pele - 2025-07-17T162130.648
ນັກຮຽນລາວແຂ່ງຂັນຄະນິດສາດສາກົນສິງກະໂປ ຍາດໄດ້ 15 ຫຼຽນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 17 July, 2025
ໝວດ: ຂ່າວ

ການແຂ່ງຂັນຄະນິດສາດສາກົນສິງກະໂປ (SIMOC) ແມ່ນການແຂ່ງຂັນຄະນິດສາດຈາກປະເທດສິງກະ ໂປ ທີ່ໄດ້ຮັບຄວາມນິຍົມໃນທົ່ວໂລກ ໂດຍສະເພາະໃນຂົງເຂດປະເທດອາຊຽນ. ການແຂ່ງຂັນ SIMOC ແມ່ນມີເອກະລັກສະເພາະຕົວ ຊຶ່ງປະສົມປະສານການແກ້ໂຈດຄະນິດສາດແບບດ່ຽວ ແລະ ການແຂ່ງຂັນແບບກຸ່ມຜ່ານຮູບແບບເກມທີ່ມີຊື່ວ່າ:“Math Warriors” ແລະ “Math Master Mind” ການແຂ່ງຂັນນີ້ບໍ່ພຽງແຕ່ທົດສອບທັກສະດ້ານຄະນິດສາດຂອງຜູ້ເຂົ້າຮ່ວມ ແຕ່ຍັງລວມເຖິງທັກສະໃນການເຮັດວຽກເປັນທີມ ແລະ ການສື່ສານ.

 

ໃນການແຂ່ງຂັນ SIMOC ຄັ້ງນີ້, ມີນັກຮຽນທັງໝົດ 2380 ຄົນ ທີ່ມາຈາກ 37 ປະເທດທົ່ວໂລກເຂົ້າຮ່ວມ. ໃນນັ້ນມີນັກຮຽນຈາກປະເທດລາວ ຈໍານວນ 19 ຄົນ (ເກຣດ 1-10) ຈາກຫຼາກຫຼາຍໂຮງຮຽນໃນລາວເຂົ້າຮ່ວມ ໂດຍມີ ໄບຣແພັດ ເອດູເຄຊັນ (BrightPath Education) ເປັນຜູ້ນໍາພາ, ຝຶກຊ້ອມ ແລະ ອໍານວຍຄວາມສະດວກຕະຫຼອດການແຂ່ງຂັນ. ທ່ານ ຣາແກັດ ອໍຣິການທີ ຜູ້ອໍານວຍການໄບຣແພັດ ເອດູເຄຊັນ ກ່າວວ່າ: ການແຂ່ງຂັນນີ້ໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-8 ກໍລະກົດ ຜ່ານມາ ທີ່ປະເທດສິງກະໂປ, ເຖິງວ່າການແຂ່ງຂັນຄັ້ງນີ້ຈະເປັນການແຂ່ງຂັນລະດັບສາກົນທີ່ມີຜູ້ເຂົ້າຮ່ວມຈໍານວນຫຼາຍ ແລະ ມີຄວາມເຂັ້ມຂຸ້ນ ແລະ ສັບຊ້ອນ, ແຕ່ນັກຮຽນຂອງພວກເຮົາກໍສາມາດຍາດຫຼຽນລາງວັນມາໄດ້ເຖິງ 15 ຫຼຽນ ໃຫ້ກັບປະເທດລາວ.

 

ປະເພດ ຮອບດ່ຽວ Math Olympiad, ລວມທັງໝົດຍາດໄດ້ 3 ຫຼຽນທອງແດງ ໄດ້ແກ່: ທ້າວ ສຽວ ອີ້ເຈີ (ເກຣດ 8) ຈາກໂຮງຮຽນນາໆຊາດປັນຍາທິບ; ນາງ ແພັດຕິຍາ ສິນລະປະກິດ (ເກຣດ 9) ຈາກໂຮງຮຽນນາໆຊາດອ໋ອດສະກາ; ນາງ ໂຣມີນາ ພຸດທະຣັກສາ ດວງມາລາ (ເກຣດ10) ຈາກໂຮງຮຽນນາໆຊາດປັນຍາທິບ.

