ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ ເເທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ເຊິ່ງມີພິທີເປີດຢ່າງເປັນທາງການໃນວັນທີ 9 ກໍລະກົດ 2025, ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ. ໂອກາດນີ້, ທ່ານ ລັດຖະມົນຕີ ທອງສະຫວັນ ເເລະ ບັນດາບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີແຫ່ງ ມາເລເຊຍ ກ່ອນເຂົ້າຮ່ວມພິທິເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58.
ພາຍຫຼັງພີທີເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຢ່າງເປັນທາງການ, ທ່ານ ທອງສະຫວັນ ພົມວິຫານໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 (ເເບບຄົບຄະນະ) ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 (ເເບບວົງເເຄບ) ພາຍໃຕ້ການເປັນປະທານຂອງລັດຖະມົນຕີຕ່າງປະເທດ ມາເລເຊຍ. ກອງປະຊຸມຄົບຄະນະ ໄດ້ສຸມໃສ່ປຶກສາຫາລືການເສີມສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງຮັບຊາບຄວາມຄືບໜ້າການກະກຽມເຂົ້າເປັນສະມາຊິກສົມບູນຂອງອາຊຽນ ສໍາລັບ ຕີມໍແລັດສະເຕ ແລະ ປຶກສາຫາລືກ່ຽວກັບການສະເໜີເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ຂອງບັນດາປະເທດນອກພາກພື້ນທີ່ມີຄວາມສົນໃຈຮ່ວມມືກັບອາຊຽນ. ກອງປະຊຸມ ໄດ້ຮັບຊາບບົດລາຍງານປະຈໍາປີ 2025 ຂອງ ຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ແລະ ໄດ້ຮັບຮອງເອົາບັນດາກິດຈະກໍາປະຈໍາປີ 2026 ແລະ ແຜນວຽກ 5 ປີສະບັບໃໝ່ (2026-2030) ຂອງ ຄະນະກໍາມາທິການດັ່ງກ່າວ. ພ້ອມນີ້, ໄດ້ຮັບຊາບຄວາມຄືບໜ້າຂອງການພົວພັນລະຫວ່າງອາຊຽນ ກັບ ຄູ່ຮ່ວມມືພາຍນອກຂອງອາຊຽນ ໂດຍຜ່ານການຈັດຕັ້ງປະຕິບັດບັນດາແຜນວຽກງານການຮ່ວມມື ແລະ ສືບຕໍ່ຮັດແໜ້ນການຮ່ວມມືກັບພາຍນອກ ເພື່ອປະກອບສ່ວນໃຫ້ແກ່ການບັນລຸຜົນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ກໍຄື ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ທີ່ຜູ້ນໍາອາຊຽນ ໄດ້ຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ຜ່ານມາ. ສປປ ລາວ ໃນນາມປະເທດປະສານງານການພົວພັນຮ່ວມມືອາຊຽນ-ການາດາ ໄດ້ລາຍງານໃຫ້ກອງປະຊຸມຮັບຊາບຄວາມຄືບໜ້າການພົວພັນຮ່ວມມືອາຊຽນ-ການາດາ ໂດຍສະເພາະ ການກະກຽມແຜນປະຕິບັດງານສະບັບໃໝ່ (2026-2030). ນອກຈາກນີ້, ກອງປະຊຸມ ໄດ້ຮັບຮອງເອົາຖະເເຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 (ເເບບວົງເເຄບ) ໄດ້ປຶກສາຫາລືຜົນການຈັດຕັ້ງປະຕິບັດເອກະສານທົບທວນ ແລະ ຄໍາຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາ ກ່ຽວກັບບັນຫາ ມຽນມາ ຊຶ່ງໂດຍລວມເຫັນວ່າມີຄວາມຄືບໜ້າ. ພ້ອມນີ້, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ: ໄພພິບັດທາງທໍາມະຊາດ, ວິກິດການເສດຖະກິດ-ການເງິນ ແລະ ບັນຫາຂໍ້ຂັດເເຍ່ງຢູ່ພາກພື້ນຕ່າງໆ. ໃນຕອນບ່າຍຂອງວັນດຽວກັນ, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ເຂົ້າຮ່ວມພິທີລົງນາມເອກະສານເພື່ອຮັບເອົາ ປະເທດ ອານເຊຣີ ແລະ ອູຣູກວາຍ ເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງໃຕ້ (TAC), ມາຮອດປະຈຸບັນ ມີປະເທດນອກພາກພື້ນ 47 ເທດໄດ້ເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງໃຕ້ເເລ້ວ.
ຂ່າວ: ວສລ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,405 | 21,680 |
![]() THB | 657.58 | 667.77 |
![]() EUR | 24,081 | 24,563 |
![]() CNY | 2,913 | 2,971 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |