pele - 2025-07-15T104405.053
ສັງ​ເກດ​ເບິ່ງ​ກຳ​ລັງ​​ແຮງແຫ່ງ​ການ​ແລກ​ປ່ຽນ​ເຊື່ອມ​ໂຍງ​ທາງ​ອະ​ລິ​ຍະ​ທຳ​ ຈາກ​ຄວາມ​ນິ​ຍົມ​ການ​ທ່ອງ​ທ່ຽວ​ຢູ່ຫຼວ​ງ​ພະ​ບາງ
ຮຽບຮຽງໂດຍ:Pele
ເຜີຍແຜ່: 15 July, 2025

ເມື່ອກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຂອງ​ການ​ສົນ​ທະ​ນາ​​ລະ​ຫວ່າງອະ​ລິ​ຍະ​ທຳ​ທົ່ວ​ໂລກ​ ລົງ​ເລິກ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ “ຮັກ​ສາ​ຄວາມຫຼາກຫຼາຍ​ຂອງ​ອະ​ລິ​ຍະ​ທຳ​ມະ​ນຸດ ຮ່ວມ​ກັນ​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ໂລກ”, ຂ່າວດີ​ຈາກຫຼວງ​ພະ​ບາງ​ທີ່​ເປັນ​​ເມືອງມໍ​ລະ​ດົກ​​ໂລກ​ຂອງ​ປະ​ເທດ​ລາວ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຫົວ​ຂໍ້​ດັ່ງ​ກ່າວ ເຊິ່ງ​ກໍ​ຄື: ໃນ​ຫົກ​ເດືອນ​ຕົ້ນ​ປີ​ນີ້, ນະ​ຄອນຫຼວງ​ພະ​ບາງ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວຫຼາຍກວ່າ 1,9 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 109,75% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີຜ່​ານ​ມາ, ຈີນ ໄທ ຝ​ຣັ່ງ ສ ເກົາຫຼີ ແລະ ຍີ່​ປຸ່ນ​ ກາຍ​ເປັນ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ທີ່​ສຳ​ຄັນ. ກະ​ແສ​ຄວາມ​ນິ​ຍົມ​ດ້ານ​ການ​ທ່ອງ​ທ່ຽວ​ດັ່ງ​ກ່າວ​ບໍ່​ແມ່ນ​ການ​ເຕີບ​ໂຕ​ພຽງ​ຕົວ​ເລກ​ເທົ່າ​ນັ້ນ, ​ຍິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ກຳ​ລັງ​ແຮງພິ​ເສດ​ຂອງ​ການ​ທ່ອງ​ທ່ຽວ​ໃນ​ການ​ຊຸກ​ຍູ້​ການ​ແລກ​ປ່ຽນ ແລະ ການ​ເຊື່ອມ​ໂຍງ​​ທາງອະ​ລິ​ຍະ​ທຳ.

 

 

ນະ​ຄອນຫຼວງ​ພະ​ບາງປຽບ​ຄື​ດັ່ງ​ຫໍ​ພິ​ພິ​ທະ​ພັນ​ອະ​ລິ​ຍະ​ທຳ​ແບບ​ທຳ​ມະ​ຊາດ ​ທີ່ໄດ້​ເຊື່ອມ​ໂຍງ​ຮີດ​ຄອງ​ປະ​ເພ​ນີ​ແບບ​ດັ້ງ​ເດີມ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ກັບ​ວັດ​ທະ​ນະ​ທຳ​ຕ່າງ​ປະ​ເທດນອກ​ພາກ​ພື້ນ, ມີ​ວັດ​ວາ​ອາ​ຮາມ​ ແລະ ເຊື່ອ​ຖືໃນ​ພຸດ​ທະ​ສາ​ສະ​ໜາ​ມາຫຼາຍ​ພັນ​ປີ, ທັງ​ມີ​ສິ່ງ​ກໍ່​ສ້າງ​ທີ່​ມີ​ສີ​ສັນ​​ແປກ​ໃໝ່​ຈາກຕ່າງ​ປະ​ເທດ; ຄວາມ​ງຽບ​ສະ​ຫງົບ​ຂອງ​ແມ່​ນ້ຳ​ຂອງປະ​ສົມ​ປະ​ສານ​ກັບ​ຄວາມ​​ຄຶກ​ຄື້ນ​ຂອງ​ຕະ​ຫຼາດ​ກາງ​ຄືນ, ພິ​ທີ​ໃສ່​ບາດ​ແບບ​ດັ້ງ​ເດີມ​ຢູ່​ຮ່ວມ​ກັບ​ຄວາມ​ມີຊີ​ວິດ​ຊີ​ວາ​ຂອງ​ຍຸກ​ສະ​ໄໝໃໝ່. ການ​ຢູ່​ຮ່ວມ​ກັນ​ແບບ​ກົມ​ກຽວ​ຂອງວັດ​ທະ​ນະ​ທຳຫຼາຍ​ເຄົ້າ​ແບບ​ນີ້, ບໍ່​ພຽງ​ແຕ່​ເປັນ​ຕົວ​ແບບ​ແຫ່ງ​ຄວາມຫຼາກຫຼາຍ​ຂອງ​ອະ​ລິ​ຍະ​ທຳ​ເທົ່າ​ນັ້ນ, ​ຫາກ​ຍັງ​ປຽບ​ຄື​ດັ່ງ​ແມ່​ເຫຼັກ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທີ່​ມີ​ເບື້ອງຫຼັງ​ທາງ​ດ້ານ​ວັດ​ທະ​ນະ​ທຳ​​ທີ່ແຕກ​ຕ່າງ​ກັນ​ເດີນ​ທາງ​ໄປ​ທ່ຽວ​ຊົມ, ​ກາຍ​ເປັນເວ​ທີ​ໃຫ້​ແກ່​ການ​ແລກ​ປ່ຽນ​ອະ​ລິຍ​ະ​ທຳ​ຂອງ​ທົ່ວ​ໂລກ.

