pele - 2025-07-17T154004.782
ຫາລືການນຳໃຊ້ສື່ການຮຽນການສອນຝຶກເວົ້າພາສາລາວ
ຮຽບຮຽງໂດຍ:Pele
ເຜີຍແຜ່: 17 July, 2025
ໝວດ: ຂ່າວ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບ ລັດຖະບານອົສະຕຣາລີ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມປຶກສາຫາລືການນຳໃຊ້ສື່ການຮຽນການສອນ (ຝຶກເວົ້າພາສາລາວ) ຂຶ້ນໃນວັນທີ 16 ກໍລະກົດນີ້ ທີ່ໂຮມແຮມດອນຈັນພາເລດ ໂດນການເປັນປະທານຂອງ ທ່ານ ອຸທິດ ທິບມະນີຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ທ່ານ ນາງ ເຄດ ກູດຟຣຸດ;ວ່າການແທນເລຂານເອກສະຖານທູດອົດສະຕຣາລີ,ມີບັນດາຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກີລາ, ພະແນກສຶກສາທິການ ແລະ ກິລາແຂວງ, ເມືອງ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

 

 

ໃນກອງປະຊຸມ,ໄດ້ນຳສະເໜີວິດີໂອສຳລັບການພັດທະນາຄູ ທີ່ສ້າງໂດຍ ສວສ ເພື່ອສະໜັບສະໜູນການສອນ, ບົດຮຽນຝຶກເວົ້າພາສາລາວທີ່ສະແດງໃຫ້ເຫັນເຖິງການສອນຕົວຈິງໃນຫ້ອງຮຽນ ເພື່ອແນະນຳໃຫ້ຄູ ແລະ ການປະຕິບັດຂອງຕົນເອງ. ວິທີການທີ່ເຂົາເຈົ້າຈະປັບປຸງ ການສອນຂອງຕົນເພື່ອຮັບປະກັນໃຫ້ນັກຮຽນເຂົ້າໃຈ ແລະ ພ້ອມກັນຮຽນຮູ້. ການສອນຫຼັກສູດສະບັບປັບປຸງໃໝ່ແມ່ນມີຄວາມທ້າທາຍສໍາລັບຄູ. ພວກເຮົາຈຳເປັນຕ້ອງໄດ້ສືບຕໍ່ໃຫ້ຄໍາແນະນໍາທີ່ຊັດເຈນ ແລະ ສອດຄ່ອງ, ໃຫ້ການສະໜັບສະໜູນຄູໂດຍການສະແດງຕົວຢ່າງການສອນຕົວຈິງໃນຫ້ອງຮຽນ.

 

ສຳລັບສື່ການຮຽນ, ການສອນ, ຝຶກເວົ້າພາສາລາວແມ່ນແນວຄິດລິເລີ່ມ ແລະ ມີຄວາມສ້າງສັນຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກປະເທດອົສຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ). ຈຸດປະສົງຂອງສື່ການຮຽນ, ການສອນ, ຝຶກເວົ້າພາສາລາວແມ່ນເພື່ອຊ່ວຍໃຫ້ນັກຮຽນຂັ້ນ ປ.1 ຈາກຊຸມຊົນທີ່ບໍ່ເວົ້າພາສາລາວຢູ່ໃນຄອບຄົວ ໄດ້ພັດທະນາທັກສະການເວົ້າພາສາລາວສື່ການຮຽນ, ການສອນແມ່ນໄດ້ເລີ່ມຕົ້ນນຳໃຊ້ໃນທົ່ວປະເທດນັບແຕ່ ເດືອນກັນຍາ 2024, ບົດຮຽນຝຶກເວົ້າພາສາລາວໃນປັດຈຸບັນໄດ້ຖືກສອນຢູ່ໃນຫ້ອງຮຽນໃນທົ່ວປະເທດ.ບົດຮຽນແມ່ນເນັ້ນໃສ່ສົ່ງເສີມທັກສະການເວົ້າ ແລະ ການຟັງ ຜ່ານກິດຈະກຳ ແລະ ເກມທີ່ຖືເອົານັກຮຽນເປັນໃຈກາງ, ບົດຮຽນຝຶກເວົ້າພາສາລາວ ໄດ້ປູພື້ນຖານໃຫ້ນັກຮຽນທີ່ບໍ່ເວົ້າພາສາລາວຢູ່ໃນຄອບຄົວ ສາມາດຮຽນຫຼັກສູດຊັ້ນປະຖົມແຫ່ງຊາດໄດ້ ແລະ ສາມາດປັບປຸງຜົນການຮຽນຂອງຕົນໃນວິຊາອື່ນໆ. ໃນປີທຳອິດຂອງການສຳເລັດການຈັດຕັ້ງປະຕິບັດບົດຮຽນຝຶກເວົ້າພາສາລາວໃນທົ່ວປະເທດ, ບັນດາພາກສ່ວນທີ່ກ່ຽວຂ້ອງໄດ້ກຳນົດຄວາມຈຳເປັນເພື່ອສະທ້ອນຄືນເຖິງບົດຮຽນ ແລະ ກຳນົດທິດທາງໃນຕໍ່ໜ້າ.

 

ທ່ານ ອຸທິດ ທິບມະນີ ໄດ້ກ່າວວ່າ: ຜູ້ມີສ່ວນກ່ຽວຂ້ອງໃນວຽກນີ້, ຈະໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ກຳນົດທິດທາງໃນອະນາຄົດຂອງສື່ການຮຽນ, ການສອນ, ຝຶກເວົ້າພາສາລາວລວມທັງການຂະຫຍາຍໃນຂັ້ນຮຽນອື່ນຕື່ມ. ປັດຈຸບັນ, ພວກເຮົາກໍາລັງຈະໄດ້ເຫັນໝາກຜົນອັນແທ້ຈິງຂອງບົດຮຽນຝຶກເວົ້າພາສາລາວ. ເດັກນ້ອຍຈາກຊຸມຊົນ, ຊົນເຜົ່າໄດ້ເຂົ້າຮ່ວມການຮຽນໃນຫ້ອງຮຽນຢ່າງໝັ້ນໃຈ ແລະ ກຽມຄວາມພ້ອມໃຫ້ແກ່ການອ່ານ ແລະ ຂຽນພາສາລາວໄດ້ດີຂຶ້ນ.

 

(ຂາວ-ພາບ:ບຸນຕອມ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