site cover1 (44)
ດູໄບກະກຽມເປີດຮ້ານ "WOOHOO" ຮ້ານອາຫານທຳອິດຂອງໂລກທີ່ໃຊ້ພໍ່ຄົວ AI
ຮຽບຮຽງໂດຍ:kaling
ເຜີຍແຜ່: 14 July, 2025

ດູໄບກະກຽມເປີດໂຕຮ້ານອາຫານແນວໃໝ່ຊື່ວ່າ “WOOHOO” ໃນເດືອນກັນຍານີ້ ໂດຍຕັ້ງຢູ່ໃຈກາງເມືອງ ໃກ້ກັບຕຶກເບີດຈະຄາລິຟາ ຈຸດເດັ່ນຂອງຮ້ານແມ່ນການໃຊ້ AI ພໍ່ຄົວທີ່ມີຊື່ວ່າ “Chef Aiman” ໃນການອອກແບບປະສົບການທຸກຢ່າງ ຕັ້ງແຕ່ເມນູອາຫານ ບັນຍາກາດ ໄປຈົນເຖິງການບໍລິການ

ຮ້ານອາຫານທຳອິດຂອງໂລກທີ່ໃຊ້ພໍ່ຄົວ AI

Chef Aiman ແມ່ນໂມເດລ AI ຂະໜາດໃຫຍ່ທີ່ຖືກຝຶກມາຈາກຂໍ້ມູນດ້ານວິທະຍາສາດອາຫານ ງານຄົ້ນຄວ້າກ່ຽວກັບອົງປະກອບເຊິງໂມເລກຸນຂອງວັດຖຸດິບ ແລະສູດອາຫານກວ່າພັນລາຍການຈາກຫຼາຍຫຼາກວັດທະນະທຳທົ່ວໂລກ ເຖິງແມ່ນວ່າ Aiman ຈະບໍ່ສາມາດລິ້ມລົດຊາດ ຫຼືດົມກິ່ນໄດ້ເໝືອນກັບພໍ່ຄົວມະນຸດ ແຕ່ລະບົບສາມາດວິເຄາະອາຫານໂດຍແຍກອອກເປັນອົງປະກອບຢ່າງລົດຊາດ ເນື້ອສຳຜັດ ຄວາມສົ້ມ ຫຼືຄວາມເຢັນ ກ່ອນຈະປະກອບຮ່າງເປັນສູດໃໝ່ທີ່ຄາດບໍ່ເຖິງ

ສູດຕົ້ນແບບເຫຼົ່ານີ້ຈະຖືກນຳມາທົດສອບໂດຍທີມພໍ່ຄົວຈິງພາຍໃຕ້ການດູແລຂອງພໍ່ຄົວຊື່ດັງປະຈຳດູໄບ “Reif Othman” ຊຶ່ງຈະຊ່ວຍໃຫ້ AI ເຂົ້າໃຈຄວາມມັກຂອງມະນຸດໃນເຊິງປະຕິບັດຫຼາຍຂຶ້ນ

ໃຊ້ AI ບໍ່ແມ່ນເພື່ອມາແທນທີ່ມະນຸດ

ຜູ້ຮ່ວມກໍ່ຕັ້ງຮ້ານ ແລະ CEO ຂອງບໍລິສັດ Gastronaut ຄືນາຍ Ahmet Oytun Cakir ຢືນຢັນວ່າ ເປົ້າໝາຍຂອງການໃຊ້ AI ບໍ່ແມ່ນເພື່ອມາແທນທີ່ມະນຸດ ແຕ່ເພື່ອຂະຫຍາຍຂອບເຂດຄວາມຄິດສ້າງສັນຂອງພໍ່ຄົວ ແລະເພີ່ມສັກກະຍະພາບການໃຊ້ວັດຖຸດິບຢ່າງຄຸ້ມຄ່າ

Chef Aiman ຍັງຖືກອອກແບບໃຫ້ສາມາດສ້າງສູດຈາກວັດຖຸດິບທີ່ມັກຖືກທິ້ງ ເຊັ່ນ ເສດເນື້ອ ຫຼືໄຂມັນ ເພື່ອຊ່ວຍຫຼຸດຜ່ອນຂີ້ເຫຍື້ອອາຫານ ແລະສົ່ງເສີມຄວາມຍືນຍົງໃນທຸລະກິດຮ້ານອາຫານ

ໃນໄລຍະຍາວ ຜູ້ພັດທະນາວາງແຜນທີ່ຈະເປີດໃຫ້ຮ້ານອາຫານອື່ນໆ ທົ່ວໂລກສາມາດນຳໃຊ້ Chef Aiman ໄດ້ໃນຮູບແບບລິຂະສິດ ຊຶ່ງອາດຈະກາຍເປັນກ້າວໃໝ່ໃນການປັບປຸງການຈັດການຫ້ອງຄົວ ຫຼຸດຜ່ອນຂອງເສຍ ແລະສ້າງປະສົບການການກິນທີ່ແປກໃໝ່ບໍ່ເໝືອນໃຜ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 5 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
662.12
672.32
european-union
EUR
24,055
24,537
china
CNY
2,933
2,991
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-05T145102.231
ບໍລິສັດກ້ວຍລາວ ເປີດສາງສິນຄ້າ ໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ
VP-Square (3)
ການແຂ່ງຂັນກິລາຕີບານຍິງ ຊິງແຊ້ມໂລກ 2025 ທີ່ປະເທດໄທ ຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນລະຫວ່າງວັນທີ່ 22 ສິງຫາ - 7 ກັນຍາ 2568
pele - 2025-09-05T133750.577
ກວດພົບ ແລະ ທຳລາຍລະເບີດ ບົ່ມບີ້-ລູກປືນຄົກ ຢູ່ສວນກາເຟຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ.
pele - 2025-09-05T131612.944
ແຈ້ງການມອດໄຟ ວັນທີ 6/9/2025
pele - 2025-09-05T105936.521
ຄະນະບໍລິຫານງານພັກແຂວງຈໍາປາສັກ ດຳເນີນຊີວິດການເມືອງທ້າຍສະໄໝທີ VIII
pele - 2025-09-05T103604.703
ເມືອງຫົງສາ ຫາລືການສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງ ແຂວງໄຊຍະບູລີ
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
VP-Square (2)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
ຢ່າລື່ມກົດຕິດຕາມ