ເນື່ອງໃນວັນປ່ອຍປາແຫ່ງຊາດທີ 13 ກໍລະກົດທີ່ຈະໝູນວຽນມາຮອດອີກວາລະໜື່ງ ໃນວັນທີ 10 ກໍລະກົດນີ້, ພະແນກກະສີກຳ ແລະ ປ່າໄມ້ແຂວງຈຳປາສັກ ຮ່ວມກັບ ນະຄອນປາກເຊ ຈັດພີທີປ່ອຍປາຂຶ້ນ ທີ່ທ່າວັດຫຼວງນະຄອນປາກເຊ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ພະຈານໃຫຍ່ ມະຫາ ສຸວັນ ຈັນທະຣາດ ປະທານ ອພສ ແຂວງ, ມີພາກສ່ວນກ່ຽວຂ້ອງ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ
ທ່ານ ສຸກວິໃສ ສີສົມຫັວງ ວ່າການເຈົ້ານະຄອນປາກເຊ ໄດ້ລາຍງານການກະກຽມ ປ່ອຍປາລົງສູ່ວັງສະຫງວນແມ່ນໍ້າເຊໂດນ ໃນປີ 2025. ປາທີ່ນໍາມາປ່ອຍໃນຄັ້ງນີ້, ມີທັງໜົດ 2 ແສນ 50 ພັນໂຕ ທັງນີ້ກໍເພື່ອເປັນການອະນຸລັກຮັກສາສັດນໍ້າ ແລະ ປູກຈິດສຳນືກໃຫ້ທຸກໆພາກສ່ວນຂອງສັງຄົມໃຫ້ມີສ່ວນຮ່ວມໃນການປົກປັກຮັກສາ, ພັດທະນາ ແລະ ນໍາໄຊ້ສັດນໍ້າໃຫ້ຍືນຍົງ, ກໍຄືເຮັດໃຫ້ພໍ່ແມ່ ປະຊາຊົນລາວບັນດາເຜົ່າໃຫ້ມີຄວາມເຂົ້າໃຈ ຄວາມຮັບຮູ້ກ່ຽວກັບຄວາມຫມາຍ ຄວາມສໍາຄັນ ໃນການປົກປັກຮັກສາ ສັດນໍ້າໃຫ້ຫຼາຍຂຶ້ນ ແລະ ເພີ້ມທະວີຄວາມເອົາໃຈໃສ່ຕໍ່ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທຳມະ ຊາດ ໃຫ້ມີຄວາມຍືນຍົງຕະຫຼອດໄປ.
(ຂ່າວ: ດາວພະຈັນ ໄຊຍະວົງ)
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,405 | 21,680 |
![]() THB | 657.58 | 667.77 |
![]() EUR | 24,081 | 24,563 |
![]() CNY | 2,913 | 2,971 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |