site cover1 (49)
Bitcoin ພຸ່ງທະລຸ 121,000 ໂດລາສະຫະລັດ! ເກືອບ 4 ລ້ານບາດ ສູງສຸດເປັນປະຫວັດສາດ ແຊງໜ້າ Amazon
ຮຽບຮຽງໂດຍ:kaling
ເຜີຍແຜ່: 15 July, 2025

Bitcoin ສ້າງສະຖິຕິໃໝ່ອີກເທື່ອໜຶ່ງ ທະຍານຂຶ້ນໄປແຕະລະດັບສູງສຸດເປັນປະຫວັດການທີ່ 121,000 ໂດລາສະຫະລັດ (ປະມານ 3,900,000 ບາດ) ໃນຊ່ວງເຊົ້າວັນຈັນ

ຄາດວ່າແຮງໜູນ Bitcoin ຄັ້ງນີ້ອາດມາຈາກຄວາມຕ້ອງການລົງທຶນທີ່ເພີ່ມຂຶ້ນ ພາຍໃຕ້ສະພາວະເສດຖະກິດສະຫະລັດທີ່ກໍາລັງເຕີບໂຕຢ່າງແຂງແກ່ນ ແລະ ອັດຕາເງິນເຟີ້ທີ່ຍັງຖືກຄວບຄຸມໄດ້ດີ

ບໍລິສັດວິເຄາະການລົງທຶນທີ່ມີຊື່ສຽງ QCP Capital ລະບຸວ່າ ການຂຶ້ນຂອງ Bitcoin ຄັ້ງນີ້ມາຈາກປັດໄຈສໍາຄັນ 2 ດ້ານ ໄດ້ແກ່: ການຂຶ້ນພາສີສຸນລະກາຂອງລັດຖະບານສະຫະລັດ ໃນຍຸກປະທານາທິບໍດີ Donald Trump ທີ່ຜັກດັນໃຫ້ມີການນໍາເຂົ້າສິນຄ້າ ແລະ ຜະລິດສິນຄ້າລ່ວງໜ້າຫຼາຍຂຶ້ນ ແລະ ການທີ່ລັດຖະບານສະຫະລັດຍັງສາມາດອັດເງິນຈໍານວນມະຫາສານເຂົ້າສູ່ເສດຖະກິດ ຜ່ານການຈ່າຍດອກເບຍຈາກພັນທະບັດລັດຖະບານທີ່ຢູ່ໃນລະດັບສູງ

ນອກຈາກນີ້ ຕະຫຼາດຍັງໄດ້ແຮງໜູນຈາກຄວາມຄາດຫວັງວ່າ ທະນາຄານກາງສະຫະລັດ (Fed) ຈະປັບຫຼຸດອັດຕາດອກເບຍໃນໄວໆນີ້ ສົ່ງຜົນໃຫ້ນັກລົງທຶນຫັນມາລົງທຶນໃນຊັບສິນທີ່ມີຄວາມສ່ຽງຫຼາຍຂຶ້ນຢ່າງ Bitcoin ຊຶ່ງຖືກເບິ່ງວ່າເປັນຊັບສິນປ້ອງກັນເງິນເຟີ້ທີ່ສໍາຄັນອີກໂຕໜຶ່ງ

ຫຼ້າສຸດ Bitcoin ຂຶ້ນເປັນຊັບສິນທີ່ມີມູນຄ່າຫຼາຍທີ່ສຸດອັນດັບທີ່ 5 ຂອງໂລກ ໂດຍມີມູນຄ່າຢູ່ທີ່ 2.417 ລ້ານລ້ານໂດລາສະຫະລັດ ແຊງໜ້າມູນຄ່າບໍລິສັດຍັກໃຫຍ່ດ້ານ e-commerce ຢ່າງ Amazon ເປັນທີ່ຮຽບຮ້ອຍ

Jeff Mei ປະທານເຈົ້າໜ້າທີ່ຝ່າຍປະຕິບັດການຂອງຕະຫຼາດແລກປ່ຽນ cryptocurrency BTSE ກ່າວວ່າ ຄວາມຕ້ອງການຂອງນັກລົງທຶນສະຖາບັນທີ່ເນັ້ນການລົງທຶນໄລຍະຍາວເປັນຕົວຜັກດັນໃຫ້ລາຄາ Bitcoin ພຸ່ງສູງຂຶ້ນຢ່າງຕໍ່ເນື່ອງ ແລະ ຄາດວ່າຈະໄປເຖິງລະດັບ 125,000 ໂດລາສະຫະລັດ ໃນອີກ 1-2 ເດືອນຂ້າງໜ້າ

ທັງນີ້ ສະພາຜູ້ແທນລາດຊະດອນສະຫະລັດ ກໍາລັງເລີ່ມພິຈາລະນາກົດໝາຍໃໝ່ຫຼາຍສະບັບກ່ຽວກັບ cryptocurrency ໃນວັນຈັນນີ້ ເພື່ອສ້າງກອບກົດໝາຍທີ່ຈະແຈ້ງໃຫ້ກັບອຸດສາຫະກໍາຊັບສິນດິຈິຕອນ ໂດຍມີປະທານາທິບໍດີ Donald Trump ສະໜັບສະໜູນຢ່າງເຕັມທີ່ ເນື່ອງຈາກທ່ານເປັນຜູ້ນໍາທີ່ປະກາດຕົວຢ່າງຈະແຈ້ງວ່າເປັນຜູ້ສະໜັບສະໜູນ cryptocurrency ແລະ ກ່ຽວຂ້ອງກັບໂຄງການຕ່າງໆ ດ້ານຊັບສິນດິຈິຕອນດ້ວຍ

ຂ່າວຈາກ:  cnbc decrypt

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 5 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
662.12
672.32
european-union
EUR
24,055
24,537
china
CNY
2,933
2,991
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-05T145102.231
ບໍລິສັດກ້ວຍລາວ ເປີດສາງສິນຄ້າ ໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ
VP-Square (3)
ການແຂ່ງຂັນກິລາຕີບານຍິງ ຊິງແຊ້ມໂລກ 2025 ທີ່ປະເທດໄທ ຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນລະຫວ່າງວັນທີ່ 22 ສິງຫາ - 7 ກັນຍາ 2568
pele - 2025-09-05T133750.577
ກວດພົບ ແລະ ທຳລາຍລະເບີດ ບົ່ມບີ້-ລູກປືນຄົກ ຢູ່ສວນກາເຟຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ.
pele - 2025-09-05T131612.944
ແຈ້ງການມອດໄຟ ວັນທີ 6/9/2025
pele - 2025-09-05T105936.521
ຄະນະບໍລິຫານງານພັກແຂວງຈໍາປາສັກ ດຳເນີນຊີວິດການເມືອງທ້າຍສະໄໝທີ VIII
pele - 2025-09-05T103604.703
ເມືອງຫົງສາ ຫາລືການສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງ ແຂວງໄຊຍະບູລີ
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
VP-Square (2)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
ຢ່າລື່ມກົດຕິດຕາມ