
ຫຼັງຈາກທີ່ ນາງ ບູ ຊຳນັງ ນັກກິລາແລ່ນ-ລານທີມຊາດກຳປູເຈຍ ແລ່ນຝ່າສາຍຝົນໃນການແຂ່ງຂັນແລ່ນ 5.000 ແມັດຍິງ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ສະໜາມກິລາແຫ່ງຊາດມໍລະດົກເຕໂຊ ເມື່ອບໍ່ດົນມານີ້ ຊຶ່ງນັກກິລາຄົນນີ້ແລ່ນແບບບໍ່ຍອມຈຳນົນເຖິງວ່າຄູ່ແຂ່ງຄົນອື່ນໆຈະເຂົ້າເສັ້ນໄຊໄປແລ້ວປະມານ 6 ນາທີກໍຕາມ ແຕ່ລາວຍັງແລ່ນຕໍ່ຈົນຈົບການແຂ່ງຂັນ ດ້ວຍເວລາ 22 ນາທີ 54,200 ວິນາທີ ຈົນໄດ້ຮັບສຽງຍ້ອງຍໍຊົມເຊີຍຢ່າງຫຼວງຫຼາຍຈາກແຟນກິລາ.
ຫຼ້າສຸດ ພະນະທ່ານ ສົມເດັດ ຮຸນແຊນ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກຳປູເຈຍ ໄດ້ໂພດຜ່ານເຟດບຸກສ່ວນຕົວ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ນາງ ບູ ຊຳນັງ ວ່າມີນ້ຳໃຈນັກກິລາຢ່າງແທ້ຈິງ ໂດຍພ້ອມຈະມອບເງິນ ຈຳນວນ 170 ລ້ານກວ່າກີບ (10.000 ໂດລາສະຫະລັດ) ໃຫ້ກັບນັກກິລາແລ່ນ-ລານສາວຄົນນີ້ ເຖິງວ່າທ່ານກຳລັງຕິດພາລະກິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ປະເທດອິນໂດເນເຊຍ ກໍຕາມ.
ພະນະທ່ານ ສົມເດັດ ຮຸນແຊນ ກ່າວວ່າ: “ເຖິງວ່າຂ້າພະເຈົ້າຈະຢູ່ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ປະເທດອິນໂດເນເຊຍ ແຕ່ຂ້ອຍກໍຍັງຕິດຕາມຊົມການແຂ່ງຂັນກິລາໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ພວກເຮົາເປັນເຈົ້າພາບຢ່າງໃກ້ຊິດ ແລະ ສິ່ງທີ່ໜ້າສົນໃຈຄືນັກກິລາທີ່ແລ່ນທ່າມກາງຝົນຕົກ ເຖິງວ່າຈະບໍ່ຕິດການຈັດອັນດັບແລ້ວກໍຕາມ ເພື່ອເປັນກຳລັງໃຈໃນຄວາມອົດທົນພະຍາຍາມ ຂ້າພະເຈົ້າ ພ້ອມດ້ວຍຄອບຄົວ ຕ້ອງການມອບເງິນຈຳນວນ 170 ລ້ານກວ່າກີບ ໃຫ້ກັບນັກກິລາຄົນນີ້”.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














