ຂ່າວ-Tou-Vientianepost - 2023-05-15T100409.047
ເກີດເຫດໄປລ່າສັດແຕ່ຍິງຖືກກັນເສຍຊີວິດ ຢູ່ເຂດບ້ານກໍເພັນ ເຂດກຸ່ມຊຽງແຂງ ເມືອງສິງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 15 May, 2023
ໝວດ: ຂ່າວ

ປກສ ເມືອງສິງ ແຂວງ ຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 3 ມີນາ 2023 ມີເຫດການຍິງຖືກກັນເສຍຊິວິດ ຢູ່ຟາມງົວ ຢູ່ເຂດບ້ານກໍເພັນ ເຂດກຸ່ມຊຽງແຂງ ເມືອງສິງ ພາຍຫຼັງທີ່ເຈົ້າໜ້າທີ່ໄດ້ຮັບແຈ້ງກໍລົງກວດກາສະຖານທີ່ເກີດເຫດຕົວຈິງ ຈຶ່ງພົບຜູ້ເສຍຊີວິດ 1 ຄົນ ຊື່ທ້າວ ປໍຍໍ ອາຍຸ 45 ປີ ອາຊີບ ກຳມະກອນ ພົບເຫັນມີຮ່ອງຮ່ອຍລູກໂດດ ຖືກຍິງທີ່ກະໂຫຼກຫົວທາງຫຼັງ ຈຳນວນ 3 ລູກເຂົ້າ

ບ່ອນດຽວກັນ ມີຄວາມຍາວ 2,5 ຊັງຕິແມັດ ກ້ວາງ 1,2 ຊັງຕີແມັດ ມີຮ່ອງຮອຍຈຸດລູກປືນສອດອອກໜ້າຜາກ 1 ຈຸດໃຫຍ່ ມີຄວາມຍາວ 3 ຊັງຕີແມັດ ກ້ວາງ 2 ຊັງຕີແມັດ ພ້ອມທັງກັກຕົວຜູ່ກໍ່ເຫດໄດ້ 1 ຄົນ ຊື່ທ້າວ ອາກອງ ອາຍຸ 19 ປີ ອາຊີບ ກຳມະກອນ ທັງ 2 ຄົນ ແມ່ນຢູ່ ບ້ານອ້າຍຢາງ ເມືອງລອງ ແຂວງຫຼວງນ້ຳທາ.

ຈາກເຫດການດັ່ງກ່າວ ທ້າວ ອາກອງ ໄດ້ໃຫ້ການຕໍ່ເຈົ້າໜ້າທີວ່າ: ໃນຄັ້ງວັນທີ 2 ມີນາ 2023 ເວລາປະມານ 12 ໂມງ ທ້າວ ປໍຍໍ (ຜູ້ເສຍຊິວິດ) ເຊິ່ງເປັນພີ່ນ້ອງກັນ ທີ່ໄດ້ຮັບຈ້າງລ້ຽງງົວໃຫ້ກັບຄົນ ບ້ານເອີຫຼ້າໃໝ່ ໄດ້ໂທມາຫາແມ່ຂອງຕົນວ່າ ປັດຈຸບັນ ໄດ້ຈັບຄວາຍໄວ້ຢູ່ຄອກຈຳນວນໜຶ່ງ ຖ້າຜູ້ໃດທັນແມ່ນໃຫ້ພາກັນມາເບິ່ງ ເຊິ່ງອາດແມ່ນຄວາຍ ຈຳນວນທີ່ຊອກບໍເຫັນນັ້ນ ຈາກນັ້ນຜູ້ກ່ຽວກໍໄດ້

ກິນເຂົ້າທ່ຽງແລ້ວ ກະກຽມເອົາເຄື່ອງໃຊ້ທີ່ຈຳເປັນ ແລະ ປືນແກບ 1 ກະບອກ ຍ່າງອອກໄປຫາຟາມງົວທີ່ ທ້າວ ປໍຍໍ (ຜູ້ເສຍຊິວິດ) ຢູ່ ເຊິ່ງໃຊ້ເວລາຍ່າງໄປ 1 ຊົ່ວໂມງ ໃນເມື່ອໄປຮອດແລ້ວທັງ 2 ຄົນ ໄດ້ພາກັນໄປເບິ່ງຄວາຍ ເຊິ່ງແມ່ນຄວາຍຂອງຜູ້ກ່ຽວ 4 ໂຕ ແຕ່ຍັງບໍທັນຄົບ ຈາກນັ້ນທັງສອງກໍໄດ້ລົມກັນ ວ່າມື້ນີ້ແມ່ນມືດແລ້ວ ພາກັນພັກຜ່ອນກ່ອນ ມື້ອື່ນຕອນເຊົ້າແລ້ວຄ່ອຍໄປຊອກຕື່ມ.

