pele - 2025-07-11T105547.613
ສຸມໃສ່ດຳເນີນການທົດແທນຄ່າເສຍຫາຍໃຫ້ຜູ້ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ-ໄທ
ຮຽບຮຽງໂດຍ:Pele
ເຜີຍແຜ່: 11 July, 2025

ການດັດແກ້ໃບຕາດິນຂອງໂຄງການທາງລົດໄຟ ລາວ-ໄທ ມີຄວາມຊັກຊ້າເປັນອີກບັນຫາໜຶ່ງທີ່ ສະມາຊິກສະພາປະຊາຊົນນະຄອນຫຼວງ ໃຫ້ຄວາມສົນໃຈ ແລະ ໄດ້ຊັກຖາມໃນກອງປະຊຸມສະໄໝາສາມັນ ເທື່ອ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນວັນທີ 9 ກໍລະກົດ 2025.

 

ຕໍ່ກັບບັນຫາດັ່ງກ່າວ ທ່ານ ອະໂນໄທ ຈັນທະລາສີ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຊີ້ແຈງວ່າ ໂຄງການທາງລົດໄຟ ລາວ-ໄທ ແບ່ງອອກເປັນ 2 ໄລຍະຄື ໄລຍະທີ 1 ໄດ້ດໍາເນີນຊົດເຊີຍ ແລະ ດັດແກ້ໃບຕາດິນສໍາເລັດແລ້ວ ສ່ວນໄລຍະທີ 2 ທາງລົດໄຟມີຄວາມ 7,5 ກິໂລແມັດ ແລ່ນຜ່ານ 5 ບ້ານຄື ບ້ານນາຄວາຍໃຕ້ ບ້ານເມືອງນ້ອຍ ບ້ານສົມສະຫງ່າ ບ້ານໂນນຫວາຍ ແລະ ບ້ານຄໍາສະຫວາດ ໃນເບື້ອງຕົ້ນມີການກໍານົດເຂດສະຫງວນເບື້ອງລະ 40 ແມັດ ມີຈຳນວນຕອນດິນທີ່ຖືກຜົນກະທົບທັງໝົດ 288 ຕອນດິນ ກວມເອົາເນື້ອທີ່ທັງໝົດ 682,031 ຕາແມັດ ລວມມູນຄ່າທົດແທນຄ່າເສຍຫາຍປະມານ 170 ຕື້ກວ່າກີບ ແຕ່ໄດ້ມີການດັດແກ້ຍັບເຂດສະຫງວນເຂົ້າເປັນເບື້ອງລະ 20 ແມັດ ຕາມແຈ້ງການເລກທີ 409/ຫສນຍ ລົງວັນທີ 25 ມີນາ 2020 ໃນນັ້ນມີດິນທີ່ຖືກຜົນກະທົບທັງໝົດ 250 ຕອນດິນ ມີເນື້ອທີ່ດິນ 507.168 ຕາແມັດ ລວມມູນຄ່າທົດແທນຄ່າເສຍຫາຍທັງໝົດ 130 ຕື້ກວ່າກີບ ໃນນີ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນວ ໄດ້ຮັບໃບຕາດິນຈາກຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງໄຊເສດຖາ (ຍທຂ) ມາດັດແກ້ທັງ 56 ຕອນ ດັດແກ້ສໍາເລັດແລ້ວ 41 ຕອນ ຍັງຄ້າງ 15 ຕອນ.

 

ສຳລັບຕອນດິນທີ່ຍັງຄ້າງຕອນໜຶ່ງແມ່ນນອນຢູ່ໃນເຂດໂລກິສຕິກ ສ່ວນອີກ 14 ຕອນແມ່ນຍັງຄາທາງດ້ານເຕັກນິກການວັດແທກ ເຊິ່ງຍັງຄ້າງທັງໝົດ 15 ຕອນນີ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຈະສຸມໃສ່ແກ້ໄຂໃຫ້ສໍາເລັດພາຍໃນເດືອນ ສິງຫາ 2025 ນີ້ ພ້ອມນີ້ກໍຈະໄດ້ສົມທົບນໍາຄະນະຮັບຜິດຊອບທົດແທນຄ່າເສຍຂອງໂຄງການເລັ່ງດຳເນີນການທົດແທນຄ່າເສຍຫາຍ ໃຫ້ຜູ້ໄດ້ຮັບຜົນກະທົບຈາກໂຄງການເພື່ອນໍາເອົາໃບຕາດິນຈໍານວນທີ່ຍັງເຫຼືອອີກ 194 ຕອນ ມາດັດແກ້ຕາມລະບຽບກົດໝາຍ.

 

ທີ່ມາ: ວຽງຈັນໃໝ່

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
pele - 2025-10-30T160813.940
ພະຍາດໄອໄກ່ ສາມາດປ້ອງກັນໄດ້ດ້ວຍວັກຊິນ
pele - 2025-10-30T153437.852
ພົນລະເມືອງ ອີຢູ ຫລາຍກວ່າ 50% ສະໜັບສະໜູນການເປີດກວ້າງກຸ່ມ
site cover1 - 2025-10-30T152648.845
ຄວາມສ່ຽງທີ່ບໍ່ຄວນມອງຂ້າມ ເມື່ອການກົດອະນຸຍາດແອັບພລິເຄຊັນກາຍເປັນຊ່ອງໂຫວ່ຄວາມປອດໄພ
ຢ່າລື່ມກົດຕິດຕາມ