 

 

ຄວາມ​ສະ​ດວກ​​ສະ​ບາຍດ້ານ​ການ​ຄົມ​ມະ​ນາ​ຄົມ ແລະ ນະ​ໂຍ​ບາຍ​ຕ່າງໆ, ເຮັດ​ໃຫ້​ຊ່ອງ​ທາງ​ແຫ່ງ​ການ​ແລກ​ປ່ຽນ​ອະ​ລິ​ຍະ​ທຳ​ມີ​ຄວາມ​ໂລ່ງ​ລ່ຽນ​ກວ່າ​ເກົ່າ. ການ​ເປີດ​ນຳ​ໃຊ້​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ, ເຮັດ​ໃຫ້​ຄວາມ​ຫ່າງ​ໄກ​ກັນ​ດ້ານ​ພູມ​ສາດ​ກາຍ​ເປັນ​ຄວາມ​ສະ​ດວກ​ສະ​ບາຍ​ທີ່ “ອອກ​ເດີນ​ທາງ​ໃນ​ຕອນ​ເຊົ້າ ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ໃນ​ຫົວ​ຄ່ຳ”, ບໍ່​ພຽງ​ແຕ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ສາ​ມາດ​ສຳ​ຜັດ​ກັບ​ປະ​ຫວັດ​ສາດ ແລະ ​ວັດ​ທະ​ນະ​ທຳ​ທີ່​ດີ​ງາມຂອງຫຼວງ​ພະ​ບາງ​ໄດ້​ງ່າຍ​ເທົ່າ​ນັ້ນ, ຍັງ​ເຮັດ​ໃຫ້​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ມີ​ໂອ​ກາດ​ສຳ​ຜັດ​ກັບ​ບັນ​ຍາ​ກາດ​ຂອງ​ວັດ​ທະ​ນະ​ທຳ​ຈີນ​ອີກ​ດ້ວຍ. ສຳ​ລັບ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ​ຂອງ​ລາວ​ຕໍ່​ກຸ່ມ​ນັກ​ທ່ອງ​ທ່ຽວ​ຈີນ, ຍິ່ງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ທ່າ​ທີ​ອັນ​ຕັ້ງ​ໜ້າ​ໃນ​ການ​ສົນ​ທະ​ນາ​ດ້ານ​ອະ​ລິຍ​ະ​ທຳ. ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ດ້ານ​ນະ​ໂຍ​ບາຍ​ແບບ​ນີ້, ໄດ້​ແກ້​ໄຂ​ອຸ​ປະ​ສັກ​ຂອງ​ການ​ແລກ​ປ່ຽນ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ຕ່າງໆ​ໃນ​ລະ​ດັບ​ທີ່​ເລິກ​ເຊິ່ງ, ​ທັງ​ໄດ້​​ກາຍ​ເປັນ​ຕົວ​ແບບ​ທີ່​ສາ​ມາດ​ຖອດ​ຖອນ​ບົດ​ຮຽນ​ໄດ້​ໃຫ້​ແກ່​ປະ​ເທດ​ອື່ນ.

