site cover1 (35)
ຜົນບານ ປາຣີ ແຊັງແຊກແມັງ 4-0 ເຣອັລ ມາດຣິດ ເຂົ້າຊິງພົບກັບເຊລຊີ ຊິງແຊ້ມສະໂມສອນໂລກ 2025
ຮຽບຮຽງໂດຍ:kaling
ເຜີຍແຜ່: 10 July, 2025
ໝວດ: ກິລາ

ປາຣີ ແຊັງແຊກແມັງ ຮ້ອນແຮງຕໍ່ເນື່ອງ ທຸບ ເຣອັລ ມາດຣິດ 4-0 ທະລຸເຂົ້າຊິງ ຟີຟ່າ ຄລັບ ເວີລດ໌ ຄັບ 2025 ກັບ ເຊລຊີ ໂດຍໃນເກມນີ້ ເດັມເບເລ່ ຍິງນຶ່ງປະຕູ ແລະ ຈ່າຍນຶ່ງ ຂະນະທີ່ ຟາເບຍັງ ຣຸຍສ໌ ຍິງສອງລູກປະຕູ

ການແຂ່ງຂັນຟຸດບານ ຟີຟ່າ ຄລັບ ເວີລດ໌ ຄັບ 2025 ຮອບຮອງຊະນະເລີດ ໃນວັນພຸດທີ 9 ກໍລະກົດ 2025 ລະຫວ່າງ ປາຣີ ແຊງ-ແຊີກແມງ ແຊມຟິຍຸລົບທີມລ່າສຸດຈາກຝຣັ່ງ ທ້າດວົນກັບ ເຣອັລ ມາດຣິດ ທີມຍັກໃຫຍ່ຈາກສະເປນ

ໃນເກມນີ້ທັງສອງຝ່າຍມີບັນຫາຜູ້ຫລິ້ນຖືກຫ້າມ ໂດຍ ປີເອສຊີ ບໍ່ມີ ວິລເລຍັງ ປາໂຊ ແລະ ລູກາສ໌ ແອີກງອນເດສ ສອງຜູ້ຫລິ້ນແນວຮັບ ທີ່ໄດ້ຮັບໃບແດງໃນລະຫວ່າງທ້າຍເກມຮອບກ່ອນຮອງ ທີ່ເອົາຊະນະ ບາເຢີນ ມິວນິກ ຂະນະທີ່ “ກະສັດຊຸດຂາວ” ຂາດ ດີນ ເຮົາເຊ່ນ ແນວຮັບຕົວໃໝ່ ທີ່ໄດ້ຮັບໃບແດງໃນເກມຊະນະ ດໍທມຸນດ໌ ຍິ່ງໄປກວ່ານັ້ນ ເທຣັນ ອາເລັກຊານເດີ-ອານໂນລດ໌ ແບັກຂວາຊາວອັງກິດ ຫລິ້ນບໍ່ໄດ້ຍ້ອນມີບັນຫາການບາດເຈັບ

ພຽງນາທີທີ 6 ປີເອສຊີ ໄດ້ປະຕູຂຶ້ນນຳ 1-0 ຈາກຄວາມຜິດພາດຂອງ ຣາອູນ ອາເຊນຊີໂອ ແນວຮັບ ເຣອັລ ມາດຣິດ ທີ່ໂດນ ອຸສມານ ເດັມເບເລ່ ແຍ່ງບານໄປ ກ່ອນທີ່ບານຈະຫລຸດໄປເຖິງ ຟາເບຍັງ ຣຸຍສ໌ ຈົບສະກອງ່າຍໆ ດ້ວຍຕີນຊ້າຍ

ຫລັງຈາກນັ້ນພຽງສອງນາທີ ສະກອປ່ຽນເປັນ 2-0 ຊຶ່ງມາຈາກຄວາມຜິດພາດເອງຂອງ ເຣອັລ ມາດຣິດ ອີກແລ້ວ ແຕ່ຄັ້ງນີ້ແມ່ນ ອັນໂຕນິໂອ ຣຸດິເກີ ທີ່ໂດນ ເດັມເບເລ່ ແຍ່ງບານເຂົ້າໄປຍິງເສຍບມຸມລຸ່ມຢ່າງເດັດຂາດດ້ວຍຕີນຊ້າຍ

ປີເອສຊີ ຫລິ້ນຍິ່ງໄດ້ຍິ່ງໝັ້ນໃຈ ນາທີທີ 24 ໄດ້ປະຕູ 3-0 ຈາກຈັງຫວະທີ່ ອາຊຣາຟ ຮາຄິມີ ໄດ້ບານຫລຸດຂຶ້ນທາງຝັ່ງຂວາ ກ່ອນເປີດເຂົ້າກາງໃຫ້ ຣຸຍສ໌ ທີ່ຄວບຄຸມນຶ່ງຈັງຫວະ ກ່ອນຍິງເນັ້ນໆ ດ້ວຍຊ້າຍ ສົ່ງບານເຂົ້າໄປຕຸງຕາຂ່າຍ

