
ຍີ່ປຸ່ນເປີດໂຕຖ້ຳເລິກ 94 ແມັດ ທີ່ສ້າງຂຶ້ນສຳລັບໃຊ້ເປັນທີ່ຕັ້ງຂອງຫໍສັງເກດການພິເສດ ເພື່ອສຶກສາຕົ້ນກຳເນີດຂອງສານທາດໃນປີ 2028
ສະຖາບັນຄົ້ນຄວ້າລັງສີຄອສມິກແຫ່ງມະຫາວິທະຍາໄລໂຕກຽວ (The University of Tokyo’s Institute for Cosmic Ray Research) ຫຼື ICRR ໄດ້ເປີດໂຕຖ້ຳທີ່ມີຄວາມເລິກ 94 ແມັດ ແລະມີເສັ້ນຜ່ານສູນກາງ 69 ແມັດ ຢູ່ເມືອງຮິດະ ແຂວງກິຟຸ ໂດຍຕັ້ງເປົ້າສ້າງຫໍສັງເກດການນິວຕິໂນໃຕ້ດິນ ຫຼື Hyper-Kamiokande Underground Neutrino Observatory
ຫໍສັງເກດການ Hyper-Kamiokande ກຳລັງຖືກສ້າງຂຶ້ນໃຕ້ພູເຂົາທີ່ຄວາມເລິກ 600 ແມັດ ເປັນຫໍສັງເກດການທີ່ໃຊ້ສຳລັບກວດຈັບແລະສຶກສາກ່ຽວກັບອະນຸພາກນິວຕິໂນ ຊຶ່ງຈະຊົນກັບອິເລັກຕອນໃນນ້ຳແລະອະນຸພາກຕ່າງໆ
ພາຍໃນຖ້ຳ ວິສະວະກອນຈະສ້າງຖັງຮູບຮ່າງກະບອກຂະໜາດໃຫຍ່ຫຼວງສູງ 71 ແມັດ ເສັ້ນຜ່ານສູນກາງ 68 ແມັດ ຕິດຕັ້ງຝາປ່ຽງທີ່ມີເຄື່ອງຕົວຈັບແສງຫຼາຍຫມື່ນຕົວ ແລະເຕີມນ້ຳບໍລິສຸດລົງໄປເຖິງ 260,000 ໂຕນ ເພື່ອຕົວຈັບພາບປະຕິກິລິຍາທີ່ອະນຸພາກນິວຕິໂນກະທຳກັບນ້ຳ ເຊິ່ງດ້ວຍພື້ນທີ່ດັ່ງກ່າວ ຈະເຮັດໃຫ້ນັກຄົ້ນຄວ້າສາມາດສັງເກດການໄດ້ແມ່ນຍຳຫຼາຍຂຶ້ນ
ການຄົ້ນຄວ້ານີ້ຫວັງສຶກສາກ່ຽວກັບຕົ້ນກຳເນີດຂອງສານທາດໂດຍສະເພາະ
ເດີມທີຫໍສັງເກດການແຫ່ງນີ້ມີກຳນົດເປີດໃຊ້ງານໃນປີ 2027 ແຕ່ດ້ວຍຕົ້ນທຶນວັດສະດຸທີ່ເພີ່ມຂຶ້ນ ເຮັດໃຫ້ຕ້ອງປ່ຽນການອອກແບບ ແລະເຮັດໃຫ້ກຳນົດການຊ້າລົງໄປ 1 ປີ ໂດຍປັດຈຸບັນການຂຸດຄົ້ນຖ້ຳມີກຳນົດຈະສຳເລັດຮຽບຮ້ອຍໃນເດືອນກໍລະກົດ 2025 ກ່ອນຈະເລີ່ມກໍ່ສ້າງຖັງເປັນລຳດັບຕໍ່ໄປ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














