pele - 2025-07-18T103956.082
ຮອງປະທານປະເທດ ເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ
ຮຽບຮຽງໂດຍ:Pele
ເຜີຍແຜ່: 18 July, 2025

ວັນທີ່ 17 ກໍລະກົດນີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດ ໄດ້ເດີນທາງເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ, ໃຫ້ກຽດຕ້ອນຮັບຢູ່ສະຖານີລົດໄຟຟ້າ ໂດຍ ທ່ານ ບຸນເລື່ອມ ມະນີວົງ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງຫຼວງພະບາງ.ຈາກນັ້ນ, ທ່ານ ບຸນທອງ ຈິດມະນີ ພ້ອມດ້ວຍຄະນະ ໄດ້ພົບປະເຮັດວຽກຮ່ວມກັບ ການນໍາຂອງແຂງຫຼວງພະບາງທີ່ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.

 

 

ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການປັບປຸງການຈັດຕັ້ງຂັ້ນພະແນກການ, ຕິດພັນກັບການຈັດຕັ້ງປະຕິບັດ ວຽກງານກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX.ປັດຈຸບັນ ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງ, ນະຄອນ ຫຼວງພະບາງ, ອົງຄະນະພັກກອງບັນຊາການ ແລະ ຮາກຖານພັກໃນທົ່ວແຂວງ; ຍັງ 1 ຮາກຖານຄື: ໜ່ວຍພັກສະພາປະຊາຊົນແຂວງ, ພ້ອມນັ້ນ ໄດ້ສໍາເລັດກອງປະຊຸມໃຫຍ່ ສະຫະພັນນັກຮົບເກົ່າແຂວງ, ກອງປະຊຸມໃຫຍ່ອົງການຈັດຕັ້ງມະຫາຊົນຂັ້ນແຂວງ; ສຳລັບກະກຽມຄວາມພ້ອມ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ IX ພວມດຳເນີນໄປຕາມຂັ້ນຕອນ, ເປັນຕົ້ນດ້ານເນື້ອໃນ ໄດ້ກະກຽມເອກະສານແຕ່ລະບົດສຳເລັດໂດຍພື້ນຖານ ແລະ ຈະມີການຈັດກອງປະຊຸມສຳມະນາວິທະຍາສາດ ເພື່ອລະດົມແນວຄວາມຄິດໃສ່ແຕ່ລະເອກະສານຕື່ມ, ພ້ອມນັ້ນ ໄດ້ມີການຈັດຕັ້ງການທາບທາມບຸກຄະລາກອນຕາມລະບຽບ, ປັດຈຸບັນພວມດຳເນີນໃນຮອບທີ່ 1.ສ່ວນດ້ານຂະບວນການ ໄດ້ເຄື່ອນໄຫວຕິດພັນກັບວຽກງານວິຊາສະເພາະຂອງແຕ່ລະຂົງເຂດ ທັງໄດ້ກະກຽມບັນດາຕົວແບບ ເພື່ອຂຶ້ນປະກອບຄຳເຫັນຕໍ່ກອງປະຊຸມ.

 

ສຳລັບການກະກຽມສ້າງຕັ້ງຕາແສງຢູ່ແຂວງຫຼວງພະບາງ, ໃນເບື້ອງຕົ້ນໄດ້ກຳນົດໃຫ້ມີທັງໝົດ 56 ຕາແສງ ໃນ 11 ເມືອງ ແລະ ນະຄອນຫຼວງພະບາງ ທັງກຳນົດໃຫ້ມີພະນັກງານປະຈຳຕາແສງປະມານ 800 ຄົນ.

 

 

ໃນໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ມີຄໍາເຫັນຊີ້ນໍາໃຫ້ຄະນະພັກ-ຄະນະນໍາຂອງແຂວງ ສືບຕໍ່ກະກຽມການດຳເນີນກອງປະຊຸມໃຫຍ່ຕາມແຜນການທີ່ກຳນົດໄວ້ ໂດຍເລັ່ງໃສ່ດ້ານເນື້ອໃນ, ດ້ານບຸກຄະລາກອນ ແລະ ດ້ານຂະບວນການ, ສ່ວນການປັບປຸງຈັດຕັ້ງການຊັບຊ້ອນບຸກຄະລາກອນ ຂັ້ນພະແນກການທີ່ມີການຍຸບ ແລະ ໂຮມເຂົ້າກັນ ຕ້ອງປະຕິບັດໃຫ້ສອດຄ່ອງຕາມທິດຊີ້ນຳຂອງສູນກາງ ຮັບປະກັນເຮັດໃຫ້ບຸກຄະລາກອນ ມີຄວາມອຸ່ນອ່ຽນທຸ່ນທ່ຽງ ຕໍ່ການປະຕິບັດວຽກງານ, ພ້ອມນີ້ ໃຫ້ສືບຕໍ່ກະກຽມການສ້າງຕັ້ງຕາແສງ ໂດຍມີການເຮັດທົດລອງ ແລະ ຖອດຖອນບົດຮຽນ ເພື່ອປັບປຸງບັນດາວຽກງານຄົງຄ້າງ ເຮັດໃຫ້ການສ້າງຕັ້ງຕາແສງມີຄວາມສອດຄ່ອງຕາມລະບຽບການ, ຕ້ອງຮັບປະກັນໄດ້ ການປະຕິບັດວຽກງານຂັ້ນຮາກຖານທີ່ມີຄວາມເຂັ້ມແຂງ.

 

(ຂ່າວ: ຫຼວງພະບາງ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 4 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,511
21,788
thailand (1)
THB
663.59
673.81
european-union
EUR
24,115
24,597
china
CNY
2,920
2,978
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
VP-Square (2)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
VP-Square (1)
ແຈ້ງຫຼີກລ່ຽງການສັນຈອນຊົ່ວຄາວ ຢູ່ຖະໜົນໄກສອນພົມວິຫານ (ປະຕູໄຊ-ຫໍປະຊຸມແຫ່ງຊາດ) ວັນທີ 5-7 ກັນຍາ 2025ນີ້
jane ຮູບລວງນອນ
ນິສັຍໃນໄວເດັກທີ່ເຮັດໃຫ້ທ່ານເປັນຜູ້ໃຫຍ່ໃນມື້ນີ້
jane
ເທັກນິກການ Manifest ໃຫ້ໄດ້ຜົນຈິງ ພ້ອມເລື່ອງທີ່ຄົນມັກເຂົ້າໃຈຜິດ!
pele - 2025-09-03T091723.195
ແຂວງ​ຈໍາປາສັກ ສັ່ງປິດກິດຈະການ ຮ້ານອາຫານ​ 10 ແຫ່ງ ທີ່ບໍ່ຖຶກ​ຕ້ອງ​ຕາມ ​ລະ​ບຽບ​ການ
pele - 2025-09-02T101121.825
ກຸ່ມຫັດຖະກຳຕໍ່າຫູກບ້ານນາຍາງເໜືອເມືອງນໍ້າບາກ ມີສີນຄ້າຫຼາຍຢ່າງເພື່ອຈຳໜ່າຍ
pele - 2025-09-02T093104.611
ແຂວງວຽງຈັນ ສຳເລັດການສ້າງຂະບວນການກິລາລົດຖີບຊີງຂັນເຈົ້າແຂວງ ຄັ້ງທີ 2
ຢ່າລື່ມກົດຕິດຕາມ