Aod-Vientianepost (1)
ສານແຂວງວຽງຈັນ ຕັດສິນລົງໂທດ 5 ຈຳເລີຍ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 13 May, 2023
ໝວດ: ຂ່າວ

ໃນວັນທີ 11 ພຶດສະພາ 2023 ຜ່ານມານີ້ ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີຈໍາເລີຍຈໍານວນ 5 ຄົນຄື:

1. ທ້າວ ສົມບູນ ອາຍຸ 59 ປີ ອາຊີບ ຊາວນາ ຢູ່ບ້ານ ແຈ້ງ ເມືອງທຸລະຄົມ ແຂວງວຽງຈັນຖືກກັກຕົວ ຄັ້ງວັນທີ 22 ເມສາ 2021 ໃນຂໍ້ກ່າວຫາ ທຳສຳເລົາເດັກ ແລະ

2. ທ້າວ ໄມສີ ຫຼື ເຫວ ອາຍຸ 37 ປີ ອາຊີບ ຊາວນາ ຢູ່ບ້ານ ແຈ້ງ ເມືອງ ທຸລະຄົມ ແຂວງວຽງຈັນ ຖືກກັກຕົວ ຄັ້ງວັນທີ 17 ເມສາ 2023 ໃນຂໍ້ກ່າວຫາ ທຳສຳເລົາເດັກ ດັ່ງນັ້ນ ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດຕັດອິດສະຫຼະພາບທ້າວ ສົມບູນ ແລະ ທ້າວ ໄມສີ ຈຳເລີຍ ຜູ້ລະ 3 ປີ ປັບໃໝ ຜູ້ລະ 5 ລ້ານກີບ ພ້ອມທັງໃຫ້ ທ້າວສົມບູນ ໃຊ້ແທນຄ່າສິ້ນເປືອງໃນການໄປມາພົວພັນຄະດີ 2.500.000 ກີບ ,ໃຫ້ທ້າວ ໄມສີ ໃຊ້ແທນຄືນຄ່າປົວແປງຈິດໃຈທຳອູ່ສູ່ຂວັນ 10.000.000 ກີບ, ຄ່າສິ້ນເປືອງການໄປມາຫາໝໍ ແລະ ເກີດລູກ 2.500.000 ກີບ, ຄ່າສິ້ນເປືອງໄປມາພົວພັນຄະດີ 2.500.000 ກີບ, ຄ່າລ້ຽງດູລູກນ້ອຍ ແຕ່ 1 ວັນ ຈົນຮອດ 18 ປີ , ໃຫ້ທ້າວ ສົມບູນ, ທ້າວໄມສີ ເສຍຄ່າທຳນຽນ ແລະ ຄ່າສຳເນົາເອກະສານຕ່າງໆ ຜູ້ລະ 105.000 ກີບ.

3. ທ້າວ ສຸກສັນ ອາຍຸ 36 ປີ ອາຊີບເຮັດນາ ຢູ່ບ້ານ ແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 14 ສິງຫາ 2019 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ປະເພດຢາບ້າ ຈໍານວນ 196 ເມັດ ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດຕັດອິດສະຫຼະ ພາບຈຳເລີຍ 5 ປີ ປັບໃໝ 10 ລ້ານກີບ.

4. ທ້າວ ຄໍານ້ອຍ ອາຍຸ 42 ປີ ຢູ່ບ້ານ ເກີນກາງ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວໃນຄັ້ງວັນທີ 21 ສິງຫາ 2019 ໃນຂໍ້ກ່າວຫາມີຢາບ້າໄວ້ໃນຂອບຄອງ,ຊຸກເຊື່ອງ, ການຄ້າຂາຍຊັບຢ່າງຜິດກົດໝາຍ ປະເພດຢາບ້າ 168 ເມັດ , ລົດຈັກ 4 ຄັນ ສານໄດ້ຕັດສິນລົງໂທດຕັດອິດສະຫຼະພາບ 7 ປີ 9 ເດືອນ ປັບໃໝ 18 ລ້ານກີບ,

5. ທ້າວ ແທ່ນ ອາຍຸ 40 ປີ ອາຊີບ ເຮັດນາ ຢູ່ບ້ານ ນາໝໍ້ ເມືອງໝື່ນ ແຂວງວຽງຈັນ ຖືກກັກຕົວ ຄັ້ງວັນທີ 27 ກັນຍາ 2019 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ປະເພດຢາບ້າ ຈຳນວນ 10.000 ເມັດ ເທົ່າກັບ 5 ມັດ, ຢາໄອ 2 ຖົງ ດັ່ງນັ້ນ ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດຕັດອິດສະຫຼະພາບຈຳເລີຍ ປະຫານຊິວິດ.
ຂ່າວ: ປກສ ແຂວງວຽງຈັນ : ສີວອນຂ່າວ: ປກສ ແຂວງວຽງຈັນ : ສີວອນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
VP LANDSCAPE COVER (41)
ບິວເກດ ກາຍເປັນມະຫາເສດຖີ ຍ້ອນການຕັດສິນໃຈຜິດພາດ?
VP LANDSCAPE COVER (39)
5 ວິທີ ໝັກຜົມໃຫ້ງາມງ່າຍໆຈາກທຳມະຊາດ ມີທຸກບ້ານ
Copy of site cover (11)
ເຕືອນໄພຜູ້ໃຊ້ Gmail! ແຮັກເກີໃຊ້ວິທີໃໝ່ ຫຼອກຜ່ານລະບົບຄວາມປອດໄພຂອງ Google ເອງ
site cov (78)
ເກົາຫຼີໃຕ້ເລັ່ງກຳຈັດສິນຄ້າຕ່າງປະເທດສວມປ້າຍ Made in Korea ຫວັງຫຼີກລ່ຽງພາສີທຣຳ
Copy of site cover (11)
ສິງທີ່ໜ້າລຳຄານໃນການໃຊ້ງານ Windows 11
site cov (77)
ຈະນອນກໍຕ້ອງມູ "ສີຜ້າປູ" ສຳຄັນຕໍ່ເຮົາແນວໃດ?
Copy of site cover (10)
Windows 11 ຈະໄດ້ຮັບຄຸນສົມບັດ Copilot+AI ໃນໄວໆນີ້
site cov (76)
ກ້ອນກຳລັງ "ສວນສະໜາມກອງທັບປະຊາຊົນລາວ" ເດີນທາງຮອດນະຄອນໂຮ່ຈີມິນ ສສ ຫວຽດນາມ
VP LANDSCAPE COVER (38)
ການເຕືອນແຈ້ງດ້ວຍ AI ຊ່ວຍບໍ່ໃຫ້ເສືອດາວຫິມະສູນພັນໄດ້ບໍ?
site cov (75)
ຈີນຂູ່ ຕອບໂຕ້ກັບທຸກປະເທດ ຫາກຮ່ວມມືກັບທຣຳ ກະທົບຜົນປະໂຫຍດຈີນ
ຢ່າລື່ມກົດຕິດຕາມ