 

 

ບົດ​ບາດ​ຈາກ​ກະ​ແສ​ນິ​ຍົມ​ການ​ທ່ອງ​ທ່ຽວຫຼວງ​ພະ​ບາງ, ໄດ້​ລື່ນ​ກາຍ​ຂອບ​ເຂດ​ເສດ​ຖະ​ກິດ​ມາ​ແຕ່​ດົນ​ນານ​ແລ້ວ. ໃນ​ດ້ານ​ເສດ​ຖະ​ກິດ, ​ໄດ້​ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງຂອງ​ຂະ​ແໜງ​ການ​ຕ່າງໆ ເຊັ່ນ: ການ​ກິນ​ດື່ມ ໂຮງ​ແຮມ ແລະອື່ນໆ, ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ຢ່າງຫຼວງຫຼາຍ, ສ້າງ​ພື້ນ​ຖານ​ດ້ານ​ວັດ​ຖຸ​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ການ​ແລກ​ປ່ຽນ​ອະ​ລິ​ຍະ​ທຳ; ໃນ​ດ້ານ​ວັດ​ທະ​ນະ​ທຳ, ​ ​ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ຕ່າງໆ ​ໄດ້ເຜີຍ​ແຜ່ ແລະ ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ເຊິ່ງ​ກັນ​ແລະ​ກັນຈາກ​ການ ​ພົບ​ກັນ​ຕາມ​ຖະ​ໜົນ​ຫົນ​ທາງ, ​ການ​ປະ​ຕິ​ສຳ​ພັນ​ກັນ​ໃນ​ການ​ຊື້​ຂາຍ​ສິນ​ຄ້າ, ​ການ​ໃຫ້ອຸ​ທານ​ ແລະ ຊົມ​ເຊີຍ​ຕໍ່​ແຫຼ່ງ​ທ່ອງ​ທ່ຽວ​ດຽວ​ກັນ,. ເມື່ອ​ປະ​ເພ​ນີ​ບຸນ​ກຸດ​ຈີນ​ພົບ​ກັບ​ມູນ​ເຊື້ອ​ພຸດ​ທະ​ສາ​ສະ​ໜາ​ຂອງ​ລາວ, ເມື່ອ​ນັກ​ທ່ອງ​ທ່ຽວ​ຈີນ​ນັບ​ມື້​ນັບຫຼາຍ​ລົງ​ເລິກ​ເຂົ້າ​ໃຈ​ກ່ຽວ​ກັບວັດ​ທະ​ນະ​ທຳ​ລາວ, ເມື່ອ​ປາ​ກົດ​ມີ​ກະ​ແສ​ນິ​ຍົມ​ຮຽນ​ພາ​ສາ​ຈີນ​ຢູ່ຫຼວງ​ພະ​ບາງ, ເລື່ອງລາວ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ຊຸກ​ຍູ້​ການ​ແກ້​ໄຂ​ສິ່ງ​ກີດ​​ຂວາງ ແລະ ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ, ໄດ້​ສະ​ສົມ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ອັນ​ລ້ຳ​ຄ່​າ​ເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

 

