
ເມື່ອບໍ່ດົນມານີ້, ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເປັນປະທານເປີດງານການສະແດງສີລະປະວັດທະນະທຳຮ່ວມໃຈ ໄທ-ລາວ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງໄທ – ສປປ ລາວ ຄົບຮອບ 75 ປີ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມຂອງ ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໂດຍມີແຂກຖືກເຊີນເຂົ້າຮ່ວມຮັບຊົມ.
ການສະແດງສີລະປະວັດທະນະທຳຮ່ວມໃຈ ໄທ-ລາວ ປະກອບດ້ວຍ: 1. ການສະແດງຜົນງານຂອງຜູ້ເຂົ້າຮ່ວມການປະກວດຜົນງານສີລະປະ “75 ປີ ແຫ່ງຄວາມງົດງາມຂອງສາຍພົວພັນໄທ-ລາວ” ທັງໝົດ 76 ຮູບ ແລະ ຜົນງານຂອງສິນລະປິນໄທ ທີ່ເຂົ້າຮ່ວມ Workshop ແຕ້ມຮູບທີ່ສະຖານກົງສູນໃຫຍ່ ປະຈຳແຂວງສະຫວັດນະເຂດ ລະຫວ່າງວັນທີ 4-6 ພຶດສະພາ 2025 ອີກກວ່າ 50 ຜົນງານ. ໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສປປ ລາວ ແລະ ຕາງໜ້າ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ສປປ ລາວ ໄດ້ມອບຖ້ວຍລາງວັນຂອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ສປປ ລາວ ໃຫ້ແກ່ຜູ້ຊະນະການປະກວດຜົນງານສິລະປະ ຈຳນວນ 9 ຄົນດ້ວຍ, 2. ການບັນເລງດົນຕີຄາດຊິກຮ່ວມກັນລະຫວ່າງອາຈານຈາກວິທະຍາໄລດຸຣິຍາງຄະສິນ, ມະຫາວິທະຍາໄລມະຫິດົນ ແລະ ອາຈານ, ນັກຮຽນຈາກວິທະຍາໄລສີລະປະແຫ່ງຊາດ ສປປ ລາວ ຊຶ່ງສະຖານເອກອັກຄະຣາຊະທູດ ຮ່ວມກັບວິທະຍາໄລດຸຣິຍາງຄະສິນ ຈັດການອົບຮົມດ້ານດົນຕີຄາດຊິກໃຫ້ແກ່ບຸກຄະລາກອນຂອງວິທະຍາໄລສີລະປະແຫ່ງຊາດ ສປປ ລາວ ລະຫວ່າງວັນທີ 7-9 ກໍລະກົດ 2025 ເພື່ອພັດທະນາທັກສະ ແລະ ເຕັກນິກການໃຊ້ເຄື່ອງດົນຕີຄາດຊິກໃຫ້ແກ່ຄະນະອາຈານ ແລະ ນັກຮຽນຂອງວິທະຍາໄລສີລະປະແຫ່ງຊາດ ສປປ ລາວ, 3. ການສະແດງລຳໂນຣາ ໂດຍຜູ້ຊ່ວຍສາສະດາຈານທຳມະນິດ ນິຄົມຣັດ ສິລະປິນແຫ່ງຊາດ ປີ 2021 ແລະ ຄະນະການສະແດງຟ້ອນລຳວົງລາວ
ໂດຍກອງສີລະປະກອນແຫ່ງຊາດ ຊຶ່ງສະແດງເຖິງສີລະປະວັດທະນະທຳທີ່ເປັນເອກະລັກຂອງທັງສອງປະເທດ ແລະ ທັງສອງການສະແດງ ໄດ້ຖືກຮັບຮອງການຂຶ້ນທະບຽນເປັນມໍລະດົກວັດທະນະທຳທີ່ຈັບຕ້ອງບໍ່ໄດ້ຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (ອົງການອຸຍເນັດສະໂກ) ສະຖານເອກອັກຄະຣາຊະທູດ ໂດຍການຮ່ວມມືຂອງກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດກິດຈະກຳທີ່ຫຼາກຫຼາຍດ້ານສິລະປະວັດທະນະທຳ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງໄທ – ສປປ ລາວ ຕະຫຼອດທັງປີ 2025 ດ້ວຍການຮ່ວມມື ແລະ ການສະໜັບສະໜູນຈາກຄະນະສິນລະປິນໄທ ນຳໂດຍອາຈານ ອຳມາລິດ ຊູສຸວັນ ສິລະປິນແຫ່ງຊາດ ສາຂາທັດສະນະສິນ (ຈິດຕະກຳ-ສື່ປະສົມ) ປະຈຳປີ 2020, ວິທະຍາໄລດຸຣິຍາງຄະສິນ, ມະຫາວິທະຍາໄລມະຫິດົນ, ມູນນິທິສົງຂາເມືອງເກົ່າ, ມູນນິທິສິຄະລິນເພື່ອການພັດທະນາ ແລະ ສະມາຄົມສິລະປິນອີສານ.
ຂ່າວ: ສະຖານທູດໄທປະຈຳລາວ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.10 | 668.63 |
![]() EUR | 24,323 | 24,810 |
![]() CNY | 2,948 | 3,007 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 47,580,000 | 48,110,000 |
![]() | 46,965,000 | 48,219,000 |