 

ປະເພດ ຮອບທີມ Math Master Mind, ລວມທັງໝົດ 1 ຫຼຽນເງິນ ແລະ 1 ຫຼຽນທອງແດງ ຄື: ຫຼຽນເງິນ ຈໍານວນ 1 ຫຼຽນ ໄດ້ແກ່: ນາງ ສົມປາດຖະໜາ ທອງພານິດ (ເກຣດ5) ຈາກໂຮງຮຽນນາໆຊາດວຽງຈັນພັດທະນາ; ຫຼຽນທອງແດງ 1 ຫຼຽນ ໄດ້ແກ່: ນາງ ອາລິສາ ໃຫຍ່ມົງຄຸນ (ເກຣດ5) ຈາກໂຮງຮຽນນາໆຊາດວຽງຈັນພັດທະນາ;

 

ປະເພດ ຮອບທີມ Math Warrior, ລວມທັງໝົດ 5 ຫຼຽນເງິນ ແລະ 5 ຫຼຽນທອງແດງ ຄື: ປະເພດຫຼຽນເງິນ ໄດ້ແກ່: ທ້າວ ວິນລ່ຽມ ຄໍາມີ (ເກຣດ2) ຈາກໂຮງຮຽນນາໆຊາດປັນຍາທິບ; ນາງ ເກວະລິນ ອຸ່ນມີໄຊ (ເກຣດ5)ຈາກໂຮງຮຽນນາໆຊາດວຽງຈັນພັດທະນາ; ນາງ ຄວິງ ຣັນ (ເກຣດ 8) ຈາກໂຮງຮຽນນາໆຊາດປັນຍາທິບ; ນາງ ແພັດຕິຍາ ສິນລະປະກິດ (ເກຣດ 9) ຈາກໂຮງຮຽນນາໆຊາດອ໋ອດສະກາ; ນາງ ໂຣມີນາ ພຸດທະຣັກສາ ດວງມາລາ (ເກຣດ10) ຈາກໂຮງຮຽນນາໆຊາດປັນຍາທິບ; ຫຼຽນທອງແດງ ໄດ້ແກ່: ທ້າວ ເລີດປັນຍາ ຫຼວງລາດ (ເກຣດ 2) ຈາກໂຮງຮຽນນາໆຊາດຮິດຟິວ; ນາງ ອາລິສາ ໃຫຍ່ມົງຄຸນ (ເກຣດ 5) ຈາກໂຮງຮຽນນາໆຊາດວຽງຈັນພັດທະນາ; ນາງ ສຸລິນພອນ ລືໄຊ (ເກຣດ5) ຈາກໂຮງຮຽນນາໆຊາດວຽງຈັນພັດທະນາ; ທ້າວ ສຽວ ອີ້ເຈີ(ເກຣດ 8) ຈາກໂຮງຮຽນນາໆຊາດປັນຍາທິບ; ທ້າວ ທະນະພັດ ອ່ອນສະຫວັດ (ເກຣດ10) ຈາກໂຮງຮຽນນາໆຊາດປັນຍາທິບ.

 

ທ່ານ ຣາແກັດ ອໍຣິການທີ ກ່າວຕື່ມວ່າ: ຄວາມສຳເລັດຄັ້ງນີ້, ແມ່ນໝາກຜົນຈາກຄວາມໝັ່ນພຽນ, ຄວາມມີວິໄນ ແລະ ຄວາມມັກຮັກໃນຄະນິດສາດຂອງນັກຮຽນໝົດທຸກຄົນ ລວມທັງການສະໜັບສະໜູນອັນດີຈາກຄູ, ອາຈານ ແລະ ຜູ້ປົກຄອງທຸກທ່ານ. ທາງໄບຣແພັດ ເອດູເຄຊັນ (BrightPath Education) ຂໍສະແດງຄວາມຍິນດີຢ່າງຈິງໃຈຕໍ່ກັບຄວາມສໍາເລັດຄັ້ງນີ້ ແລະ ພາມພູມໃຈທີ່ໄດ້ມີສ່ວນຮ່ວມໃນການສົ່ງເສີມສັກກະຍະພາບ ແລະ ຄວາມສາມາດດ້ານຄະນິດສາດຂອງນັກຮຽນລາວໃນເວທີສາກົນ ແລະ ທາງໄບຣແພັດ ເອດູເຄຊັນ (BrightPath Education) ພວກເຮົາຈະສືບຕໍ່ສະໜັບສະໜູນນັກຮຽນທີ່ມີຄຸນນະພາບ ແລະ ມັກຮັັກໃນຂະແໜງວິທະຍາສາດ/ເຕັກໂນໂລຊີ/ວິສະວະກຳ/ຄະນິດສາດ (STEM) ໃຫ້ສາມາດພັດທະນາທັກສະ ແລະ ເກັບກ່ຽວປະສົບການຜ່ານກິດຈະກຳການຮຽນຮູ້ ແລະ ການແຂ່ງຂັນໃນເວລາສາກົນໃຫ້ຫຼາຍຂຶ້ນໃນອະນາຄົດ ເພື່ອສົ່ງເສີມວັດທະນະທຳການຮຽນຮູ້ທີ່ບໍ່ມີຂອບເຂດ ແລະ ບໍ່ມີມື້ສິ້ນສຸດ.

 

ຂ່າວ: ແສງຈັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
ຢ່າລື່ມກົດຕິດຕາມ