pele - 2025-07-17T104559.345
ງານລ້ຽງສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຟີລິບປິນ ຄົບຮອບ 70 ປີ ແລະ ວັນຊາດ ຟີລິບປິນ ຄົບຮອບ 127 ປີ ທີ່ ນະຄອນຫຼວງວຽງຈັນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 17 July, 2025
ໝວດ: ຂ່າວ

ງານລ້ຽງສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນ ແລະ ວັນຊາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 127 ປີ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 15 ກໍລະກົດ 2025, ທີ່ ໂຮງແຮມ ຄຣາວ ພລາຊາ, ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍ ສ. ຟິລິບປິນ ໂດຍທ່ານ ນາງ ເອລິຊາເບັດ ເທ (Elizabeth Te), ເອກອັກຄະລັດຖະທູດ ແຫ່ງ ສ. ຟິລິບປິນ ປະຈໍາ ສປປ ລາວ, ພ້ອມທັງມີບັນດາຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.

 

 

ໃນພິທີດັ່ງກ່າວ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ແລະ ທ່ານ ເອກອັກຄະລັດຖະທູດ ນາງ ເອລິຊາເບັດ ເທ ໄດ້ກ່າວມີຄໍາເຫັນ ໂດຍສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຟິລິບປິນ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ແຕ່ວັນທີ 14 ມັງກອນ 1955, ຊຶ່ງຕະຫຼອດໄລຍະ 70 ປີຜ່ານມາ ສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍມີການແລກປ່ຽນ ຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ. ຫຼ້າສຸດ ແມ່ນການພົບປະສອງຝ່າຍ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຟີລິບປິນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 58 ໃນວັນທີ 8 ກໍລະກົດ 2025 ທີ່ ກົວລາລຳເປີ, ມາເລເຊຍ ແລະ ລະຫ່ວາງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ປະທານາທິບໍດີ ແຫ່ງ ສ. ຟິລິບປິນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ໃນເດືອນພຶດສະພາ 2025 ທີ່ ຜ່ານມາ, ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມຄວາມເຂົ້າໃຈ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງຜູ້ນໍາ, ລັດຖະບານ ແລະ ປະຊາຊົນສອງປະເທດ ລາວ-ຟີລິບປິນ. ສປປ ລາວ ແລະ ສ. ຟິລິບປິນ ໄດ້ມີການພົວພັນຮ່ວມມືກັນໃນຫຼາຍຂົງເຂດ, ຊຶ່ງໃນໄລຍະຜ່ານມາ ລັດຖະບານ ແລະ ປະຊາຊົນຟີລິບປິນ ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນອັນສຳຄັນ ໃຫ້ແກ່ ສປປ ລາວ ໂດຍສະເພາະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ ຜ່ານມາ, ໃນຂະແໜງການພັດທະນາຊັບພະຍາກອນມະນຸດ, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ການຄຸ້ມຄອງໄພພິບັດ ແລະ ອື່ນໆ.

 

 

ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ສະແດງຄວາມໝາຍໝັ້ນຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ. ຟີລິບປິນ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ກໍຄື ການສົ່ງເສີມຄວາມສາມັກຄີ ແລະ ຄວາມປອງດອງພາຍໃນປະຊາຄົມອາຊຽນ, ໃນພາກພື້ນ ແລະ ໃນໂລກ.

 

 

ຂ່າວ: ວສລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