site cover1 (41)
ຢູ 13 ດັບເບິນຢູໄອຈີ ນາຄາ ຖືກຕ້ອນຮັບຢ່າງສົມກຽດ ຫລັງຄວ້າແຊັມເຕະບານລະດັບນານາຊາດ ທີ່ປັອກຕຸຍການ
ຮຽບຮຽງໂດຍ:kaling
ເຜີຍແຜ່: 11 July, 2025
ໝວດ: ກິລາ

ໃນວັນທີ 10 ກໍລະກົດນີ້, ຄະນະທັບນັກກິລາ ຢູ 13 ດັບເບິນຢູໄອຈີ ນາຄາ (WIG NAGA) ຕົວແທນໜຶ່ງດຽວຈາກ ສປປ ລາວ ໄດ້ເດີນທາງກັບຄືນ ເຖິງນະຄອນຫລວງວຽງຈັນ ຫລັງສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ.

ຂປລ. ໃນວັນທີ 10 ກໍລະກົດນີ້, ຄະນະທັບນັກກິລາ ຢູ 13 ດັບເບິນຢູໄອຈີ ນາຄາ (WIG NAGA) ຕົວແທນໜຶ່ງດຽວຈາກ ສປປ ລາວ ໄດ້ເດີນທາງກັບຄືນ ເຖິງນະຄອນຫລວງວຽງຈັນ ຫລັງສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ ຊຶ່ງເປັນລາຍການໃຫຍ່ລະດັບສາກົນ ຫລື IBER Cup 2025 ທັງໄດ້ສ້າງຊື່ສຽງ ໃຫ້ກັບປະເທດຊາດໃນເວທີສາກົນ.

ການເດີນທາງກັບຄືນສູ່ ສປປ ລາວ ຄະນະທັບນັກກິລາ ໄດ້ຖືກຕ້ອນຮັບຢ່າງອົບອຸ່ນ ສົມກຽດທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ທີ່ນະຄອນຫລວງວຽງຈັນ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ຖະໜອມ ຈຽງທອງ ປະທານແນວລາວສ້າງຊາດ ນະຄອນຫລວງວຽງຈັນ. ຫລັງຈາກນັ້ນ ທັບນັກກິລາກໍ່ຖືກຕ້ອນຮັບ ຢ່າງສົມກຽດຕື່ມ ທີ່ີປະຕູໄຊ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ກິ່ງມະໂນ ໂພມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ. ຂະນະທີ່ຫ້ອງວ່າການນະຄອນຫລວງ ທ່ານ ອາດສະພານທອງ ສີພັນດອນ ເຈົ້າຄອງນະຄອນຫລວງ ກໍ່ໄດ້ໃຫ້ກຽດຕ້ອນຮັບຢ່າງສົມກຽດ.

ລາຍການນີ້ ມີສະໂມສອນຈາກທົ່ວໂລກເຂົ້າຮ່ວມ ໂດຍສະເພາະຈາກທະວີບເອີຣົບອາຟຣິກາອາຊີອາເມຣິກາໃຕ້ ແລະ ຄອນຄາເຄັບສ່ວນຕົວແທນຈາກອາຊີ ນອກຈາກ ດັບເບິນຢູໄອຈີ ນາຄາ ຊຶ່ງເປັນທີມທຳອິດຈາກ ສປປ ລາວ ໃນທະວີບອາຊີ ທີ່ເຂົ້າຮ່ວມ ກໍຍັງມີ ມາເລເຊຍສປ ຈີນສະຫະລັດອາຣັບເອມິເຣດມາເກົາ ສປ ຈີນເນປານຕັວກເມນິດສະຖານອູຊະເບກິດສະຖານ ແລະ ຟີລິບປິນ.

ສະເພາະ ຢູ13 ລາຍການນີ້ ມີ 48 ທີມ ຈາກ 15 ປະເທດເຂົ້າຮ່ວມຄື: ປັອກຕຸຍການ ເຈົ້າພາບແອັດສະປາຍໂຄຣອາຊີເອັດໂຕນີຣູມານີບຣາຊິວສະຫະລັດອາເມຣິກາສປປ ລາວສະຫະລັດອາຣັບ ເອມິເຣດອາຟຣິ ກາໃຕ້ເອຢິບແທນຊານີກາບົງເບີມູດາ ແລະ ເກາະເຄແມນ.

ໃນຈຳນວນ 48 ທີມ ແບ່ງອອກເປັນ 12 ກຸ່ມກຸ່ມລະ ທີມ ແຂ່ງພົບກັນໝົດແລ້ວຄັດເອົາພຽງທີ ຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ Playoff Gold ຫລື ລາຍການລະດັບສູງສຸດ ຂອງລາຍການສ່ວນທີ ຂອງກຸ່ມໄປແຂ່ງຂັນລະດັບ ດິວິຊັນ 2 ຫລື ລາຍການ Playoff Silver ແລະ ທີ ຂອງແຕ່ລະກຸ່ມ ໄປແຂ່ງຂັນລະດັບ ດິວິຊັນ 3 Playoff Bronze.

ຜ່ານການແຂ່ງຂັນຢ່າງເຂັ້ມຂຸ້ນ ຜົນປາກົດວ່າ ທັບນັກເຕະບານເຍົາວະຊົນລາວ ດັບເບິນຢູໄອຈີ ນາຄາ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຢ່າງສະໝ່ຳສະເໝີ ດ້ວຍການເກັບໄຊຊະນະໃນແຕ່ລະນັດ ຕັ້ງແຕ່ນັດທຳອິດຈົນຮອດຮອບ ທີມສຸດທ້າຍ ເຮັດໃຫ້ສາມາດຜ່ານເຂົ້າສູ່ຮອບ ຊີງຊະນະເລີດໄດ້ສຳເລັດ ໄປພົບກັບ ສະໂມສອນ ເອັບຊີ ໂອດ ເບເລເນັດ (CF os Belenenses) ທີມຈາກເຈົ້າພາບ ປະເທດປັອກຕຸຍການ  ຊຶ່ງຜ່ານການແຂ່ງຂັນກໍຖື ວ່າເປັນໄປຕາມເປົ້າໝາຍ ຢູ-13 ດັບເບິນຢູໄອຈີ ນາຄາ ໂຊຟອມເກັ່ງເອົາຊະນະ ທີມເຈົ້າພາບໄປໄດ້ 2-0 ປະຕູ ຄວ້າແຊັມລາຍການດັ່ງກ່າວ ມາຄອງ ທັງໄດ້ສ້າງຊື່ສຽງ ໃຫ້ກັບປະເທດຊາດໃນເວທີສາກົນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T164759.625
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
ຢ່າລື່ມກົດຕິດຕາມ