pele - 2025-07-14T150633.402
ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ ຄັ້ງທີ 13 ໃນວັນທີ 11 ກໍລະກົດ 2025 ທີ່ ກົວລາລຳເປີ, ມາເລເຊຍ.
ຮຽບຮຽງໂດຍ:Pele
ເຜີຍແຜ່: 14 July, 2025
ໝວດ: ຂ່າວ

ໃນວັນທີ 11 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ສ.ເກົາຫລີ ຄັ້ງທີ 13 ທີ່ ກົວລາລຳເປີ, ປະເທດມາເລເຊຍ, ໂດຍການເປັນປະທານຮ່ວມຂອງ ທ່ານ Bui Thanh Son, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ສສ ຫວຽດນາມ ແລະ ທ່ານ Park Yoonjoo, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫລີ, ຊຶ່ງມີບັນດາລັດຖະມົນຕີ ແລະ ຫົວໜ້າຄະນະຜູ້ແທນຈາກບັນດາປະເທດສະມາຊິກແມ່ນໍ້າຂອງ ຄື: ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ.ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

 

 

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຕ່າງໆ ພາຍໃຕ້ແຜນປະຕິບັດງານຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ 2021-2025 (Plan of Action 2021-2025) ໂດຍປິ່ນອ້ອມ 7 ຂົງເຂດການຮ່ວມມືບູລິມະສິດ ຄື: 1). ວັດທະນະທໍາ ແລະ ການທ່ອງທ່ຽວ, 2). ການພັດທະນາຊັບພະຍາກອນມະນຸດ, 3). ກະສິກໍາ ແລະ ການພັດທະນາຊົນນະບົດ, 4). ພື້ນຖານໂຄງລ່າງ, 5). ເຕັກໂນໂລຊີ ແລະ ການສື່ສານ, 6). ດ້ານສິ່ງແວດລ້ອມ ແລະ 7). ສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ເຊັ່ນ: ຮ່າງແຜນປະຕິບັດງານຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫລີ ສະບັບໃໝ່ 2026-2030 ແລະ ແຜນການຈັດກອງປະຊຸມສຸດຍອດແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 3 ໃນທ້າຍປີ 2025. ໃນໄລຍະຜ່ານມາ, ສປປ ລາວ ໄດ້ຮັບການສະໜັບສະໜູນໂຄງການພາຍໃຕ້ກອງທຶນຂອບການຮ່ວມມືແມ່ນ້ຳຂອງ-ສ. ເກົາຫລີ (Mekong-Republic of Korea Cooperation Fund – MKCF) ຈຳນວນ 9 ໂຄງການ ມູນຄ່າທັງໝົດ 3.6 ລ້ານກວ່າໂດລາສະຫະລັດ. ແລະໃນປີ 2025 ນີ້, ສ. ເກົາຫລີ ໄດ້ອະນຸມັດໂຄງການພາຍໃຕ້ກອງທຶນຂອບການຮ່ວມມືດັ່ງກ່າວ ຈຳນວນ 02 ໂຄງການ ມູນຄ່າ 949.000 ກວ່າໂດລາສະຫະລັດ ເຂົ້າໃນການຈັດຕັ້ງປະຕິບັດໂຄງການສົ່ງເສີມການຜະລິດກາເຟໃນອະນຸພາກພື້ນແມ່ນ້ຳຂອງ ຂອງ ສປປ ລາວ ແລະ ສສ.ຫວຽດນາມ ແລະ ໂຄງການພັດທະນາກະສິກຳ ແລະ ການປະມົງຂອງຊຸມຊົມຂອງ ມະຫາວິທະຍາໄລ ແຂວງສະຫວັນນະເຂດ, ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນມີນາ 2025 ເປັນຕົ້ນມາ.

 

 

ໃນກອງປະຊຸມຄັ້ງນີ້, ທ່ານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ລັດຖະບານ ສ. ເກົາຫລີ ທີ່ໄດ້ສືບຕໍ່ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ໃນພາກພື້ນແມ່ນ້ຳຂອງ, ລວມທັງ ສປປ ລາວ. ພ້ອມທັງສະເໜີ ໃຫ້ ສ. ເກົາຫລີ ສືບຕໍ່ສົ່ງເສີມ ແລະ ຮັດແໜ້ນການຮ່ວມມື ລະຫວ່າງ ສ. ເກົາຫລີ ແລະ ປະເທດສະມາຊິກແມ່ນ້ຳຂອງໃນຕໍ່ໜ້າ.

 

ຂ່າວ,ພາບ: ກົມການຂ່າວ ກະຊວງການຕ່າງປະເທດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 14 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,411
21,686
thailand (1)
THB
656.48
666.59
european-union
EUR
23,922
24,401
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-14T164534.318
ສະແດງສີລະປະວັດທະນະທຳຮ່ວມໃຈ ໄທ - ລາວ
site cover1 (45)
Yahoo ກຽມກັບມາຄືນໃໝ່ໃນໂລກອອນໄລນ໌ອີກຄັ້ງ ດ້ວຍແຜນການຍິ່ງໃຫຍ່ໃນຍຸກ AI
pele - 2025-07-14T153927.552
ນະຄອນຫຼວງວຽງຈັນ ຈັດກິດຈະກຳ ເຕັ້ນແອໂຣບິກ ສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 59 ປິ
pele - 2025-07-14T150633.402
ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ ຄັ້ງທີ 13 ໃນວັນທີ 11 ກໍລະກົດ 2025 ທີ່ ກົວລາລຳເປີ, ມາເລເຊຍ.
site cover1 (44)
ດູໄບກະກຽມເປີດຮ້ານ "WOOHOO" ຮ້ານອາຫານທຳອິດຂອງໂລກທີ່ໃຊ້ພໍ່ຄົວ AI
site cover1 (43)
Meta ເຂົ້າຊື້ບໍລິສັດ Play AI ສ້າງສຽງເວົ້າຄືມະນຸດ
Copy of Horizontal - Vientianepost
ຍີ່ປຸ່ນສ້າງຖ້ຳເລິກ 94 ແມັດ ຫວັງສຶກສາ "ຕົ້ນກຳເນີດຂອງສານທາດ"
_cover - 2025-07-11T155041.467
ແຈ້ງມອດໄຟຟ້າ ວັນທີ11-13 ກໍລະກົດ 2025
pele - 2025-07-11T114748.148
ເມືອງສາມັກຄີໄຊ ກຽມລູກປາ 63 ພັນໂຕ ເພື່ອປ່ອຍຄືນສູ່ແຫລ່ງນໍ້າທໍາມະຊາດ
pele - 2025-07-11T105547.613
ສຸມໃສ່ດຳເນີນການທົດແທນຄ່າເສຍຫາຍໃຫ້ຜູ້ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ-ໄທ
ຢ່າລື່ມກົດຕິດຕາມ