pele - 2025-07-15T143224.655
ກອງປະຊຸມສະຫຼຸບ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນ ທ້າຍປີ 2025 ຂອງ ສາຂານະຄອນຫຼວງ1 ລັດວິສາຫະກິດໄຟຟ້າລາວ
ຮຽບຮຽງໂດຍ:Pele
ເຜີຍແຜ່: 15 July, 2025

ກອງປະຊຸມສະຫຼຸບ 06 ເດືອນຕົ້ນປີ 2025 ແລະ ວາງທິດທາງແຜນການ 06 ເດືອນ ທ້າຍປີ 2025 ຂອງ ສາຂານະຄອນຫຼວງ1 ລັດວິສາຫະກິດໄຟຟ້າລາວ ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 15 ກໍລະກົດ 2025 ທີ່ ສຳນັກງານໄຟຟ້າ ບ້ານ ຫນອງບຶກ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ໂພໄຊ ພົມມະທຳ ຫົວຫນ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ລັດວິສາຫະກິດໄຟຟ້າລາວ, ທ່ານ ອຳນວຍ ແປງແສງແກ້ວ ຮອງຫົວໜ້າສາຂານະຄອນຫຼວງ1, ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍຄະນະສາຂາ, ຄະນະ 09 ຫ້ອງການ, 02 ສູນບັນຊາ ແລະ 04 ຫ້ອງການໄຟຟ້າເມືອງ ແລະ ຄະນະໜ່ວຍງານອ້ອມຂ້າງສາຂາໄຟຟ້ານະຄອນ ຫຼວງ1 ເຂົ້າຮ່ວມ.

 

 

ກອງປະຊຸມໄດ້ຮັບຟັງການລາຍງານ ການຈັດຕັ້ງ ປະຕິບັດວຽກງານ ໄລຍະ 06 ເດືອນ ຜ່ານມາ ແລະ ແຜນສູ້ຊົນ 06 ເດືອນທ້າຍປີ 2025 ຂອງສາຂານະຄອນຫຼວງ1, ກ່ຽວກັບຄວາມຄືບໜ້າຂອງແຜນວຽກ 07 ຕົວຊີ້ວັດ ໄດ້ຍົກໃຫ້ເຫັນຜົນສໍາເລັດ, ຂໍ້ຄົງຄ້າງ, ບັນຫາອື່ນໆກ່ຽວກັບວຽກງານໄຟຟ້າ ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ເປີດໂອກາດໃຫ້ທຸກພາກສ່ວນ ປະກອບຄໍາຄິດຄຳເຫັນຢ່າງກົງໄປກົງມາ, ຍົກໃຫ້ເຫັນເຖິງສະພາບບັນຫາ, ຂໍ້ສະດວກ – ຂໍ້ຄົງຄ້າງ ທີ່ຍັງບໍ່ທັນສາມາດຈັດຕັ້ງປະຕິບັດໄດ້ຕາມແຜນສູ້ຊົນດັ່ງກ່າວນັ້ນ, ພ້ອມກັນວາງທິດທາງ ແຜນສູ້ຊົນໃນ 06 ເດືອນທ້າຍປີ 2025 ແລະ ຄົ້ນຄວ້າຊອກຫາວິທີທາງແກ້ໄຂຂໍ້ຄົງຄ້າງຕ່າງໆ.

 

 

ຕອນທ້າຍກອງປະຊຸມ ທ່ານປະທານ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ເອົາໃຈໃສ່ພ້ອມກັນສືບຕໍ່ປະຕິບັດວຽກງານທາງດ້ານວິຊາສະເພາະ ທີ່ຍັງຄົງຄ້າງ ແລະ ໃຫ້ປະຕິບັດຕາມແຜນສູ້ຊົນ 06 ເດືອນ ທ້າຍປີ 2025 ທີ່ວາງໄວ້ໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍ, ກອງປະຊຸມໄດ້ຮັບຜົນສໍາເລັດ ແລະ ປິດລົງໃນເວລາ 12:00 ໂມງ ຂອງວັນດຽວກັນ.

 

 

☎ສາຍດ່ວນລັດວິສາຫະກິດໄຟຟ້າລາວ Call Center 1199

 

ຂ່າວ-ພາບ: ລັດວິສາຫະກິດໄຟຟ້າລາວສາຂານະຄອນຫຼວງ1

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