pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 1 July, 2025
ໝວດ: ຂ່າວ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 28-29 ມິຖຸນາ 2025, ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ເຄື່ອນໄຫວ ຕິດຕາມ, ຊຸກຍູ້ວຽກງານຢູ່ເມືອງຍົມມະລາດ, ເມືອງທ່າແຂກ ແລະ ເມືອງໜອງບົກ ແຂວງຄໍາມ່ວນ ໂດຍການຕ້ອນຮັບຂອງຄະນະນໍາພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ.

 

 

ການລົງຊຸກຍູ້ວຽກງານ ໃນຄັ້ງນີ້, ຄະນະດັ່ງກ່າວ ໄດ້ລົງຕິດຕາມເບິ່ງພື້ນຖານການຜະລິດ ຂອງປະຊາຊົນ ແລະ ໂຄງລ່າງດ້ານຊົນລະປະທານ ໂດຍສະເພາະ ລະບົບນໍ້າໄຫລເຂົ້າເອງປ່ອງທີ 1, ປ່ອງທີ 3 ແລະ ປ່ອງທີ 4 ຢູ່ເມືອງຍົມມະລາດ ເຊິ່ງມີຄວາມສາມາດຫົດເນື້ອທີ່ການຜະລິດໄດ້ເຖິງ 9.700 ເຮັກຕາ. ໃນນັ້ນປະຕູນໍ້າປ່ອງທີ 1 ສາມາດຫົດເນື້ອທີ່ການຜະລິດໄດ້ 3.300 ເຮັກຕາ, ປະຕູນໍ້າປ່ອງທີ 3 ສາມາດຫົດເນື້ອທີ່ການຜະລິດໄດ້ 2.700 ເຮັກຕາ ແລະ ປະຕູນໍ້າປ່ອງທີ 4 ສາມາດຫົດເນື້ອທີ່ການຜະລິດໄດ້ 3.700 ເຮັກຕາ. ພ້ອມທັງລົງຕິດຕາມເບິ່ງການພັດທະນາເນື້ອທີ່ສໍາປະທານ ຂອງບໍລິສັດ ນຳເຂົ້າ-ສົ່ງອອກ ຄໍາມ່ວນ ທີ່ໄດ້ລົງທຶນດ້ານການປູກຝັງ ແລະ ລ້ຽງສັດ.

 

 

ພ້ອມນີ້, ຍັງໄດ້ລົງຕິດຕາມກວດກາ ຄວາມຄືບໜ້າຂອງການກໍ່ສ້າງກັນຕະຝັ່ງເຈື່ອນຢູ່ວັດພະທາດສີໂຄດຕະບອງ ແລະ ຕິດຕາມເບິ່ງການກໍ່ສ້າງໂຮງງານຜະລິດປຸ໋ຍ ຢູ່ບ້ານໃໝ່ໂພສີຂອງບໍລິສັດ DM ກຣຸບ ເຊິ່ງປັດຈຸບັນແມ່ນຢູ່ໃນໄລຍະຂອງການກໍ່ສ້າງ ຢູ່ເມືອງທ່າແຂກ, ນອກນີ້, ຄະນະດັ່ງກ່າວ, ລົງຕິດຕາມຊຸກຍູ້ ແລະ ຊີ້ນໍາຮາກຖານການຜະລິດກະສິກໍາ ຂອງປະຊາຊົນ ບ້ານດອນປາແດກ, ຕິດຕາມເບິ່ງບັນດາພື້ນຖານໂຄງລ່າງດ້ານຊົນລະປະທານ ໃນການກະກຽມຄວາມພ້ອມຮັບມືກັບໄພພິບັດໃນໄລຍະລະດູຝົນ ເພື່ອສະເໜີງົບປະມານ ເຂົ້າໃນການຟື້ນຟູສ້ອມແປງໂຄງລ່າງພື້ນຖານ ລະບົບຕ້ານແລ້ງ-ຕ້ານຖ້ວມ ແລະ ຕິດຕາມເບິ່ງໂຄງການລ້ຽງກຸ້ງ ໃນນາເຂົ້າຢູ່ບ້ານຊຽງຫວາງທ່າ ເມືອງໜອງບົກຕື່ມອີກ

 

ຂ່າວ-ພາບ: ແດງສະຫວັດ ແສນພານິດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
ຢ່າລື່ມກົດຕິດຕາມ