ພໍຕົກມາຮອດຕອນເຊົ້າຂອງວັນທີ 3 ມີນາ 2023 ເວລາປະມານ 10 ໂມງ ທັງ 2 ຕົນຈຶ່ງໄດ້ພາກັນກະກຽມເຄື່ອງໃຊ້ທີ່ຈຳເປັນ ພ້ອມກັບປືນແກບ ຄົນລະ 1 ກະບອກ ແລ້ວອອກໄປຊອກຫາຄວາຍ ພໍຮອດເວລາປະມານ 14 ໂມງ ພວກກ່ຽວແມ່ນໄດ້ຍິນສຽງໄກ່ປ່າເຂ່ຍໃບໄມ້ ຢູ່ບໍລິເວນຂອບເຂດນັ້ນ ທັງສອງຈຶ່ງໄດ້ພາກັນກະກຽມຫ້າງປື້ນຈອບຍິງ ຕົນແມ່ນໄດ້ຢູ່ທາງຫຼັງ ຂອງຜູ້ເສຍຊິວິດ ຢືນຫ່າງກັນ

ໃນໄລຍະປະມານ 2 ແມັດ ພ້ອມທັງຫັນປາຍປືນໄປຫາທາງສຽງສັດ ໃນເວລານັ້ນຜູ້ເສຍຊິວິດໄດ້ຢູ່ທ່ານັ້ງ ແລ້ວໄດ້ເກາະໄກປືນຍິງໃສ່ໂຕຟານ 1 ບາດ ແລ້ວເຫັນໂຕຟານແລ່ນລົງມາທາງໜ້າຂອງພວກກ່ຽວ ຕົນຈຶ່ງໄດ້ເກາະໄກປືນຍິງໂຕຟານເພື່ອຍິງຊ້ຳໃຫ້ມັນຕາຍ ເວລາເກາະປືນນັ້ນ ຜູ້ເສຍຊິວິດໄດ້ຢືນຂຶ້ນກະທັນຫັນ ເຮັດໃຫ້ລູກປືນຂອງຕົນຖືກໃສ່ບໍລິເວນຫົວ ຂອງຜູ້ເສຍຊີວິດ ແລ້ວເຮັດໃຫ້ຜູ້ເສຍຊິວິດ

ລົ້ມລົງກັບພື້ນ ກິ້ງລົງພູໄປປະມານ 1 ແມັດ ແລ້ວຕົນຈຶ່ງໄດ້ຟ້າວລົງໄປ ອຸ້ມເອົາຮ່າງຂອງຜູ້ເສຍຊິວິດ ແຕ່ສັງເກດເຫັນວ່າມີເລືອດໄຫຼອອກຈາກຫົວເປັນຈຳນວນຫຼາຍ ຄາດວ່າບໍ່ມີໂອກາດລອດແລ້ວ ຕົນຈຶ່ງໄດ້ແລ່ນ ກັບໄປຟາມງົວ ແລ້ວບອກໃຫ້ຄອບຄົວຜູ້ເສຍຊິວິດ ແລະ ປະຊາຊົນ ບ້ານກໍເພນ ມາຊ່ວຍນຳເອົາຮ່າງ ຜູ້ເສຍຊິວິດ ກັບໄປຟາມງົວ.

ປັດຈຸບັນ ທາງເຈົ້າໜ້າທີ່ສືບສວນ-ສອບສວນຄະດີອາຍາ ປກສ ເມືອງສິງ ໄດ້ສົ່ງຜູ້ກ່ຽວໃຫ້ທາງ ກອງບັນຊາການ ປກສ ແຂວງ ສືບຕໍ່ດຳເນີນຄະດີຕາມລະບຽບກົດໝາຍ.

ທີ່ມາ ສະຖານີວິທະຍຸກະຈາຍສຽງ ເມືອງສິງ ແຂວງຫຼວງນໍ້າທາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 14 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,535
21,812
thailand (1)
THB
660.13
672.01
european-union
EUR
23,996
24,476
china
CNY
2,931
2,989
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-14T154524.753
3 ກອງທັບຊ້ອມກອບກູ້ໄພພິບັດກອງທັບກຳປູເຈຍ-ລາວ-ຫວຽດນາມຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກ
pele - 2025-10-14T152722.978
ກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ
jane - 2025-10-14T145253.821
ສິ່ງທີ່ຄວນຮູ້ໃຊ້ໄດ້ຈິງໃນຊ່ວງທີ່ຝົນຕົກ ແລະ ພາຍຸເຂົ້າແບບນີ້ ມາເບິ່ງວິທີລອດຊີວິດເມື່ອເກີດພະຍຸຝົນຟ້າຄະນອງ ມີຟ້າຜ່າ
jane - 2025-10-14T144602.971
ເພີ່ມທະວີປຸກຈິດສຳນຶກ ຊາວໜຸ່ມ-ເຍົາວະຊົນ ເຫັນໄດ້ ເຖິງພິດໄພ-ຜົນຮ້າຍຂອງສິ່ງເສບຕິດ ດ້ວຍຫລາຍຮູບການ
pele - 2025-10-14T115952.620
ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ
jane - 2025-10-14T104257.431
ແຂວງວຽງຈັນມີແຈ້ງການ ໃຫ້ໂຈະບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານຄາຣາໂອເກະ ວັນທີ 14-17 ຕຸລາ 2025
pele - 2025-10-14T101955.044
ແຈ້ງການມອດໄຟ ວັນທີ15/10/2025
jane - 2025-10-14T101748.494
ລາຍງານເຫດການເກີດແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງປະຈໍາວັນທີ 13 -14 ຕຸລາ 2025
jane - 2025-10-14T094131.337
ສະແດງທົດລອງ ຄັ້ງທີ 2 ການເດີນຂະບວນສວນສະໜາມ ສະຫຼອງວັນຊາດຄົບຮອບ 50 ປີ.
jane - 2025-10-14T091820.873
ສະພາບອາກາດປະຈໍາເຊົ້າວັນທີ 14 ຕຸລາ 2025
ຢ່າລື່ມກົດຕິດຕາມ