site cover1 (48)
Google ກະກຽມລວມ ChromeOS ເຂົ້າກັບ Android ເປັນລະບົບປະຕິບັດການດຽວ
ຮຽບຮຽງໂດຍ:kaling
ເຜີຍແຜ່: 15 July, 2025

Google ກະກຽມລວມລະບົບປະຕິບັດການ ChromeOS ແລະ Android ເຂົ້າດ້ວຍກັນ ໂດຍຜູ້ບໍລິຫານລະດັບສູງເປີດເຜີຍວ່າຈະລວມທັງສອງລະບົບເປັນ platform ດຽວກັນໃນອະນາຄົດ

Sameer Samat ປະທານພະແນກລະບົບນິເວດ Android ເປີດເຜີຍແຜນການນີ້ໃນການໃຫ້ສຳພາດກັບ TechRadar ໂດຍບອກວ່າບໍລິສັດກຳລັງຈະລວມ ChromeOS ແລະ Android ເຂົ້າເປັນ platform ດຽວກັນ ເຖິງແມ່ນວ່າຍັງບໍ່ໄດ້ໃຫ້ລາຍລະອຽດເຊິ່ງເລິກ ແຕ່ການປະກາດຕ່າງໆ ກ່ອນໜ້ານີ້ອາດໃຫ້ເຄັດລັບກ່ຽວກັບເປົ້າໝາຍທາງເທັກນິກຂອງໂຄງການນີ້ ທັງ ChromeOS ແລະ Android ຕ່າງໃຊ້ Linux kernel ເປັນພື້ນຖານ ໂດຍເມື່ອເດືອນມິຖຸນາທີ່ຜ່ານມາ Google ໄດ້ປະກາດແຜນການປ່ຽນ ChromeOS ໄປໃຊ້ Linux kernel ເວີຊັ່ນທີ່ປັບແຕ່ງພິເສດສໍາລັບ Android

ນອກຈາກການປັບປ່ຽນ kernel ແລ້ວ ໂຄງການນີ້ຍັງລວມເຖິງການເພີ່ມການຮອງຮັບ Android frameworks ຫຼາຍໂຕເຂົ້າສູ່ ChromeOS ຊຶ່ງເປັນ toolkit ທີ່ນັກພັດທະນາໃຊ້ສ້າງແອພພລິເຄຊັ່ນ ໃນ Android 16 ມີຟີເຈີ desktop mode ທີ່ສາມາດ sync ແອພຈາກໜ້າຈໍສະມາດໂຟນໄປຫາຈໍພາບພາຍນອກໄດ້ ຄວາມສາມາດໃນການສະແດງຜົນແອພມືຖືບົນໜ້າຈໍຂະໜາດໃຫຍ່ນີ້ອາດເປັນພື້ນຖານທາງເທັກນິກສໍາລັບການຮອງຮັບແລັບທອບແບບທີ່ ChromeOS ເຮັດຢູ່ໃນປັດຈຸບັນ

ຂ່າວລື້ເລື່ອງການລວມ Android ກັບ ChromeOS ເລີ່ມມີມາຕັ້ງແຕ່ເດືອນພະຈິກ ໂດຍ Android Authority ລາຍງານວ່າ Google ວາງແຜນຈະໃຊ້ລະບົບປະຕິບັດການທີ່ລວມກັນນີ້ກັບແລັບທອບແບຼນ Pixel ທີ່ກຳລັງຈະເປີດໂຕ ຊຶ່ງເຊື່ອວ່າຈະເປັນຄູ່ແຂ່ງຂອງ MacBook Pro ແລະ Surface Laptop ຍັງບໍ່ຈະແຈ້ງວ່າແລັບທອບ ChromeOS ທີ່ມີຢູ່ຈະຮອງຮັບລະບົບປະຕິບັດການແບບລວມນີ້ຫຼືບໍ່ ເພາະວ່າຫຼາຍເຄື່ອງໃຊ້ຊິບ Intel ໃນຂະນະທີ່ Android ຖືກອອກແບບມາສໍາລັບຊິບ Arm ທີ່ໃຊ້ໃນສະມາດໂຟນເກືອບທັງໝົດ

ການລວມລະບົບປະຕິບັດການຈະຊ່ວຍໃຫ້ Google ປັບປຸງຂະບວນການພັດທະນາໃຫ້ມີປະສິດທິພາບຫຼາຍຂຶ້ນ ການດູແລລະບົບປະຕິບັດການດຽວຍ່ອມມີຄວາມສັບສົນນ້ອຍກວ່າສອງລະບົບ ຊຶ່ງຈະຊ່ວຍຫຼຸດຕົ້ນທຶນທີ່ກ່ຽວຂ້ອງ ນອກຈາກນັ້ນການບໍ່ຕ້ອງສ້າງຟີເຈີໃໝ່ແຍກກັນສໍາລັບ Android ແລະ Chrome ຈະຊ່ວຍເລັ່ງການພັດທະນາໄດ້ຢ່າງຫຼວງຫຼາຍ Samat ຍັງເປີດເຜີຍວ່າ Google ໄດ້ປັບປຸງວິທີການພັດທະນາອັບເດດ Android ໃໝ່ ຊຶ່ງເລີ່ມໃຊ້ເມື່ອປະມານໜຶ່ງປີທີ່ແລ້ວ ເຮັດໃຫ້ສາມາດປ່ອຍຟີເຈີໃໝ່ໄດ້ໄວຂຶ້ນແລະສອດຄ່ອງກັບການເປີດໂຕສະມາດໂຟນ Android ຮຸ່ນໃໝ່ໄດ້ດີຍິ່ງຂຶ້ນ

ຂ່າວຈາກ: https://siliconangle.com/2025/07/14/google-reveals-plans-combine-chromeos-android/

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 5 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
662.12
672.32
european-union
EUR
24,055
24,537
china
CNY
2,933
2,991
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-05T145102.231
ບໍລິສັດກ້ວຍລາວ ເປີດສາງສິນຄ້າ ໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ
VP-Square (3)
ການແຂ່ງຂັນກິລາຕີບານຍິງ ຊິງແຊ້ມໂລກ 2025 ທີ່ປະເທດໄທ ຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນລະຫວ່າງວັນທີ່ 22 ສິງຫາ - 7 ກັນຍາ 2568
pele - 2025-09-05T133750.577
ກວດພົບ ແລະ ທຳລາຍລະເບີດ ບົ່ມບີ້-ລູກປືນຄົກ ຢູ່ສວນກາເຟຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ.
pele - 2025-09-05T131612.944
ແຈ້ງການມອດໄຟ ວັນທີ 6/9/2025
pele - 2025-09-05T105936.521
ຄະນະບໍລິຫານງານພັກແຂວງຈໍາປາສັກ ດຳເນີນຊີວິດການເມືອງທ້າຍສະໄໝທີ VIII
pele - 2025-09-05T103604.703
ເມືອງຫົງສາ ຫາລືການສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງ ແຂວງໄຊຍະບູລີ
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
VP-Square (2)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
ຢ່າລື່ມກົດຕິດຕາມ