ຊາຍຊາວອີຕາລີອາຍຸ 26 ຄິດເຖິງວິທີແກ້ໄຂບັນຫາ ເພາະບໍ່ພໍໃຈກັບໜ້າຜາກທີ່ມີຮູບຊົງເປັນຕົວ M ຂອງລາວ, ລາວຈຶ່ງໄດ້ຂໍຄວາມຊ່ວຍເຫຼືອຈາກຊ່າງສັກທີ່ມີປະສົບການ. ວ່າຊ່ວຍສັກຜົມໜ້າມ້າຢູ່ເທິງຫນ້າຜາກຂອງລາວ. ແຕ່ເມື່ອເຫັນຜົນລັບຫຼັງສັກແລ້ວກັບເຮັດໃຫ້ຕ້ອງມີນ້ຳຕາ
ສະຕູດິໂອ, ທີ່ຕັ້ງຢູ່ໃນ Lazio, ປະເທດອິຕາລີ, ໄດ້ເຜີຍແຜ່ຮູບພາບຂອງການສັກດັ່ງກ່າວ ແລະອັບໂຫລດໄປຍັງ TikTok@gipsygtattooer ເຖິງແມ່ນວ່າໃນຕອນທໍາອິດ “Maria” ຜູ້ທີ່ເປັນຊ່າງສັກ ຈະປະຫລາດໃຈເມື່ອໄດ້ຍິນຊາຍຄົນນີ້ຕ້ອງການສັກ ແຕ່ຕົນເອງກໍ່ຍັງຄົງເຄົາລົບຄວາມຄິດຂອງລູກຄ້າ. ເມື່ອຄິດວ່າຜູ້ຊາຍຄົນນີ້ມີອາການຜົມຫຼົ່ນ ເຊິ່ງສົ່ງຜົນກະທົບຕໍ່ຄວາມຫມັ້ນໃຈໃນຕົນເອງ ສະນັ້ນ ຈຶ່ງຕົກລົງທີ່ຈະຊ່ວຍໃຫ້ຄວາມປາຖະໜາຂອງລາວເປັນຈິງ.
ໃນຄລິບສາມາດເຫັນໄດ້ຊັດເຈນວ່າໃນລະຫວ່າງການສັກ ລູກຄ້າຫນຸ່ມຄົນນີ້ແມ່ນມີຄວາມກະວົນກະວາຍໃຈຫຼາຍ. ທຸກໆຄັ້ງທີ່ລາວຮູ້ສຶກວ່າເຂັມສຳຜັດກັບໃບຫນ້າຂອງລາວ, ລາວຈະຖອຍໜີ. ຫຼັງຈາກການທໍລະມານຫນຶ່ງຊົ່ວໂມງ, ໃນທີ່ສຸດການສັກກໍ່ໄດ້ສໍາເລັດ, ແນວໃດກໍຕາມ, ເມື່ອລາວໄດ້ເຫັນຮູບຂອງຕົນເອງໃນກະຈົກ. ລາວຕົກຕະລຶງແລະປົກໜ້າລາວຢ່າງໄວແລະຮ້ອງໄຫ້ອອກມາ. ແຕ່ບໍ່ສາມາດບອກໄດ້ວ່າລາວມີຄວາມໂສກເສົ້າຫຼືດີໃຈກັບຜົນທີ່ໄດ້ຮັບ ໃນຂະນະທີ່ຊ່າງສັກບອກວ່າປະທັບໃຈກັບຜົນງານຄັ້ງນີ້ ແລະຍ້ອງວ່າຕົນເອງວ່າເປັນມືອາຊີບຫຼາຍ
ວິດີໂອດັ່ງກ່າວໄດ້ແຜ່ລາມໄປຢ່າງໄວວາ. ມີຜູ້ຮັບຊົມຫຼາຍກວ່າ 29 ລ້ານວິວ, ພ້ອມກັບຄໍາເຫັນວ່າ “ຂ້ອຍບໍ່ຄິດວ່າລາວຮ້ອງໄຫ້ເພາະວ່າລາວມີຄວາມສຸກ”, ແຕ່ຮູ້ວ່າຕົນເອງ ໄດ້ຕັດສິນໃຈລົງໄປ ເຮັດຜິດພາດຢ່າງຮ້າຍແຮງ”, “ແລະອາດຈະກັບໄປເຮືອນເພື່ອຊອກຫາລາຄາລົບຮອຍສັກດ້ວຍເລເຊີ
@gipsygtattooer Il mio cliente ha sempre sognato la frangetta ed io ho esaudito il suo desiderio 💖
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,479 | 21,690 |
![]() THB | 645.44 | 657.70 |
![]() EUR | 23,823 | 24,300 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |