site cover1 (37)
Zoom ເປີດໂຕຄວາມສາມາດ Agentic AI ໃໝ່ ຊ່ວຍເພີ່ມປະສິດທິຜົນການເຮັດວຽກຂ້າມແພລດຟອມ
ຮຽບຮຽງໂດຍ:kaling
ເຜີຍແຜ່: 10 July, 2025

Zoom ປະກາດເປີດໂຕ AI Companion ພ້ອມຄວາມສາມາດ Agentic AI ທີ່ເຊື່ອມຕໍ່ກັບແອັບພລິເຄຊັນ 3rd-party ໄດ້ເຖິງ 16 ແອັບ ລວມເຖິງ Custom AI Companion add-on ທີ່ຊ່ວຍໃຫ້ຜູ້ໃຊ້ງານສາມາດສະຫຼຸບການປະຊຸມຂ້າມແພລດຟອມອື່ນໆ ເຊັ່ນ Google Meet ແລະ Microsoft Teams

Zoom ໄດ້ເປີດໂຕຄວາມສາມາດ Agentic AI ໃໝ່ທີ່ຈະຊ່ວຍໃຫ້ຜູ້ໃຊ້ງານສາມາດເຮັດວຽກຕ່າງໆ ຂ້າມແພລດຟອມໄດ້ຢ່າງລື່ນໄຫນ ແລະ ປະຢັດເວລາໃນການເຮັດວຽກຫຼາຍຂຶ້ນ ໂດຍ AI Companion ສາມາດເຊື່ອມຕໍ່ກັບແອັບພລິເຄຊັນ 3rd-party ທີ່ສຳຄັນເຖິງ 16 ແອັບ ເຊັ່ນ ServiceNow, Jira, Asana, Box, Microsoft OneDrive, Google Drive, Confluence, Notion, Coda, Zendesk ແລະ Workday ເຮັດໃຫ້ຜູ້ໃຊ້ງານສາມາດຈັດການວຽກຕ່າງໆ ໄດ້ໂດຍບໍ່ຕ້ອງອອກຈາກ Zoom Workplace ບໍ່ວ່າຈະເປັນການອັບເດດສະຖານະໂຄງການ, ມອບໝາຍວຽກ, ຕັ້ງເວລາສົ່ງວຽກ, ສະຫຼຸບເອກະສານ, ຫຼືແມ້ແຕ່ການອັບເດດຂໍ້ມູນລູກຄ້າໃນ CRM ໂດຍອັດຕະໂນມັດ

Custom AI Companion add-on ທີ່ເປີດໃຫ້ຊື້ອອນລາຍແລ້ວໃນລາຄາ 12 ໂດລາຕໍ່ຜູ້ໃຊ້ງານຕໍ່ເດືອນ ມາພ້ອມກັບຄຸນສົມບັດທີ່ນ່າສົນໃຈຫຼາຍຢ່າງ ໂດຍສະເພາະຄວາມສາມາດໃນການສ້າງສະຫຼຸບການປະຊຸມຈາກແພລດຟອມອື່ນໆ ເຊັ່ນ Google Meet ແລະ Microsoft Teams (Cisco Webex ກໍາລັງຈະຕາມມາ) ເຊິ່ງເໝາະຢ່າງຍິ່ງສໍາລັບເຈົ້າຂອງທຸລະກິດຂະໜາດເລັກ, ທີ່ປຶກສາ ແລະ freelancer ທີ່ຕ້ອງປ່ຽນໄປມາລະຫວ່າງແພລດຟອມການປະຊຸມຕ່າງໆ ຕະຫຼອດທັງວັນ ນອກຈາກນີ້ຍັງມີຄຸນສົມບັດ Custom Avatars ສໍາລັບ Zoom Clips ທີ່ຊ່ວຍໃຫ້ຜູ້ໃຊ້ງານສາມາດສ້າງ avatar ທີ່ມີລັກສະນະຄ້າຍຕົວເອງ, ແລ້ວໃຫ້ AI ສ້າງວິດີໂອຄລິບຈາກ transcript ທີ່ໃຫ້ມາ, ລວມເຖິງການປັບແຕ່ງ meeting summary templates ຈາກ 11 ແບບທີ່ມີໃຫ້ເລືອກເພື່ອໃຫ້ຕົງກັບຄວາມຕ້ອງການໃນແຕ່ລະປະເພດການປະຊຸມ

ສໍາລັບຄວາມສາມາດຫຼັກຂອງ AI Companion ທີ່ມາພ້ອມກັບ Zoom Workplace ແບບ paid license ໂດຍບໍ່ມີຄ່າໃຊ້ຈ່າຍເພີ່ມເຕີມ ໄດ້ມີການເພີ່ມຄຸນສົມບັດໃໝ່ໆ ທີ່ນ່າສົນໃຈ ເຊັ່ນ ການສ້າງ meeting agenda ຈາກ template ຫຼືດຶງຂໍ້ມູນຈາກການປະຊຸມຄັ້ງກ່ອນ, ຄຸນສົມບັດຖາມຄໍາຖາມແບບ real-time ລະຫວ່າງການໂທຜ່ານ Zoom Phone, Voice Recorder ສໍາລັບການປະຊຸມແບບພົບໜ້າທີ່ຈະຊ່ວຍຖອດສຽງ, ສະຫຼຸບ ແລະ ຈັບປະເດັນສໍາຄັນ, ການສະຫຼຸບເອກະສານທີ່ແຊຣໃນ Team Chat ໂດຍອັດຕະໂນມັດ ແລະ ການແຊຣ meeting summary ໄປຍັງແພລດຟອມ 3rd-party ເຊັ່ນ Microsoft Teams (ໃນໄວໆນີ້) ເພື່ອໃຫ້ທີມງານໄດ້ຮັບຂໍ້ມູນອັບເດດຫຼ້າສຸດຢູ່ສະເໝີ

ຂ່າວຈາກ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 5 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
662.12
672.32
european-union
EUR
24,055
24,537
china
CNY
2,933
2,991
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-05T145102.231
ບໍລິສັດກ້ວຍລາວ ເປີດສາງສິນຄ້າ ໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ
jane (3)
ການແຂ່ງຂັນກິລາຕີບານຍິງ ຊິງແຊ້ມໂລກ 2025 ທີ່ປະເທດໄທ ຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນລະຫວ່າງວັນທີ່ 22 ສິງຫາ - 7 ກັນຍາ 2568
pele - 2025-09-05T133750.577
ກວດພົບ ແລະ ທຳລາຍລະເບີດ ບົ່ມບີ້-ລູກປືນຄົກ ຢູ່ສວນກາເຟຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ.
pele - 2025-09-05T131612.944
ແຈ້ງການມອດໄຟ ວັນທີ 6/9/2025
pele - 2025-09-05T105936.521
ຄະນະບໍລິຫານງານພັກແຂວງຈໍາປາສັກ ດຳເນີນຊີວິດການເມືອງທ້າຍສະໄໝທີ VIII
pele - 2025-09-05T103604.703
ເມືອງຫົງສາ ຫາລືການສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງ ແຂວງໄຊຍະບູລີ
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
jane (1)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
ຢ່າລື່ມກົດຕິດຕາມ