site cover1 (39)
Docker ອັບເດດ Compose ຮອງຮັບ Agentic Apps ພ້ອມ ເປີດຕົວ Docker Offload
ຮຽບຮຽງໂດຍ:kaling
ເຜີຍແຜ່: 11 July, 2025

Docker ປະກາດຄວາມສາມາດໃໝ່ທີ່ຊ່ວຍໃຫ້ນັກພັດທະນາສ້າງແລະແລນແອັບພລິເຄຊັນ AI Agent ໄດ້ງ່າຍເທົ່າກັບການພັດທະນາ Microservices ຜ່ານການຂະຫຍາຍຄວາມສາມາດຂອງ Docker Compose ພ້ອມເປີດຕົວ Docker Offload ສຳລັບແລນວຽກ GPU ເທິງ Cloud

Docker Inc. ໄດ້ປະກາດຄວາມສາມາດໃໝ່ຫຼາຍຢ່າງທີ່ອອກແບບມາເພື່ອໃຫ້ນັກພັດທະນາສາມາດສ້າງ, ແລນ, ແລະຂະຫຍາຍຂະໜາດແອັບພລິເຄຊັນ Agentic ໄດ້ງ່າຍຂຶ້ນຢ່າງຫຼວງຫຼາຍ. ໂດຍການຂະຫຍາຍຄວາມສາມາດຂອງ Docker Compose ໃຫ້ຮອງຮັບ AI Agents ແລະ Models ພ້ອມກັບເປີດຕົວ Docker Offload ສຳລັບການແລນວຽກເທິງ Cloud, ລວມມີການຮ່ວມມືກັບຜູ້ໃຫ້ບໍລິການ Cloud ຢ່າງ Google Cloud ແລະ Microsoft Azure ແລະ AI SDK ຕ່າງໆ ເຊັ່ນ CrewAI, Embabel, LangGraph, Sema4.ai, Spring AI ແລະ Vercel AI SDK.

Docker Compose ທີ່ຖືກໃຊ້ງານມາກວ່າ 10 ປີໃນການກຳນົດແລະແລນແອັບພລິເຄຊັນແບບຫຼາຍ Container ຕອນນີ້ໄດ້ຖືກຂະຫຍາຍເຂົ້າສູ່ຍຸກຂອງ AI Agent. ຜູ້ໃຊ້ງານສາມາດກຳນົດສະຖາປັດຕະຍະກຳ Agent ທີ່ປະກອບດ້ວຍ Models ແລະ Tools ໃນໄຟລ໌ YAML ດຽວກັນທີ່ໃຊ້ສຳລັບ Microservices ຢູ່ແລ້ວ. ຄວາມສາມາດໃໝ່ນີ້ຊ່ວຍໃຫ້ນັກພັດທະນາສາມາດກຳນົດ Agents, Models ແລະ Tools ເປັນ Services ໃນໄຟລ໌ Compose ດຽວ, ແລນ Agentic Workloads ໃນເຄື່ອງ ຫຼື Deploy ໄປຍັງ Cloud Services ຢ່າງ Google Cloud Run ຫຼື Azure Container Apps ໄດ້ຢ່າງລາບລື່ນ. ນອກຈາກນີ້ຍັງສາມາດຜະສານລວມກັບ Docker’s Model Context Protocol (MCP) Gateway ແບບ Open Source ສຳລັບການເຊື່ອມຕໍ່ລະຫວ່າງ Tools ຢ່າງປອດໄພ.

Digital Marketing Agency in Laos - Emerging Digital Solutions

Docker Offload ເປັນຄວາມສາມາດໃໝ່ທີ່ຢູ່ໃນໄລຍະ Beta ອອກແບບມາເພື່ອແກ້ໄຂບັນຫາການໃຊ້ງານ GPU ທີ່ມີຄວາມຕ້ອງການສູງໃນແອັບພລິເຄຊັນ Agentic ເຊິ່ງການແລນແບບ local ມັກຈະມີຄວາມສາມາດບໍ່ພຽງພໍ. ຟີເຈີນີ້ຊ່ວຍໃຫ້ນັກພັດທະນາສາມາດສົ່ງວຽກ AI ແລະວຽກທີ່ໃຊ້ GPU ເຍິ້ນໄປເຮັດວຽກເທິງ Cloud ໂດຍບໍ່ກະທົບກັບ Workflow ທີ່ມີຢູ່. ຜູ້ໃຊ້ງານສາມາດເຂົ້າເຖິງພະລັງປະມວນຜົນແລະ GPU ລະດັບ Cloud ເພື່ອແລນ Large Models ແລະ Multi-agent Systems, ເລືອກໄດ້ວ່າຈະ Offload Workloads ເມື່ອໃດແລະທີ່ໃດເພື່ອການປັບແຕ່ງດ້ານຄວາມເປັນສ່ວນຕົວ, ຕົ້ນທຸນ, ແລະປະສິດທິພາບ. ລວມທັງເກັບຮັກສາຂໍ້ມູນແລະ Workloads ພາຍໃນພູມິພາກທີ່ກຳນົດເພື່ອຕອບສະໜອງຄວາມຕ້ອງການດ້ານ Data Sovereignty.

