pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
ຮຽບຮຽງໂດຍ:Pele
ເຜີຍແຜ່: 2 July, 2025
ໝວດ: ຂ່າວ

ບໍລິສັດ ໄບຣຊອຍສ ຈໍາກັດຜູ້ດຽວ ໄດ້ນໍາເຄື່ອງຊ່ວຍເຫຼືອປະເພດເກີບແພຈໍານວນ 100 ກວ່າຄູ່ ມາມອບໃຫ້ໜັງສືພິມປະຊາຊົນ ເພື່ອນໍາໄປມອບຕໍ່ໃຫ້ນັກຮຽນຢູ່ເຂດຫ່າງໄກສອກຫຼີກ ໃນວັນທີ 1 ກໍລະກົດນີ້ ທີ່ສໍານັກງານໜັງສືພິມປະຊາຊົນ ກ່າວມອບໂດຍທ່ານນາງ ລັດຕະນະໄຊ ແສນກີດຈະນຸລັກ ຜູ້ອໍານວຍການບໍລິສັດ ໄບຣຊອຍສ ຈໍາກັດຜູ້ດຽວ (BRIGHT CHOICE) ພ້ອມດ້ວຍຄອບຄົວ ໂດຍການກ່າວຮັບຂອງທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ.

 

ບໍລິສັດ ໄບຣຊອຍສ ຈໍາກັດຜູ້ດຽວ ໄດ້ສ້າງຕັ້ງຂຶ້ນໃນປີ 2020 ຊຶ່ງມີສຳນັກງານຕັ້ງຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ດໍາເນີນທຸລະກິດດ້ານການບໍລິການ ດ້ານທີ່ປຶກສາໃນການໄປຮຽນຕໍ່ຢູ່ຕ່າງປະເທດ, ການຈັດໂປຣແກມທັດສະນະສຶກສາເຂດເອີຣົບ ແລະ ສປ ຈີນ ທີ່ປຶກສາທຸລະກິດ ແລະ ດ້ານການເງິນ, ບໍລິການຈັດງານເຊັ່ນ: ຈັດງານວາງສະແດງ ODOP LAO CARNIVAL ໃນປີ 2021 ຮ່ວມຈັດງານຕະຫຼາດນັດຜູ້ປະກອບການໜຸ່ມ (Young Entrepreneur Trade Fair) ໃຫ້ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວໃນປີ 2021 ແລະ ເມື່ອບໍ່ດົນມານີ້ໄດ້ຮ່ວມຈັດງານ ASEAN TOURISM FORUM 2024. ສຳລັບປີນີ້ກຳລັງກະກຽມງານເຊື່ອມໂຍງອຸດສາຫະກຳອາຊຽນ-ຈີນ (ASEAN-China Future Industry Connect 2025) ທີ່ ສປປ ລາວ ຊຶ່ງຈະຈັດຂຶ້ນໃນທ້າຍປີ 2025. ພ້ອມນີ້, ທ່ານ ອີ້ ຕີ່ງ (Yi Ding) ຜູ້ອໍານວຍການບໍລິສັດ ເອັນຮານສ ອິນເຕີເນຊັນແນວ (ENHANCE INTERNATIONAL COOPERATION Ltd ໃຫ້ຮູ້ອີກວ່າ: ພວກເຮົາໄດ້ຈົດທະບຽນບໍລິສັດ ເອັນຮານສ ອິນເຕີເນຊັນແນວ ທີ່ປະເທດອັງກິດນັບແຕ່ປີ 2013 ຊຶ່ງດໍາເນີນທຸລະກິດເພື່ອບໍລິການສ້າງໂປຣແກມທັດສະນະສຶກສາໃນລະດູຮ້ອນ ສໍາລັບນັກຮຽນຈາກອາຊີ (ໂດຍສະເພາະ ສປ ຈີນ ແລະ ສປປ ລາວ) ໄປທະວີບເອີຣົບ ແລະ ອາເມຣິກາ, ບໍລິການຈັບຄູ່ທຸລະກິດລະຫວ່າງເອກະຊົນ ແລະ ເອກະຊົນ (B2B), ລັດຖະບານກັບລັດຖະບານ (G2G) ລວມທັງລັດຖະບານ ແລະ ເອກະຊົນ, ບໍລິການຈັດງານແລກປ່ຽນວັດທະນະທຳ ແລະ ການຄ້າ, ການສຶກສາຂອງຈີນກັບບັນດານາໆຊາດ, ຜ່ານມາທັງສອງບໍລິສັດ ໄດ້ປະກອບສ່ວນຊ່ວຍເຫຼືອທຶນການສຶກສາ ໃຫ້ນັກສຶກສາລາວໃນລະດັບປະລິນຍາຕີຈົນຈົບຫຼັກສູດຈໍານວນ 2 ທຶນ (2018-2024).

