pele - 2025-07-15T161126.940
ແຂວງວຽງຈັນ ປະເມີນຄືນວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 15 July, 2025

ໃນວັນທີ 14-15 ກໍລະກົດ 2025, ຢູ່ທີ່ຫ້ອງປະຊຸມພະແນກການເງິນ ແຂວງວຽງຈັນ, ຄະນະຮັບຜິດຊອບປະເມີນການຈັດຕັ້ງປະຕິບັດບັນດາຫົວໜ່ວຍ ຜູ້ພັດທະນາລະບົບໂປຣມແກຣມບັນຊີທີ່ພົວພັນກັບການເຊື່ອມຕໍ່ໃບເກັບເງິນກັບລະບົບ Taxrisຂອງຂະແໜ່ງສວຍສາອາກອນ ໄດ້ລົງຕິດຕາມ, ກວດກາ ແລະ ການຈັດຕັ້ງປະຕິບັດກ່ຽວກັບວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ, ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ (POS) ຢູ່ແຂວງວຽງຈັນ ນຳພາໂດຍ ທ່ານ ສຸພັນ ວິລາວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ພ້ອມດ້ວຍຄະນະ, ມີທ່ານ ສັງທອງ ມິດດາວົງ ຮອງຫົວໜ້າພະແນກການເງິນແຂວງວຽງຈັນ, ພ້ອມດ້ວຍຜູ້ປະກອບການເຂົ້າຮ່ວມ.

 

 

ທ່ານ ສຸພັນ ວິລາວົງ ກ່າວວ່າ: ການລົງມາຄັ້ງນີ້ ຈະໄດ້ສົມທົບກັບສ່ວຍສາອາກອນປະຈຳແຂວງວຽງຈັນ ປະເມີນຄືນກ່ຽວກັບວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ, ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ (POS) ຢູ່ແຂວງວຽງຈັນ; ພ້ອມນີ້ຈະໄດ້ມີການເຜີຍແຜ່ແນະນຳບັນດານິຕິກຳຕ່າງໆ ທີ່ກ່ຽວຂ້ອງ ໃຫ້ບັນດາຫົວໜ່ວຍວິສາຫະກິດ, ພະນັກງານ, ລັດຖະກອນ ແລະ ຂະແໜງການທີ່ກ່ຽວຂ້ອງຂອງລັດ ໄດ້ນຳໄປຈັດຕັ້ງຜັນຂະຫຍາຍ; ພ້ອມທັງລົງກວດກາໃບເກັບເງິນຂອງບັນດາຫົວໜ່ວຍວິສາຫະກິດ; ເກັບກຳຂໍ້ມູນຂໍ້ມູນການອອກອະນຸຍາດ ແລະ ກວດກາບັນດາຫົວໜ່ວຍວິສາຫະກິດພາຍໃນແຂວງ ຕາມເປົ້າໝາຍທີ່ກຳນົດໄວ້ ສ່ວນທີ່ເຫຼືອແມ່ນມອບໃຫ້ສ່ວຍສາອາກອນປະຈຳແຂວງ, ເມືອງ ເປັນຜູ້ສືບຕໍ່ລົງຕິດຕາມ, ກວດກາ ປະເມີນຄືນ ແລະ ລາຍງານການປະຕິບັດງານເປັນແຕ່ລະໄລຍະ ແລະ ພາຍຫຼັງສຳເລັດຈະໄດ້ສ້າງບົດບັນທຶກຮ່ວມກັນ.

 

ທ່ານ ພູເຂົາທອງ ທອງສະຫວັນ ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງວຽງຈັນ ກ່າວວ່າ: ສະພາບການຈັດຕັ້ງປະຕິບັດ, ຄຸ້ມຄອງການນຳໃຊໃບເກັບເງິນ (ແບບເຈ້ຍ ແລະ POS) ຫົວໜ່ວຍວິສາຫະກິດເຂົ້າໃນລະບົບອາກອນມູນເພີ່ມຢູ່ແຂວງວຽງຈັນ (ລວມທັງແຂວງ ແລະ ເມືອງ) ຄຸ້ມຄອງມີ ຫົວໜ່ວຍອາກອນມູນຄ່າເພີ່ມ ທັງໝົດ 1,584 ຫົວໜ່ວຍ. ໃນນີ້,ແຂວງຄຸ້ມຄອງ 933 ຫົວໜ່ວຍ, ນຳໃຊ້ໃບເກັບເງິນແບບເຈ້ຍ ຈຳນວນ 808 ຫົວໜ່ວຍ, ແຂວງຄຸ້ມຄອງ 510 ຫົວໜ່ວຍ, ນໍາໃຊ້ເຄື່ອງ POS ຈຳນວນ 153 ຫົວໜ່ວຍ, ແຂວງຄຸ້ມຄອງ 52 ຫົວໜ່ວຍ ແລະ ຍັງບໍ່ນຳໃຊ້ ຈຳນວນ 623 ຫົວໜ່ວຍ, ແຂວງຄຸ້ມຄອງ 371 ຫົວໜ່ວຍ. ພ້ອມນີ້ ສ່ວຍອາກອນປະຈຳແຂວງວຽງຈັນ ໄດ້ເປີດກອງປະຊຸມໂຄສະນາເຜີຍແຜ່ດຳລັດວ່າດ້ວຍໃບເກັບເງິນ ສະບັບເລກທີ 297/ກງ, ລົງວັນທີ 29 ສິງຫາ 2022 ຈຳນວນ 2 ຄັ້ງ, ໄດ້ສົມທົບກັບພາກສ່ວນທີ່ກ່ຽວໄດ້ລົງການເຄື່ອນໄຫວ, ຊຸກຍູ້ເອົາຫົວໜ່ວຍວິສາຫະກິດເຂົ້າໃນລະບົບອາກອນມູນຄ່າເພີ່ມ ແລະ ຕິດຕັ້ງໂປຼແກຼມບັນຊີ, ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ສຳເລັດໄດ້ຈຳນວນໜຶ່ງ.

 

ໃນກອງປະຊຸມຄັ້ງນີ້ທີມງານທີ່ມາຈາກສູນກາງ ຍັງໄດ້ແນະນໍາການສ້າງບົດບັນທຶກຮ່ວມ ລະຫວ່າງ ຄະນະທີມງານສູນກາງ ກັບທ້ອງຖິ່ນ; ສ້າງແຜນການເຄື່ອນໄຫວ ໃນການຕິດຕາມຄຸ້ມຄອງ, ການນໍາໃຊ້ໃບເກັບເງິນ ແລະ ສິ່ງພິມຕ່າງໆ, ຄັດເລືອກເປົ້າໝາຍຫົວໜ່ວຍວິສາຫະກິດ ທີ່ນໍາໃຊ້ໃບເກັບເງິນ ອາກອນມູນຄ່າເພີ່ມ (ເປັນເຈ້ຍ); ໂປຼແກຣມເຄື່ອງບັນທຶກການຂາຍ-ບໍລິການ (POS) ພ້ອມນີ້ ກໍຍັງໄດ້ລົງກວດກາຕົວຈິງ ຕາມເປົ້າໝາຍຢູ່ເມືອງພາຍໃນເທດສະບານແຂວງຕື່ມອີກ.

 

(ແຫຼ່ງຂ່າວ: ແຂວງວຽງຈັນ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