ຂ່າວ-Tou-Vientianepost (96)
ບໍລິສັດ ເບຍລາວ ປະກາດ ອັດສີດເງິນສະໜັບສະໜູນໃຫ້ກັບທີມນັກກິລາລາວ ທີ່ສາມາດ ຄວ້າຫຼຽນກັບຄືນມາປະເທດ ລວມມູນຄ່າ 300 ລ້ານກີບ
ຮຽບຮຽງໂດຍ:Staff
ເຜີຍແຜ່: 11 ເດືອນພຶດສະພາ, 2023
ໝວດ: ກິລາ

ເປັນຂ່າວທີ່ດີຫຼາຍ ພ້ອມທັງເປັນການ ສ້າງຂວັນ ກໍາລັງໃຈ ໃຫ້ນັກກິລາລາວ ໃນການລ່າຫຼຽນລາງວັນ ຈາກງານການແຂ່ງຂັນ ກິລາ ຊີເກມ ທີ່ປະເທດ ກໍາປູເຈຍ ເປັນເຈົ້າພາບ ໂດຍທາງເພຈ ບໍລິສັດ ເບຍລາວ ຈຳກັດ – Lao Brewery Co., Ltd. ໄດ້ປະກາດ ອັດສີດເງິນສະໜັບສະໜູນໃຫ້ກັບທີມນັກກິລາລາວ ທີ່ສາມາດ ຄວ້າຫຼຽນກັບຄືນມາປະເທດ ລວມມູນຄ່າ 300 ລ້ານກີບ ໂດຍເຫັນໄດ້ ຄວາມສໍາຄັນ ໃນການສົ່ງເສີມ ແລະ ພັດທະນາ ກິລາ ຢູ່ ສປປ ລາວ ໃຫ້ກ້າວໄກ ທຽບເທົ່າ ສາກົນ.

ກໍາລັງດໍາເນີນໄປ ຢ່າງດຸເດືອດ ກັບງານມະຫະກໍາກິລາ ທີ່ຫຍິ່ງໃຫຍ່ທີ່ສຸດ ຂອງຊາດໃນເຂດ ອາຊີຕາເວັນອອກສຽງໃຕ້ ຫຼື SEA Games 2023 ໂດຍໃນປີນີ້ ຈັດຂຶ້ນ ເປັນຄັ້ງທໍາອິດ ໃນປະຫວັດສາດ ຂອງປະເທດກໍາປູເຈຍ ແລະມີທັງໝົດ 11 ຊາດເຂົ້າຮ່ວມ, ມີການແຂ່ງຂັນ ຊິງໄຊກັນ ທັງໝົດ 584 ຫຼຽນ ຈາກທັງໝົດ 36 ປະເພດກິລາ ມີນັກກິລາທັງໝົດ ເຂົ້າຮ່ວມ 6 ພັນກ່ວາຄົນ. ສໍາລັບ

ສປປ ລາວ ມີນັກກິລາ, ຄູຝຶກ ແລະ ຄະນະນໍາເຂົ້າຮ່ວມທັງໝົດ 576 ຄົນ ໂດຍສົ່ງເຂົ້າຊິງໄຊ ໃນຈໍານວນ 32 ປະເພດກິລາ.
ຜົນການແຂ່ງຂັນ ງານມະຫະກໍາ ກິລາຊີເກມ ຮອດວັນທີ 9 ພຶດສະພາ 2023, ທີມນັກກິລາລາວ ສາມາດ ຍາດໄດ້ແລ້ວ ຫຼຽນຄໍາ 5 ຫຼຽນ, ຫຼຽນເງິນ 8 ຫຼຽນ ແລະ ຫຼຽນທອງ 29 ຫຼຽນ, ຢູ່ອັນດັບທີ 9 ຈາກທັງໝົດ 11 ປະເທດ.

ງານການແຂ່ງຂັນ ມະຫະກໍາ ກິລາຊີເກມ ຄັ້ງທີ່ 32 ທີ່ປະເທດ ກໍາປູເຈຍ ຈະຈັດຂຶ້ນ ລະຫວ່າງວັນທີ 05-17 ພຶດສະພາ 2023. ມາຮ່ວມສົ່ງແຮງຈິດ ແຮງໃຈ ຮ່ວມສະໜັບສະໜູນທີມຊາດ ລາວ ໄປພ້ອມກັບ ບໍລິສັດ ເບຍລາວ ຈໍາກັດ ດັ່ງຄໍາຂວັນ Proud to be Lao ແລະ ເພື່ອໃຫ້ທັບນັກກິລາວ ສາມາດຍາດ ຫຼຽນປະເພດຕ່າງໆ ມາໃຫ້ໄດ້ຫຼາຍໆເພື່ອສ້າງຄວາມປະທັບໃຈ ຄວາມດີໃຈ ແລະ ຮອຍຍິ້ມ ໃຫ້ປວງຊົນລາວທັງຊາດ.

ທີ່ມາ ບໍລິສັດ ເບຍລາວ ຈຳກັດ – Lao Brewery

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ປີນີ້ແຂວງວຽງຈັນຈະແກ້ໄຂຄອບຄົວທຸກຍາກ ໃຫ້ໄດ້ 1.600 ຄອບຄົວ
2
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມ ເວທີປຶກສາຫາລືອະນາຄົດ ອາຊຽນ
2
ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ
2
ໄທ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19ເພີ່ມຂຶ້ນຢ່າງຫລວງຫລາຍຫລັງບຸນສົງການ
2
ສະຫລົດ! ມີຜູ້ເສຍຊີວິດ 33 ຄົນຈາກອຸບັດເຫດ ໃນໄລຍະບຸນປີໃໝ່ລາວ
2
ນາຍົກ ຈະເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລື ອະນາຄົດອາຊຽນ
2
ປະທານປະເທດ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມ ກຳປູເຈຍ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ
2
ກຳປູເຈຍ ສົ່ງອອກລົດຖີບ ຫລຸດລົງ 43%
2
ສປຈີນ ຈັດສັນງົບປະມານ ຊຸກຍູ້ການລົງທຶນ ຫລາຍກວ່າ 2 ແສນລ້ານຢວນ
2
ສປຊ ຮຽກຮ້ອງໃຫ້ຄວາມຊ່ວຍເຫຼືອເຂດກາຊາ ຈຳນວນ ເງິນ 2,8 ຕື້ໂດລາ
ຢ່າລື່ມກົດຕິດຕາມ