ເລື່ອງ​ລາວ​ຂອງຫຼວງ​ພະ​ບາງ, ແມ່ນ​ຕົວ​ແບບ​ທີ່​ມີ​ຊີ​ວິດ​ຊີ​ວາ​ແຫ່ງ​ການ​ເຊື່ອມ​ໂຍງ ແລະ ແລກ​ປ່ຽນ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ທົ່ວ​ໂລກ. ​ໄດ້​ບົ່ງບອກ​ໃຫ້​ພວກ​ເຮົາ​ຮູ້​ວ່າ, ການ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ແມ່ນ​ການ​ເດີນ​ທາງ​ເພື່ອ​​ທ່ຽວຊົມ​ທິວ​ທັດ​ທີ່​ສວຍ​ງາມ​ເທົ່າ​ນັ້ນ, ​ຍັງ​ເປັນ​ຂົວ​ແຫ່ງ​ການ​ສົນ​ທະ​ນາ​ດ້ານ​ອະ​ລິ​ຍະ​ທຳ​ອີກ​ດ້ວຍ. ເມື່ອ​ວັດ​ທະ​ນະ​ທຳ​ຕ່າງໆ​​ໄດ້​ຮັບ​ການແລກ​ປ່ຽນ​ ແລະ ​ຊື່ນຊົມ​ເຊິ່ງ​ກັນ​ແລະກັນ​ຢ່າງ​ສະ​ເໝີ​ພາບ​ຢູ່​ສະ​ຖານທີ່​ແຫ່ງ​ນີ້, ພວກ​ເຮົາ​ຈະ​ມີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​​ກັນຢ່າງ​ເລິກ​ເຊິ່ງກວ່າ​ເກົ່າ ຄື​: ທາດ​ແທ້​ແຫ່ງ​ອະ​ລິ​ຍະ​ທຳ​ບໍ່​ຢູ່​ກັບ​ການ​ໂດດ​ດ່ຽວຫຼື​ປິດ​ກັ້ນ​ກັນ, ແຕ່​ຢູ່​ທີ່​ການ​ແລກ​ປ່ຽນ​ກັນ; ບໍ່​ຢູ່​ກັບ​ການ​ຫັນ​ເປັນ​ຮູບ​ແບບ​ດຽວ​ກັນ, ແຕ່​ຢູ່​ກັບ​ການ​ຢູ່​ຮ່ວມ​ກັນ. ນີ້​ແມ່ນ​ຄວາມ​ໝາຍ​ແຫ່ງ​ການ​ສົນ​ທະ​ນາ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ທົ່ວ​ໂລກ ແລະ ​ແມ່ນ​ຄວາມ​ຫວັງ​ຂອງມວນ​ມະ​ນຸດ​ທີ່​ຈະ​ກ້າວ​ໄປ​ສູ່​ອະ​ນາ​ຄົດ​ທີ່​ດີ​ງາມຮ່ວມ​ກັນ​.

 

ຂ່າວ: ວສລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 15 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,414
21,689
thailand (1)
THB
658.20
668.34
european-union
EUR
23,945
24,424
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-15T161126.940
ແຂວງວຽງຈັນ ປະເມີນຄືນວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ
Microsoft ເປີດຕົວເຄື່ອງມືວິເຄາະມັນແວທີ່ເປັນ Open Source ສາມາດກວດຈັບມັນແວປະເພດ Rust ທີ່ກວດຈັບຍາກໄດ້
_cover - 2025-07-15T155724.764
ໝູ່ເກາະໂທກາລະຂອງຍີ່ປຸ່ນ ເກີດແຜ່ນດິນໄຫວ 2,046 ຄັ້ງ ໃນ 24 ມື້
site cover1 (50)
ໄຮໂດຣເຈນ: ພະລັງງານສະອາດແຫ່ງອະນາຄົດ?
_cover - 2025-07-15T150228.520
ໄພງຽບ "ໝາກໄມ້" ກິນຜິດວິທີຊີວິດປ່ຽນ ກາຍເປັນກັບດັກສຸຂະພາບ ໄຂມັນພອກຕັບບໍ່ຮູ້ຕົວ
pele - 2025-07-15T143224.655
ກອງປະຊຸມສະຫຼຸບ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນ ທ້າຍປີ 2025 ຂອງ ສາຂານະຄອນຫຼວງ1 ລັດວິສາຫະກິດໄຟຟ້າລາວ
_cover - 2025-07-15T143552.528
ສານຫວຽດນາມສັ່ງຈຳຄຸກ ພະນັກງານລັດລະດັບສູງຂໍ້ຫາຮັບສິນບົນ ແລະ ມີພັກນັກງານຍິງບຳນານຮັບກະເປົາເງິນສົດອີກ 60 ກິໂລກຼາມ
site cover1 (49)
Bitcoin ພຸ່ງທະລຸ 121,000 ໂດລາສະຫະລັດ! ເກືອບ 4 ລ້ານບາດ ສູງສຸດເປັນປະຫວັດສາດ ແຊງໜ້າ Amazon
pele - 2025-07-15T135425.106
ບານເຕະຊີງຂັນ ນວ ຄັດເລືອກນັກກິລາເຂົ້າຮ່ວມກິລາແຫ່ງຊາດ ຈະຈັດຂຶ້ນວັນທີ 19 ກໍລະກົດນີ້
_cover - 2025-07-15T134308.613
ອຸທິຍານ ແຫ່ງຊາດຫີນໜາມໜໍ່ ຖຶກຮັບຮອງເປັນມໍຣະດົກໂລກ ໂດຍອົງການອຸຍແນັສໂກ
ຢ່າລື່ມກົດຕິດຕາມ