 

ໂອກາດນີ້, ທ່ານ ວັນໄຊ ຕະວິນຍານ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານ ອີ້ ຕີ່ງ ແລະ ທ່ານນາງ ລັດຕະນະໄຊ ແສນກີດຈະນຸລັກ ທີ່ໄດ້ນໍາເອົາເຄື່ອງມາມອບໃຫ້ໃນຄັ້ງນີ້ ເພື່ອນໍາໄປຊ່ວຍເຫຼືອນັກຮຽນທີ່ດ້ອຍໂອກາດຢູ່ເຂດຫ່າງໄກສອກຫຼີກ ອວຍພອນໄຊໃຫ້ທັງສອງທ່ານພ້ອມດ້ວຍຄອບຄົວ ແລະ ພະນັກງານຈົ່ງມີສຸຂະພາບແຂງ ທຸລະກິດມີຄວາມຈະເລີນກ້າວໜ້າຍິ່ງໆຂຶ້ນ.

 

ຂ່າວ-ພາບ: ຍຸພິນທອງ + ບຸນອູ້ມ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-03T161732.503
ຍີ່ປຸ່ນກຽມພ້ອມຮັບມື "Megaquake" ເປີດເຜີຍແຜນໃຊ້ AI ຫຼຸດຜູ້ເສຍຊີວິດສູງສຸດ 300,000 ຄົນ
_cover - 2025-07-03T152835.513
ຈະເກີດຫຍັງຂຶ້ນ ເມື່ອງົດດື່ມແອລກໍຮໍ ນອນງ່າຍ ໜ້າທ້ອງຫາຍ ຜິວດີ ແທ້ຫຼືບໍ່?
_cover - 2025-07-03T144001.784
ແຜ່ນດິນໄຫວກວ່າ 900 ຄັ້ງ ສັ່ນສະເທືອນໝູ່ເກາະໂທຄາຣະຂອງຍີ່ປຸ່ນໃນເວລາພຽງ 2 ອາທິດ
_cover - 2025-07-03T135925.491
ສະຫະລັດລົງນາມຂໍ້ຕົກລົງການຄ້າກັບຫວຽດນາມ ຕົກລົງຫຼຸດພາສີຈາກ 46% ເຫຼືອ 20%
_cover - 2025-07-03T115136.160
ເຮືອເຟີຣີ່ຫຼົ້ມໃກ້ເກາະບາຫລີ ສູນຫາຍກວ່າ 30 ຄົນ ຄາດວ່າເປັນບັນຫາເຄື່ອງຈັກ
_cover - 2025-07-03T111331.155
ບໍລິສັດ "Neta" ກຽມກັບມາດຳເນີນສາຍການຜະລິດອີກຄັ້ງ ຫຼັງປະກາດລົ້ມລະລາຍເພື່ອປັບໂຄງສ້າງອົງກອນ
_cover - 2025-07-03T103006.031
ເຕືອນ!!! ປະຈຸບັນ ມີກຸ່ມຄົນບໍ່ຫວັງດີ ໄດ້ປອມແປງທະນະບັດ ສະກຸນເງິນກີບ ປະເພດໃບ 100,000 ກີບ ລຸ້ນປີ 2020 ອອກມາໃຊ້ຈ່າຍໃນສັງຄົມ
_cover - 2025-07-03T093700.780
ແຈ້ງປັບລາຄານ້ຳມັນ ເລີ່ມປະຕິບັດ 06:00 ໂມງຂອງວັນທີ 03 ກໍລະກົດ 2025
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
ຢ່າລື່ມກົດຕິດຕາມ