ຄວາມສາມາດດ້ານ Agentic ຂອງ Docker ເປີດຕົວພ້ອມກັບການ Integration ກັບແພລັດຟອມ Cloud ແລະ AI ຊັ້ນນຳ. ໂດຍ Google Cloud ໃຫ້ບໍລິການ Deploy ແອັບພລິເຄຊັນ Agentic ໄປຍັງ Production ຜ່ານລະບົບ Serverless ດ້ວຍຄຳສັ່ງ gcloud run compose up ໃໝ່. ສ່ວນ Microsoft Azure ກຳລັງພັດທະນາການ Deploy ຜ່ານ Azure Container Apps ທີ່ຈະມາໃນໄວໆນີ້. ແລະ Framework ຍອດນິຍົມຕ່າງໆ ກໍ່ຮອງຮັບການ Integration ກັບ Compose ແລ້ວ.

ຂ່າວຈາກ: https://www.docker.com/press-release/agentic-apps-to-life-with-new-compose-support-cloud-offload-and-partner-integrations/

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 3 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,513
21,790
thailand (1)
THB
662.86
673.07
european-union
EUR
24,082
24,564
china
CNY
2,923
2,981
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane ຮູບລວງນອນ
ນິສັຍໃນໄວເດັກທີ່ເຮັດໃຫ້ທ່ານເປັນຜູ້ໃຫຍ່ໃນມື້ນີ້
jane
ເທັກນິກການ Manifest ໃຫ້ໄດ້ຜົນຈິງ ພ້ອມເລື່ອງທີ່ຄົນມັກເຂົ້າໃຈຜິດ!
pele - 2025-09-03T091723.195
ແຂວງ​ຈໍາປາສັກ ສັ່ງປິດກິດຈະການ ຮ້ານອາຫານ​ 10 ແຫ່ງ ທີ່ບໍ່ຖຶກ​ຕ້ອງ​ຕາມ ​ລະ​ບຽບ​ການ
pele - 2025-09-02T101121.825
ກຸ່ມຫັດຖະກຳຕໍ່າຫູກບ້ານນາຍາງເໜືອເມືອງນໍ້າບາກ ມີສີນຄ້າຫຼາຍຢ່າງເພື່ອຈຳໜ່າຍ
pele - 2025-09-02T093104.611
ແຂວງວຽງຈັນ ສຳເລັດການສ້າງຂະບວນການກິລາລົດຖີບຊີງຂັນເຈົ້າແຂວງ ຄັ້ງທີ 2
site cover1 - 2025-09-01T101723.570
1 ກັນຍາ ວັນຍົກຍ້ອງແມວສົ້ມ ກັບເລື່ອງລາວຂອງ 'ວິຕູດໂຊ' ທີ່ຖືກລົດຕຳ ແຕ່ກັບຄືນມາຍ່າງໄດ້ດ້ວຍ 'ຂາປອມ'
pele - 2025-09-01T102455.964
ເປີດນໍາໃຊ້ເສັ້ນທາງເບຕົງແບບມີສ່ວນຮ່ວມບ້ານໂພນໄຊ ນະຄອນປາກເຊ ແຂວງຈໍາປາສັກ
pele - 2025-09-01T093650.475
ກຸ່ມຊາວນາ ເຂດຊົນລະປະທານ ຫ້ວຍລຽງ 2 ໄດ້ຮັບອຸປະກອນສ້ອມແປງຄອງເໝືອງ
_cover - 2025-08-29T160627.447
ແຈ້ງເຕືອນໄພ ພາຍຸດີເປຼຊັນ (TD) ສະບັບທີ 1 ໃນລະຫວ່າງວັນທີ 29 – 31 ສິງຫາ 2025
site cover1 (100)
ຮູ້ຈັກ Cambricon ບໍລິສັດຊິບຈີນມ້າມືດ ຄູ່ແຂ່ງ Nvidia ລາຍໄດ້ພຸ່ງ 4,000%
ຢ່າລື່ມກົດຕິດຕາມ