pele - 2025-07-15T094902.648
ອຸທິຍານແຫ່ງຊາດຫີນໜາມໜໍ່ ຖືກຮັບຮອງເປັນມໍຣະດົກໂລກຢ່າງເປັນທາງການແລ້ວ
ຮຽບຮຽງໂດຍ:Pele
ເຜີຍແຜ່: 15 July, 2025
ໝວດ: ຂ່າວ

ໃນວັນທີ 13 ກໍລະກົດ ນີ້, ໃນກອງປະຊຸມຄະນະກໍາມະການມໍຣະດົກໂລກ ຄັ້ງທີ 47 ທີ່ ປາຣີ ປະເທດຝຣັ່ງໄດ້ຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ຊຶ່ງຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ຂອງສປປ ລາວ ເປັນພື້ນທີ່ມໍຣະດົກໂລກແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ ຢ່າງເປັນທາງການ.

 

 

ການຂຶ້ນທະບຽນເປັນມໍຣະດົກໂລກໃນຄັ້ງນີ້ ເກີດຈາກການຮັບຮອງຄຸນຄ່າທີ່ໂດດເດັ່ນລະດັບສາກົນຂອງຫີນ ໜາມໜໍ່ ຊຶ່ງເປັນໜຶ່ງໃນພູມິປະເທດທີ່ເກົ່າແກ່ ແລະ ໂດດເດັ່ນທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້, ຖໍ້າມະຫັດສະຈັນເຊບັ້ງໄຟ ທີ່ຍາວເຖິງ 6.4 ກິໂລແມັດ. ເປັນແຫຼ່ງທີ່ຢູ່ອາໄສອັນສຳຄັນຂອງສັດທີ່ຫາຍາກ ແລະ ໃນບັນຊີໃກ້ສູນພັນເຊັ່ນ: ນົກກົກຄໍຄຳ, ຂະຍຸ (ໜູຫີນ) ແລະ ທະນີແກ້ມຂາວຖິ່ນໃຕ້.

 

 

ການຍອມຮັບໃນລະດັບໂລກນີ້ ເປັນຜົນມາຈາກຄວາມຮ່ວມມືຫຼາຍປີລະຫວ່າງລັດຖະບານລາວ, ຊຸມຊົນທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາສາກົນດ້ວຍການສະໜັບສະໜູນຢ່າງມີຍຸດທະສາດຈາກກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາແຫ່ງສະຫະພັນສາທາລະນະລັດ ເຢຍລະມັນ (BMZ) ແລະ ສະຫະພາບເອີຣົບ.

 

 

ສິ່ງທີ່ເຮັດໃຫ້ຫີນໜາມໜໍ່ໂດດເດັ່ນຍິ່ງຂຶ້ນບໍ່ແມ່ນຄວາມອຸດົມສົມບູນທາງລະບົບນິເວດເທົ່ານັ້ນ ແຕ່ມັນຍັງເປັນຕົ້ນແບບສໍາລັບການຮ່ວມມືຂ້າມຊາຍແດນ, ການເຊື່ອມໂຍງຂອງລະບົບນິເວດລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ຄວາມສຳເລັດໃນຄັ້ງນີ້ເປັນຕົວພິສູດວ່າການຮ່ວມມືລະຫວ່າງປະເທດ, ການນໍາພາລະດັບຊາດ ແລະ ການມີສ່ວນຮ່ວມຢ່າງຈິງຈັງຂອງຊຸມຊົນທ້ອງຖິ່ນ ສາມາດນຳໄປສູ່ຜົນລຳເລັດທາງດ້ານການອະນຸລັກ ແລະ ການພັດທະນາທີ່ຍືນຍົງໄດ້ຢ່າງແທ້ຈິງ.

 

ຂໍຂອບໃຈຂ່າວຈາກ: Khammouane News, Vichai Darasavong, Chinda Otv

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 20 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.10
668.63
european-union
EUR
24,323
24,810
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 20 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,580,000
48,110,000
46,965,000
48,219,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-20T135048.115
ຕົ້ນເດືອນພະຈິກ ເລີ່ມສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V
jane - 2025-10-20T130720.703
ແຈ້ງເຕືອນໄພ ພາຍຸໝູນເຂດຮ້ອນ ເຟິງເຊິນ (Fengshen)
pele - 2025-10-20T102507.330
WEF ຄາດວ່າການລົງທຶນ AI ທົ່ວໂລກ ຈະລື່ນກາຍ 500 ຕື້ໂດລາ
jane - 2025-10-20T105313.768
ເຫດການແຜ່ນດິນໄຫວ ປະຈຳວັນທີ 20 ຕຸລາ 2025
pele - 2025-10-20T104445.789
ກຳປູເຈຍ: ປາບປາມການຫລອກລວງອອນລາຍ
jane - 2025-10-20T093332.560
ພະຍາກອນອາກາດ ປະຈຳວັັນທີ 20 ຕຸລາ 2025
istock-1271713477(1)
4 ອາຫານທີ່ບໍ່ຄວນ “ເກັບຄ້າງຄືນ” ອຸ່ນຊ້ຳກໍຍັງສ່ຽງອັນຕະລາຍ ຢ່າເສຍດາຍ ໃຫ້ຖິ້ມໄປເລີຍ!
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
ຢ່າລື່ມກົດຕິດຕາມ