທ້າວ ອິນທະສອນ ສອນດາວັນ (ໃຫຍ່) ອາຍຸ 25 ປີ, ທ້າວ ສອນພະຈັນ ວົງຄຳໄຊ (ຈ໋ຽມ) ອາຍຸ 25 ປີ ແລະ ທ້າວ ພັນ ໄຊປັນຍາ ອາຍຸ 20 ປີ ທັງ 05 ຄົນ, ເປັນປະຊາຊົນຢູ່ບ້ານ ວຽງວິໄລ ເມືອງທ່າແຂກ ແຂວງຄຳມ່ວນ

 

 

ທີ່ມາ: ລາຍການຄວາມສະຫງົບເມືອງທ່າແຂກ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
ຢ່າລື່ມກົດຕິດຕາມ