site cover1 (43)
Meta ເຂົ້າຊື້ບໍລິສັດ Play AI ສ້າງສຽງເວົ້າຄືມະນຸດ
ຮຽບຮຽງໂດຍ:kaling
ເຜີຍແຜ່: 14 July, 2025

Meta ເຂົ້າຊື້ບໍລິສັດ Play AI ສ້າງສຽງເວົ້າຄືມະນຸດ ເສີມແຮງທຸລະກິດ

Meta ກ້າວໄປຂ້າງໜ້າລົງທຶນຄັ້ງໃຫຍ່ໃນສະຕາດອັບ Play AI ຜູ້ຊ່ຽວຊານດ້ານເທັກໂນໂລຢີສ້າງສຽງດ້ວຍ AI ທີ່ຄືກັບມະນຸດຈິງ ເພື່ອເສີມແຮງທຸລະກິດ AI ໂດຍສະເພາະດ້ານສຽງແລະຕົວລະຄອນສົມຈິງ

ການເຂົ້າຊື້ກິດຈະການຄັ້ງນີ້ໄດ້ຮັບການຢືນຢັນແລ້ວຈາກໂຄສົກຂອງ Meta ຕາມລາຍງານຂອງ Bloomberg ໂດຍເອກະສານພາຍໃນລະບຸວ່າ ທີມງານທັງໝົດຂອງ Play AI ຈະເຂົ້າຮ່ວມງານກັບ Meta ໃນອາທິດໜ້າ ໂດຍໄປມີສ່ວນຮ່ວມໃນໂຄງການຕ່າງໆ ທີ່ບໍລິສັດກຳລັງພັດທະນາຢູ່ໃນຕອນນີ້

ບໍລິສັດ Play AI ເປັນສະຕາດອັບທີ່ມີຊື່ສຽງຈາກການສ້າງສຽງເວົ້າທີ່ເປັນທຳມະຊາດ ລວມເຖິງການພັດທະນາແພລດຟອມທີ່ຜູ້ໃຊ້ງານສາມາດສ້າງສຽງໄດ້ງ່າຍແລະໄວ ຊຶ່ງສອດຄ່ອງຢ່າງຫຼາຍກັບແຜນການພັດທະນາຂອງ Meta ໃນກຸ່ມຜະລິດຕະພັນທີ່ກ່ຽວຂ້ອງ ເຊັ່ນ AI Characters, Meta AI, ອຸປະກອນ Wearables ແລະການຜະລິດເນື້ອຫາສຽງຕ່າງໆ

ປະກອບກັບໃນຊ່ວງທີ່ຜ່ານມາ Meta ມີການລົງທຶນເຊີງຮຸກໃນດ້ານ AI ມາຢ່າງຕໍ່ເນື່ອງ ທັງການດຶງຕົວບຸກຄະລາກອນລະດັບສູງຈາກ OpenAI ແລະດີລສຳຄັນກັບ Scale AI ທີ່ໄດ້ອາເລັກຊານເດີ ຫວັງ (Alexandr Wang) ຊີອີໂອ Scale AI ເຂົ້າມານຳທີມໃໝ່ທີ່ເນັ້ນການຄົ້ນຄ້ວາແລະພັດທະນາ Superintelligence ປັນຍາປະດິດຂັ້ນສູງໂດຍສະເພາະ

ຢ່າງໃດກໍຕາມ Meta ຍັງບໍ່ໄດ້ເປີດເຜີຍລາຍລະອຽດກ່ຽວກັບມູນຄ່າການຊື້ກິດຈະການຄັ້ງນີ້ ແຕ່ສຳນັກຂ່າວ Bloomberg ເຄີຍລາຍງານໄປກ່ອນໜ້ານີ້ວ່າທັງສອງບໍລິສັດໄດ້ເຈລະຈາກັນກ່ຽວກັບການລວມກິດຈະການນີ້ມາສັກລະຍະແລ້ວ

ດີລນີ້ສະແດງໃຫ້ເຫັນຢ່າງຊັດເຈນເຖິງທິດທາງແລະຄວາມທະເຍີທະຍານຂອງ Meta ໃນການກ້າວເປັນຜູ້ນຳເທັກໂນໂລຢີ AI ລະດັບໂລກໃນອະນາຄົດ ໂດຍສະເພາະການສ້າງສານປະສົບການສຽງທີ່ໃກ້ຄຽງກັບມະນຸດໃຫ້ກັບຜູ້ໃຊ້ງານແພລດຟອມຕ່າງໆ ຂອງບໍລິສັດ

ຂ່າວຈາກ: ກົດເພື່ອອ່ານ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 5 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
662.12
672.32
european-union
EUR
24,055
24,537
china
CNY
2,933
2,991
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-05T145102.231
ບໍລິສັດກ້ວຍລາວ ເປີດສາງສິນຄ້າ ໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ
VP-Square (3)
ການແຂ່ງຂັນກິລາຕີບານຍິງ ຊິງແຊ້ມໂລກ 2025 ທີ່ປະເທດໄທ ຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນລະຫວ່າງວັນທີ່ 22 ສິງຫາ - 7 ກັນຍາ 2568
pele - 2025-09-05T133750.577
ກວດພົບ ແລະ ທຳລາຍລະເບີດ ບົ່ມບີ້-ລູກປືນຄົກ ຢູ່ສວນກາເຟຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ.
pele - 2025-09-05T131612.944
ແຈ້ງການມອດໄຟ ວັນທີ 6/9/2025
pele - 2025-09-05T105936.521
ຄະນະບໍລິຫານງານພັກແຂວງຈໍາປາສັກ ດຳເນີນຊີວິດການເມືອງທ້າຍສະໄໝທີ VIII
pele - 2025-09-05T103604.703
ເມືອງຫົງສາ ຫາລືການສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງ ແຂວງໄຊຍະບູລີ
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
VP-Square (2)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
ຢ່າລື່ມກົດຕິດຕາມ