site cover1 (38)
ພົບຂໍ້ບົກພ່ອງໃນ WinRAR ເຮັດໃຫ້ມັນແວຮ໌ລໍ່ລວງໃຫ້ໂປຮແກຮມສາມາດຄາຍໄຟລ໌ໄປຍັງໂຟນເດີທີ່ຕ້ອງການໄດ້
ຮຽບຮຽງໂດຍ:kaling
ເຜີຍແຜ່: 10 July, 2025

ໂປຣແກຣມສໍາລັບການບີບອັດໄຟລ໌ທີ່ໃຊ້ກັນມາຍາວນານທີ່ສຸດອັນໜຶ່ງ ຖ້າບໍ່ນັບ WinZip ແລ້ວກໍຄົງຈະຫນີບໍ່ພົ້ນ WinRAR ທີ່ເໝືອນຈະມີໃຫ້ໃຊ້ງານກັນຢ່າງງຽບໆ ແຕ່ກໍມີການພັດທະນາມາຕະຫຼອດ ແນ່ນອນ ທຸກການພັດທະນາກໍມັກຈະມີຂໍ້ບົກພ່ອງຕິດມາສະເໝີ ບາງໂຕກໍຄ່ອນຂ້າງຈະຮຸນແຮງຈົນກາຍເປັນປະເດັນ ເຊັ່ນໃນຂ່າວນີ້

ຈາກລາຍງານໂດຍເວັບໄຊທ໌ Bleeping Computer ໄດ້ກ່າວເຖິງການກວດພົບຂໍ້ບົກພ່ອງໃນຊອຟທ໌ແວ WinRAR ທີ່ມີລະຫັດວ່າ CVE-2025-6218 ໂດຍຊ່ອງໂຫວ່ນີ້ມີຄະແນນຄວາມຮ້າຍແຮງ ຫຼື CVSS Score ທີ່ສູງເຖິງ 7.8 ຫຼືມີຄວາມຮ້າຍແຮງທີ່ສູງຫຼາຍ ເນື່ອງຈາກຊ່ອງໂຫວ່ນີ້ຈະສົ່ງຜົນໃຫ້ແຮກເກີສາມາດຝັງໂຄ້ດທີ່ກໍານົດໄດ້ວ່າ ຈະບົງການໃຫ້ WinRAR ເວີຊັນ Windows, UnRAR, Portable UnRAR source code (ໂຄ້ດຕົ້ນສະບັບ), ແລະ UnRAR.dll ສົ່ງໄຟລ໌ທີ່ຖືກແຕກໄປຍັງໂຟນເດີທີ່ກໍານົດໂດຍແຮກເກີໄວ້ໃນໄຟລ໌ໄດ້ ແທນທີ່ຈະສົ່ງໄປວາງໃສ່ໂຟນເດີທີ່ຜູ້ໃຊ້ງານກໍານົດໄວ້ ເຊັ່ນ ແທນທີ່ຈະແຕກໄຟລ໌ໄປຍັງໂຟນເດີ My Documents ທີ່ເຈົ້າຂອງເຄື່ອງກໍານົດໄວ້ ກຽມແຕກໄຟລ໌ໄປຍັງໂຟນເດີ Auto-Run ທີ່ແຮກເກີກໍານົດໄວ້ໃນໄຟລ໌ແທນ ສົ່ງຜົນໃຫ້ແຮກເກີສາມາດຝັງມັນແວຮ໌ລົງເຄື່ອງໄດ້ໂດຍເຫຍື່ອບໍ່ຮູ້ຕົວ

ໂດຍຊ່ອງໂຫວ່ດັ່ງກ່າວນີ້ຈະຢູ່ໃນ WinRAR ເວີຊັນ 7.11 ຫຼືເກົ່າກວ່າ ຊຶ່ງໃນປັດຈຸບັນທາງຜູ້ພັດທະນາໄດ້ເຮັດການອອກແພັດມາເພື່ອອັບເດດອຸດຮອຍຮົ່ວຂອງຊ່ອງໂຫວ່ດັ່ງກ່າວຢູ່ໃນເວີຊັນ 7.12 Beta 1 ຢ່າງສໍາເລັດແລ້ວ ຜູ້ໃຊ້ງານລາຍໃດທີ່ຍັງບໍ່ໄດ້ອັບເດດ ຂໍໃຫ້ອັບເດດທັນທີເພື່ອຫຼຸດຜ່ອນຄວາມສ່ຽງທີ່ມັນແວຮ໌ຈະແທລກຊຶມເຂົ້າເຄື່ອງ

ຂ່າວຈາກ: www.bleepingcomputer.com

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 5 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
662.12
672.32
european-union
EUR
24,055
24,537
china
CNY
2,933
2,991
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-05T145102.231
ບໍລິສັດກ້ວຍລາວ ເປີດສາງສິນຄ້າ ໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ
jane (3)
ການແຂ່ງຂັນກິລາຕີບານຍິງ ຊິງແຊ້ມໂລກ 2025 ທີ່ປະເທດໄທ ຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນລະຫວ່າງວັນທີ່ 22 ສິງຫາ - 7 ກັນຍາ 2568
pele - 2025-09-05T133750.577
ກວດພົບ ແລະ ທຳລາຍລະເບີດ ບົ່ມບີ້-ລູກປືນຄົກ ຢູ່ສວນກາເຟຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ.
pele - 2025-09-05T131612.944
ແຈ້ງການມອດໄຟ ວັນທີ 6/9/2025
pele - 2025-09-05T105936.521
ຄະນະບໍລິຫານງານພັກແຂວງຈໍາປາສັກ ດຳເນີນຊີວິດການເມືອງທ້າຍສະໄໝທີ VIII
pele - 2025-09-05T103604.703
ເມືອງຫົງສາ ຫາລືການສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງ ແຂວງໄຊຍະບູລີ
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
jane (1)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
ຢ່າລື່ມກົດຕິດຕາມ