pele - 2025-07-10T144940.132
ເປີດງານສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
ຮຽບຮຽງໂດຍ:Pele
ເຜີຍແຜ່: 10 July, 2025

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ເປີດງານສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ພາຍໃຕ້ຄໍາຂັວນ: ພັດທະນາຄວາມສະເໝີພາບຍິງ-ຊາຍຕິດພັນກັບການພັດທະນາປະເທດຊາດຂຶ້ນໃນວັນທີ 10 ກໍລະກົດນີ້ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍການເປັນກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານນາງ ນາລີ ສີສຸລິດ ພັນລະຍາປະທານປະເທດແຫ່ງ ສປປ ລາວ ແລະ ມີບັນດາຄອບຄົວການນໍາ,​ ລັດຖະມົນຕີ-ຮອງລັດຖະມົນຕີ, ມີການນຳພັກ-ລັດ, ທຸຕານຸທູດ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

 

 

ໃນພິທີ, ທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສສຍລ ໄດ້ຂຶ້ນກ່າວເປີດງານວ່າ: ການຈັດງານໃນຄັ້ງນີ້, ແມ່ນໜຶ່ງໃນຫຼາຍກິດຈະກຳທີ່ສູນກາງສະຫະພັນແມ່ຍິງລາວຈັດຂຶ້ນ ເພື່ອຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ການເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ຊຶ່ງພາຍໃນງານໄດ້ຈັດໃຫ້ມີຫຼາຍກິດຈະກຳທີ່ປິ່ນອ້ອມ ເປັນຕົ້ນການຈັດປາຖະກະຖາມູນເຊື້ອແມ່ຍິງລາວໃນພາລະກິດປົດປ່ອຍຊາດ ແລະ ການປົກປັກຮັກສາພັດທະນາປະເທດຊາດໃນຫົວຂໍ້: ມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວ ຊຶ່ງປາຖະກະຖາໂດຍອະດີດການນໍາຂອງສະຫະພັນແມ່ຍິງລາວ; ຈັດສໍາມະນາໃຫ້ຄວາມຮູ້ທາງດ້ານວິຊາການໃນຫຼາຍຫົວຂໍ້ເຊັ່ນ: ແມ່ຍິງກັບການຮັກສາສຸຂະພາບ (ການໃຫ້ຄວາມຮູ້ກ່ຽວກັບການປ້ອງກັນ ແລະ ປິ່ນປົວມະເຮັງເຕົ້ານົມ ແລະ ມະເຮັງປາກມົດລູກ), ແມ່ຍິງກັບວັດທະນະທຳ, ແມ່ຍິງກັບການກໍ່ຕັ້ງທຸລະກິດ, ແມ່ຍິງກັບສິ່ງແວດລ້ອມ ແລະ ການປົກປ້ອງແມ່ຍິງ ແລະ ໄວໜຸ່ມ. ພ້ອມທັງຮັບຟັງການໃຫ້ຄວາມຮູ້ກ່ຽວກັບການປົກປ້ອງສິດຊັບສິນທາງປັນຍາ ແລະ ຫົວຂໍ້ອື່ນໆ.

 

 

