pele - 2025-07-09T135934.679
ປະຊາຊົນ ບ້ານນາດອນຄູນ ໄດ້ຮັບຜົນກະທົບໄພພິບັດນ້ຳຖ້ວມ
ຮຽບຮຽງໂດຍ:Pele
ເຜີຍແຜ່: 9 July, 2025

ໃນວັນທີ 6 ກໍລະກົດຜ່ານມານີ້, ຄະນະຮັບຜິດຊອບກຸ່ມກອກຫວານ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ລົງກວດກາຕົວຈິງ ຜົນກະທົບໄພພິບັດນ້ຳຖ້ວມ ຢູ່ບ້ານນາດອນຄູນ ທີ່ຖືກກະທົບຈາກໄພນ້ຳຖ້ວມ ນຳໂດຍ ທ່ານ ພັນໂທ ບຸນຄົງ ອຳພອນ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງພະບາງ ຮອງຫົວໜ້າກຸ່ມພັດທະນາກອກຫວານ.

 

 

ບ້ານ ນາດອນຄູນ ຕັ້ງຢູ່ຫ່າງຈາກເທສະບານນະຄອນ 24 ກິໂລແມັດ, ປະກອບມີ 42 ຫຼັງຄາເຮືອນ, ມີ 40 ຄອບຄົວ, ມີ214 ຄົນຍິງ 94 ຄົນ, ການປະກອບອາຊີບສ່ວນໃຫຍ່ຂອງປະຊາຊົນ ແມ່ນທໍາການຜະລິດກະສິກຳເຊັ່ນ: ເຮັດນາ, ລ້ຽງສັດ, ບໍລິການຄ້າຂາຍ ແລະກຳມະກອນ ເປັນອາຊີບຕົ້ນຕໍ.

 

ໃນຄ່ຳຄືນຂອງວັນທີ 5 ກໍລະກົດ ຜ່ານມາເກີດມີຝົນຕົກໜັກ ເຮັດໃຫ້ນ້ຳຫ້ວຍງູນ ແລະນ້ຳຫ້ວຍພູໝາກຫີນ ເກີດມີນ້ຳນອງໄຫຼຊຸກະທັນຫັນ ເຂົ້າຖ້ວມເຮືອນຂອງປະຊາຊົນພາຍໃນບ້ານຈຳນວນໜຶ່ງ ແລະຖ້ວມທົ່ງນາ. ຜ່ານການລົງກວດກາຕົວຈິງເຫັນວ່າ ເຮືອນຂອງປະຊາຊົນ ຖືກນ້ຳຖ້ວມ ຈຳນວນ 13 ຄອບຄົວ, ທົ່ງນາ 10ກວ່າເຮັກຕາ ຖືກນ້ຳໄຫຼຊຸເອົາຂີ້ດິນ, ໝາກຫີນ, ຂອນໄມ້ ຖົມນາເຂົ້າທີ່ປູກກຳລັງຂຽວງາມ, ທັງໄດ້ຍື່ງຖ້ວມທົ່ງນາເປັນວົງກວ້າງ ແລະຜົນລະປູກຈຳນວນໜຶ່ງ ແມ່ນຖືກນ້ຳຖ້ວມ. ປັດຈຸບັນປະຊາຊົນ ຂາດນ້ຳສະອາດຊົມໃຊ້, ຂາດສະບຽງອາຫານ ແລະເຄື່ອງໃຊ້ພາຍໃນຄອບຄົວຈຳນວນໜຶ່ງແມ່ນຖືກນ້ຳຖ້ວມ, ສ່ວນການແກ້ໄຂເບື້ອງຕົ້ນ ປະຊາຊົນໄດ້ຍ້າຍເຄື່ອງຂອງ ແລະສັດລ້ຽງຂຶ້ນໄປໄວ້ທີ່ສູງ ທັງໄດ້ເລັ່ງອະນາໄມເຮືອນທີ່ຖືກນ້ຳຖ້ວມ ພາຍຫຼັງລະດັບນ້ຳຫລຸດລົງ.

 

ພາບ-ຂ່າວ: ຫ້ອງການ ຖວທ ນະຄອນຫຼວງພະບາງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