ຫລັງຈາກນັ້ນແຊມຟິຍຸລົບຈາກຝຣັ່ງຍັງເດີນຫນ້າຕໍ່ ແລະເກືອບໄດ້ປະຕູເພີ່ມຈາກ ຄວິຊາ ຄວາຣາຊເຄເລຍ ທີ່ຍິງບານຫລຸດກອບຢ່າງໜ້າເສຍດາຍ

ຈົບຄື່ງທຳອິດ ປາຣີ ແຊງ-ແຊີກແມງ ນຳ ເຣອັລ ມາດຣິດ 3-0

ຊ່ວງຄື່ງຫລັງແມ້ວ່າ ປີເອສຊີ ຜ່ອນການຫລິ້ນລົງໄປ ແຕ່ກໍ່ຍັງຫລິ້ນໄດ້ເໜືອກວ່າ ເຣອັລ ມາດຣິດ ແລະນາທີທີ 88 ມາໄດ້ປະຕູ 4-0 ຈາກ ກອນຊາໂລ ຣາມອສ ຕົວສຳຮອງ

ຈົບເກມ ປາຣີ ແຊງ-ແຊີກແມງ ຖົນ້ຳ ເຣອັລ ມາດຣິດ 4-0 ຜ່ານເຂົ້າສູ່ຮອບຊິງຊະນະເລີດ ໄປທ້າດວົນກັບ ເຊລຊີ ວັນອາທິດທີ 13 ກໍລະກົດນີ້

ລາຍຊື່ 11 ຜູ້ຫລິ້ນຕົວຈິງທັງສອງທີມ

ປາຣີ ແຊງ-ແຊີກແມງ (4-3-3) – ຈານລຸຍຈິ ດອນນາຣຸມມາ ; ອາຊຣາຟ ຮາຄິມີ, ມາກິນຍອສ, ລູກາສ ເບຣາໂລ້, ນູໂນ່ ເມນເດສ ; ຊູເອົາ ເນເວສ, ວິຕິນຍາ, ຟາເບຍັງ ຣຸຍສ໌ ; ເດຊິເຣ ດູເອ້, ອຸສມານ ເດັມເບເລ່, ຄວິຊາ ຄວາຣາຊເຄເລຍ

ເຣອັລ ມາດຣິດ (4-3-3) – ຕິໂບ ກູກົວສ ; ເຟເດຣິໂກ ວັນເວີເດ້, ຣາອູນ ອາເຊນຊີໂອ, ອັນໂຕນິໂອ ຣຸດິເກີ, ຟຣານ ການເຊຍ ; ອາດາ ກິລາ, ໂອເຣເລຍັງ ຊູອາເມນີ, ຈູດ ເບລລິງແຮມ ; ກອນຊາໂລ ການເຊຍ, ຄີລິຍັງ ເອັມບັບເປ້, ວິນິຊິອຸສ ຈູເນຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 11 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,405
21,680
thailand (1)
THB
657.58
667.77
european-union
EUR
24,081
24,563
china
CNY
2,913
2,971
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-11T155041.467
ແຈ້ງມອດໄຟຟ້າ ວັນທີ11-13 ກໍລະກົດ 2025
pele - 2025-07-11T114748.148
ເມືອງສາມັກຄີໄຊ ກຽມລູກປາ 63 ພັນໂຕ ເພື່ອປ່ອຍຄືນສູ່ແຫລ່ງນໍ້າທໍາມະຊາດ
pele - 2025-07-11T105547.613
ສຸມໃສ່ດຳເນີນການທົດແທນຄ່າເສຍຫາຍໃຫ້ຜູ້ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ-ໄທ
site cover1 (41)
ຢູ 13 ດັບເບິນຢູໄອຈີ ນາຄາ ຖືກຕ້ອນຮັບຢ່າງສົມກຽດ ຫລັງຄວ້າແຊັມເຕະບານລະດັບນານາຊາດ ທີ່ປັອກຕຸຍການ
pele - 2025-07-11T103155.935
ຈຳປາສັກ ປ່ອຍປາຄືນສູ່ທຳມະຊາດ ແມ່ນໍ້າເຊໂດນ
site cover1 (39)
Docker ອັບເດດ Compose ຮອງຮັບ Agentic Apps ພ້ອມ ເປີດຕົວ Docker Offload
pele - 2025-07-11T095334.938
ນະຄອນຫຼວງວຽງຈັນ ສ້າງຂີ້ເຫຍື້ອປະມານ 711 ໂຕນຕໍ່ວັນ
pele - 2025-07-10T160617.198
ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ.
site cover1 (38)
ພົບຂໍ້ບົກພ່ອງໃນ WinRAR ເຮັດໃຫ້ມັນແວຮ໌ລໍ່ລວງໃຫ້ໂປຮແກຮມສາມາດຄາຍໄຟລ໌ໄປຍັງໂຟນເດີທີ່ຕ້ອງການໄດ້
pele - 2025-07-10T144940.132
ເປີດງານສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
ຢ່າລື່ມກົດຕິດຕາມ