ໃນວັນທີ 7 ກໍລະກົດ 2025 ເປັນຕົ້ນໄປ, ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຈະເລີ່ມນຳໃຊ້ປະຕິບັດຕາຕະລາງເວລາແລ່ນລົດໄຟຂອງໄຕມາດທີສາມ, ໃນໄຕມາດນີ້ ທາງລົດໄຟລາວ-ຈີນ ຈະເປີດແລ່ນລົດໄຟທັງໝົດຈຳນວນ 7 ຄູ່ ຫຼື 14 ຖ້ຽວ, ໃນນັ້ນມີລົດໄຟ EMU ທີ່ແລ່ນຢູ່ໃນລາວ 4 ຄູ່, ລົດໄຟທໍາມະດາ 1 ຄູ່ ແລະ ລົດໄຟ EMU ແລ່ນຂ້າມແດນ 2 ຄູ່. ໃນຊ່ວງເທດສະການ ຫຼື ວັນພັກ ທີ່ມີຜູ້ໂດຍສານເພີ່ມຂຶ້ນຫຼາຍອາດຈະເພີ່ມຖ້ຽວລົດໄຟ ຫຼື ຕໍ່ລົດໄຟສອງຂະບວນໃສ່ກັນຕາມຄວາມເໝາະສົມ.
ລົດໄຟຂ້າມແດນຖ້ຽວ D84/83 ແມ່ນລົດໄຟທີ່ເປີດໃຫມ່ຈາກສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີຄຸນໝິງ ໂດຍຈະເລີ່ມໃຫ້ບໍລິການໃນວັນທີ 7 ກໍລະກົດ 2025 ເປັນຕົ້ນໄປ. ຂະບວນລົດໄຟຖ້ຽວ C86/85 ທີ່ແລ່ນໄປກັບລະຫວ່າງນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ ແມ່ນຈະແລ່ນສະເພາະວັນສຸກ, ວັນເສົາ ແລະ ວັນອາທິດຂອງທຸກອາທິດເທົ່ານັ້ນ, ສ່ວນລົດໄຟຖ້ຽວ C98/97 ທີ່ແລ່ນໄປກັບຈາກນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ ໃນຊ່ວງຜ່ານມາແມ່ນຈະຢຸດໃຫ້ບໍລິການຊົ່ວຄາວ, ເວລາຈະກັບຄືນມາເປີດໃຫ້ບໍລິການແມ່ນອີງຕາມແຈ້ງການຂອງບໍລິສັດເປັນຫຼັກ.
ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ການເດີນທາງ, ທ່ານຜູ້ໂດຍສານສາມາດວາງແຜນການເດີນທາງໄດ້ລ່ວງໜ້າ ໂດຍທ່ານສາມາດຊື້ປີ້ລົດໄຟໄດ້ລ່ວງໜ້າ 7 ມື້ຜ່ານແອັບຂາຍປີ້ອອນລາຍ LCR Tickets ແລະ ຫ້ອງຂາຍປີ້ປະຈຳແຕ່ລະສະຖານີ ຫຼື ຈຸດຂາຍປີ້ທົ່ວໄປ.
ຂໍຂອບໃຈທີ່ທ່ານໃຫ້ການສະໜັບສະໜູນ ແລະ ນຳໃຊ້ທາງລົດໄຟລາວ-ຈີນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,398 | 21,673 |
![]() THB | 659.07 | 670.93 |
![]() EUR | 24,168 | 24,652 |
![]() CNY | 2,906 | 2,964 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |