site cover1 (50)
ໄຮໂດຣເຈນ: ພະລັງງານສະອາດແຫ່ງອະນາຄົດ?
ຮຽບຮຽງໂດຍ:kaling
ເຜີຍແຜ່: 15 July, 2025

ເມື່ອເວົ້າເຖິງພະລັງງານສະອາດ, ຫຼາຍຄົນອາດຈະຄິດເຖິງແຜງໂຊລາເຊວ, ກັງຫັນລົມ ຫຼື ເຂື່ອນ. ແຕ່ຍັງມີພະລັງງານອີກອັນໜຶ່ງທີ່ກຳລັງເປັນທີ່ສົນໃຈ ນັ້ນກໍຄື “ພະລັງງານໄຮໂດຣເຈນ” ນີ້ອາດຈະເປັນຕົວປ່ຽນເກມດ້ານພະລັງງານຂອງໂລກ ທີ່ອາດເຂົ້າມາແທນທີ່ນ້ຳມັນ ແລະ ກາຊທຳມະຊາດໃນອະນາຄົດ.

ໄຮໂດຣເຈນກ່ຽວຂ້ອງກັບພະລັງງານແນວໃດ?

ໄຮໂດຣເຈນແມ່ນທາດທີ່ເບົາທີ່ສຸດ ແລະ ມີຢູ່ຫຼາຍທີ່ສຸດໃນຈັກກະວານ ຄິດເປັນ 73-75% ຂອງສະສານທັງໝົດ. ແຕ່ເທິງໂລກຂອງເຮົາມັກບໍ່ລອຍຢູ່ເດີ່ຍວຕາມທຳມະຊາດ, ແຕ່ຈະຈັບຄູ່ກັບທາດອື່ນໆ ເຊັ່ນ ນ້ຳ (H₂O) ຫຼື ມີເທນ (CH₄). ການທີ່ຈະນຳໄຮໂດຣເຈນມາໃຊ້ປະໂຫຍດ ຈຶ່ງຈຳເປັນຕ້ອງແຍກມັນອອກມາ, ຊຶ່ງຂະບວນການທີ່ນິຍົມທີ່ສຸດຄື Electrolysis ຫຼື ການແຍກນ້ຳດ້ວຍໄຟຟ້າ ໂດຍໃຊ້ກະແສໄຟຟ້າຜ່ານນ້ຳເພື່ອແຍກໂມເລກຸນນ້ຳອອກເປັນກາຊໄຮໂດຣເຈນ ແລະ ອົກຊິເຊນ.

ສິ່ງສຳຄັນທີ່ຕ້ອງເຂົ້າໃຈຄື ໄຮໂດຣເຈນບໍ່ແມ່ນແຫຼ່ງພະລັງງານ ແຕ່ແມ່ນ “ຕົວນຳພະລັງງານ” (Energy Carrier) ເປັນຄືກັບແບັດເຕີຣີ່ຊະນິດໜຶ່ງ. ຫຼາຍຄົນເຂົ້າໃຈຜິດວ່າໄຮໂດຣເຈນຈະມາແຂ່ງຂັນກັບນ້ຳມັນ, ໂຊລາ ຫຼື ນິວເຄຍ ຫຼືບໍ່? ຄວາມຈິງແລ້ວ ແຫຼ່ງຜະລິດພະລັງງານຄື ພະລັງງານນິວເຄຍ ຫຼື ໂຊລາ ສ່ວນໄຮໂດຣເຈນຄືສິ່ງທີ່ໃຊ້ເກັບພະລັງງານນັ້ນເອງ.

ການນຳພະລັງງານຈາກໄຮໂດຣເຈນມາໃຊ້

ເມື່ອຜະລິດ ແລະ ເກັບຮັກສາໄຮໂດຣເຈນໄດ້ແລ້ວ ເຮົາສາມາດດຶງພະລັງງານທີ່ໄຮໂດຣເຈນເກັບໄວ້ອອກມາໃຊ້ໄດ້ 2 ວິທີຫຼັກໆ:

  1. ການເຜົາໄໝ້ໂດຍກົງ – ໂດຍນຳກາຊໄຮໂດຣເຈນໄປເຜົາໃນເຕົາ ຫຼື ກັງຫັນກາຊ ຄືກັບການເຜົາກາຊທຳມະຊາດເພື່ອຜະລິດໄຟຟ້າ ເໝາະສຳລັບງານອຸດສາຫະກຳ ຫຼື ການຜະລິດໄຟຟ້າຂະໜາດໃຫຍ່. ການເຜົາໄໝ້ໄຮໂດຣເຈນຈະບໍ່ມີຂອງເສຍທີ່ເປັນອັນຕະລາຍ ເພາະເມື່ອເຜົາໄໝ້ຮ່ວມກັບອົກຊິເຊນ ຜົນທີ່ໄດ້ຄື “ນ້ຳ” ທີ່ສະອາດຫຼາຍ.
  2. ການແປງກັບຄືນເປັນໄຟຟ້າຜ່ານ Fuel Cell – ໄຮໂດຣເຈນຈະເຮັດປະຕິກິລິຍາກັບອົກຊິເຊນໃນເຊວເຊື້ອເພີງ (Fuel Cell) ເພື່ອຜະລິດໄຟຟ້າ, ນ້ຳ ແລະ ຄວາມຮ້ອນ ແບບດຽວກັບທີ່ໃຊ້ໃນລົດຍົນໄຮໂດຣເຈນ.

ສີຂອງໄຮໂດຣເຈນ

ໄຮໂດຣເຈນມີຫຼາຍສີເພື່ອຈຳແນກວ່າຜະລິດມາຈາກຫຍັງ ແລະ ສະອາດເທົ່າໃດ:

  • ສີນ້ຳຕານ (Brown) – ຜະລິດຈາກຖ່ານຫີນ ປ່ອຍຄາບອນໄດອົກໄຊໃສຫຼາຍທີ່ສຸດ
  • ສີເທົາ (Grey) – ຜະລິດຈາກກາຊທຳມະຊາດ
  • ສີຟ້າ (Blue) – ຄືກັບສີເທົາ ແຕ່ມີການດັກຈັບຄາບອນໄດອົອກໄຊ
  • ສີຊົມພູ (Pink) – ໃຊ້ພະລັງງານຈາກໂຮງໄຟຟ້ານິວເຄຍ
  • ສີຂຽວ (Green) – ຜະລິດໂດຍໃຊ້ພະລັງງານສະອາດແລະພະລັງງານທົດແທນ

ຖ້າມອງແບບຄົນທີ່ຢາກໃຫ້ໂລກໃບນີ້ຍັງມີອາກາດຫາຍໃຈ ກໍຕ້ອງ “ສີຂຽວເທົ່ານັ້ນ” ເຊິ່ງມີລາຄາແພງສຸດໃນຕອນນີ້.

ບົດບາດຂອງໄຮໂດຣເຈນໃນອະນາຄົດ

ໄຮໂດຣເຈນບໍ່ໄດ້ມີບົດບາດແຄ່ໃນດ້ານພະລັງງານເທົ່ານັ້ນ ແຕ່ຍັງເປັນວັດຖຸດິບສຳຄັນໃນການຜະລິດ “ແອມໂມເນຍ” ຊຶ່ງເປັນສ່ວນປະກອບຫຼັກຂອງປຸ໋ຍສັງເຄາະ. ຫາກປ່ຽນມາໃຊ້ Green Hydrogen ຈະໄດ້ Green Ammonia ທີ່ມີ Carbon Footprint ຕ່ຳຫຼາຍຫຼືບໍ່ມີເລີຍ.

ທ້າຍທີ່ສຸດແລ້ວ ໄຮໂດຣເຈນຈະເປັນພະລັງງານຫຼັກຂອງອະນາຄົດ ຫຼື ບໍ່ ອາດບໍ່ແມ່ນສິ່ງທີ່ແນ່ນອນ “ເປັນຫນຶ່ງໃນເຄື່ອງມືທີ່ສຳຄັນຫຼາຍ” ແລະ ຫາກເຮົາເລີ່ມວາງລະບົບທີ່ດີຕັ້ງແຕ່ວັນນີ້ ເຮົາກໍຈະມີທາງເລືອກໃນວັນທີ່ໂລກບໍ່ຍອມໃຫ້ເຮົາປ່ອຍຄາບອນອີກຕໍ່ໄປ.

ແລ້ວທ່ານຄິດແນວໃດ ໄຮໂດຣເຈນຄວນເປັນຕົວເລືອກຫຼັກ ຫຼື ຄວນເກັບໄວ້ເປັນແຜນສຳຮອງຂອງໂລກໃບນີ້?

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 15 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,414
21,689
thailand (1)
THB
658.20
668.34
european-union
EUR
23,945
24,424
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-15T161126.940
ແຂວງວຽງຈັນ ປະເມີນຄືນວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ
Microsoft ເປີດຕົວເຄື່ອງມືວິເຄາະມັນແວທີ່ເປັນ Open Source ສາມາດກວດຈັບມັນແວປະເພດ Rust ທີ່ກວດຈັບຍາກໄດ້
_cover - 2025-07-15T155724.764
ໝູ່ເກາະໂທກາລະຂອງຍີ່ປຸ່ນ ເກີດແຜ່ນດິນໄຫວ 2,046 ຄັ້ງ ໃນ 24 ມື້
site cover1 (50)
ໄຮໂດຣເຈນ: ພະລັງງານສະອາດແຫ່ງອະນາຄົດ?
_cover - 2025-07-15T150228.520
ໄພງຽບ "ໝາກໄມ້" ກິນຜິດວິທີຊີວິດປ່ຽນ ກາຍເປັນກັບດັກສຸຂະພາບ ໄຂມັນພອກຕັບບໍ່ຮູ້ຕົວ
pele - 2025-07-15T143224.655
ກອງປະຊຸມສະຫຼຸບ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນ ທ້າຍປີ 2025 ຂອງ ສາຂານະຄອນຫຼວງ1 ລັດວິສາຫະກິດໄຟຟ້າລາວ
_cover - 2025-07-15T143552.528
ສານຫວຽດນາມສັ່ງຈຳຄຸກ ພະນັກງານລັດລະດັບສູງຂໍ້ຫາຮັບສິນບົນ ແລະ ມີພັກນັກງານຍິງບຳນານຮັບກະເປົາເງິນສົດອີກ 60 ກິໂລກຼາມ
site cover1 (49)
Bitcoin ພຸ່ງທະລຸ 121,000 ໂດລາສະຫະລັດ! ເກືອບ 4 ລ້ານບາດ ສູງສຸດເປັນປະຫວັດສາດ ແຊງໜ້າ Amazon
pele - 2025-07-15T135425.106
ບານເຕະຊີງຂັນ ນວ ຄັດເລືອກນັກກິລາເຂົ້າຮ່ວມກິລາແຫ່ງຊາດ ຈະຈັດຂຶ້ນວັນທີ 19 ກໍລະກົດນີ້
_cover - 2025-07-15T134308.613
ອຸທິຍານ ແຫ່ງຊາດຫີນໜາມໜໍ່ ຖຶກຮັບຮອງເປັນມໍຣະດົກໂລກ ໂດຍອົງການອຸຍແນັສໂກ
ຢ່າລື່ມກົດຕິດຕາມ