ພ້ອມນັ້ນ, ຍັງມີກິດຈະກໍາຊົມການສະແດງສິລະປະ ແລະ ການເດີນແບບອາພອນເພດບັນດາເຜົ່າຂອງເຍົາວະຊົນ ຊຶ່ງມີຜູ້ເຂົ້າຮ່ວມມື້ລະ 200 ກວ່າທ່ານ ລວມ 3 ວັນມີຜູ້ເຂົ້າຮ່ວມທັງໝົດ 718 ກ່ວາທ່ານ; ເປີດຮັບບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ກໍຄືຄົນເຈັບທີ່ຕ້ອງການເລືອດຢູ່ໂຮງໝໍຕ່າງໆໃນທົ່ວປະເທດພາຍໃຕ້ຄໍາຂັວນ:“ 70 ປີມີໄຊຮ່ວມໃຈໃຫ້ເລືອດຊ່ວຍຊີວິດ” ຊຶ່ງໄດ້ປຸກລະດົມສະມາຊິກສະຫະພັນແມ່ຍິງນະຄອນຫຼວງ, ກະຊວງ, ອົງການ, ບັນດາຫົວໜ່ວຍທຸລະກິດ ແລະ ມວນຊົນທົ່ວໄປ (ທັງຍິງ ແລະ ຊາຍ) ຊຶ່ງໃນໄລຍະ 3 ວັນຜ່ານມາ ມີຜູ້ມາຮ່ວມບໍລິຈາກເລືອດໄດ້ 108 ຖົງ; ຮັບບໍລິການກວດຕາບໍ່ເສຍຄ່າ ແລະ ໃຫ້ຄຳປຶກສາກໍລະນີທີ່ມີບັນຫາທາງສາຍຕາ ໂດຍທ່ານໝໍທີ່ມີຄວາມຊ່ຽວຊານໃນສະເພາະດ້ານ ມີຜູ້ເຂົ້າຮ່ວມ 892 ທ່ານ ຍິງ 762 ທ່ານ); ຈັດງານຕະຫຼາດນັດວາງສະແດງຜົນງານການເຄື່ອນໄຫວດ້ານຕ່າງໆຂອງສະຫະພັນແມ່ຍິງບັນດາກະຊວງ, ອົງການຈຳນວນ 13 ພາກສ່ວນ (44 ຮ້ານ). ພ້ອມທັງຮ້ານວາງສະແດງຜະລິດຕະພັນຂອງສະຫະພັນແມ່ຍິງແຂວງ ແລະ ນະຄອນຫຼວງ, ນັກທຸລະກິດຍິງ, ຜູ້ປະກອບການ, ຊາວຄ້າຂາຍເພດຍິງເພື່ອສົ່ງເສີມ ແລະ ສ້າງໂອກາດໃຫ້ເອື້ອຍນ້ອງແມ່ຍິງມາວາງຈໍາໜ່າຍຜະລິດຕະພັນທີ່ມີຄວາມໂດດເດັ່ນ ແລະ ເປັນເອກະລັກຂອງແຕ່ລະທ້ອງຖິ່ນລວມມີ 2,000 ກວ່າລາຍການເຊັ່ນ: ປະເພດສິນຄ້າຫັດຖະກໍາມີຜະລິດຕະພັນເຄື່ອງຈັກສານ, ຜ້າຝ້າຍ, ຜ້າໄໝ, ເສື້ອ, ສິ້ນ, ຜ້າບ່ຽງ-ຜ້າປູໂຕະ, ກະເປົາຜ້າ-ກະເປົາຫວາຍ, ເຄື່ອງໃຊ້ສອຍ, ຂອງທີ່ລະນຶກອື່ນໆ ລວມມີ 106 ຮ້ານ; ປະເພດອາຫານມີເຂົ້າຕົ້ມ, ເຂົ້າໜົມຫວານ, ຊີິ້ນແຫ້ງ, ປາແຫ້ງ, ເຄື່ອງດື່ມ ແລະ ຜັກສົດ-ໝາກໄມ້ສົດ ລວມມີ 31 ຮ້ານ ຊຶ່ງມີການປຸງແຕ່ງ ແລະ ແປຮູບຜະລິດຕະພັນແບບປະດິດສ້າງປະສົມປະສານຕາມຍຸກສະໄໝ ແຕ່ຍັງຄົງຮັກສາຄວາມເອກະລັກຂອງທ້ອງຖິ່ນ ສ້າງມູນຄ່າເພີ່ມກາຍເປັນສິນຄ້າທີ່ສາມາດຈຳໜ່າຍທັງພາຍໃນ ແລະ ສົ່ງອອກຕ່າງປະເທດນຳມາວາງສະແດງ, ຈໍາໜ່າຍໃນຄັ້ງນີ້ເພື່ອໃຫ້ມວນຊົນ, ແຂກຄົນທີ່ມາທ່ຽວຊົມໄດ້ຈັບຈ່າຍ-ຊື້ສິນຄ້າເພື່ອໃຊ້ສອຍ ແລະ ເປັນຂອງຝາກຂອງຕ້ອນຄອບຄົວ ແລະ ໝູ່ເພື່ອນໄດ້.

 

 

ການຈັດງານໃນຄັ້ງນີ້, ນອກຈາກເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີແລ້ວ ອີກດ້ານໜຶ່ງເພື່ອກະກຽມຕ້ອນຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວຂອງ ສປປ ລາວ ນັບມື້ຫຼາຍຂຶ້ນ ແລະ ເປັນການປະກອບສ່ວນຢ່າງຕັ້ງໜ້າພັດທະນາເສດຖະກິດ-ສັງຄົມແຫ່ງຊາດຕາມທິດເສດຖະກິດເອກະລາດເປັນເຈົ້າຕົນເອງໃຫ້ນັບມື້ມີການເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວດີຂຶ້ນ. ຈາກນັ້ນ, ຄະນະປະທານ ແລະ ຜູ້ເຂົ້າຮ່ວມງານໄດ້ທ່ຽວຊົມຮ້ານວາງສະແດງ ແລະ ຈໍາໜ່າຍສິນຄ້າພາຍໃນງານຕື່ມອີກ. ງານຄັ້ງນີ້ໄດ້ດຳເນີນເປັນເວລາ 7 ວັນ ເລີ່ມແຕ່ວັນທີ 7-13 ກໍລະກົດ 2025.

ຂ່າວ-ພາບ: ວັນເພັງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