ວັນທີ 19 ກໍລະກົດຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມ ບັນດາບໍລິສັດທີ່ລົງທຶນຢູ່ພາຍໃນແຂວງ.
ໃນນີ້, ແມ່ນໄດ້ຕິດຕາມບໍລິສັດຂຸດຄົ້ນຫີນ ຢູ່ບ້ານທອກນາຍໍ ເມືອງທ່າແຂກ ເພື່ອຕິດຕາມເບິ່ງເຂດການສຳປະທານ ແລະ ການຂຸດຄົ້ນຕົວຈິງ ວ່າມີຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ມີຜົນກະທົບຕໍ່ການດຳລົງຊີວິດຂອງພໍ່-ແມ່ປະຊາຊົນໃນເຂດໃກ້ຄຽງຄືແນວໃດ, ຕິດຕາມ ເຂດອ່າງນໍ້າປະປາ ຢູ່ເມືອງມະຫາໄຊ ທີ່ເກົ່າແກ່ຊຸດໂຊມ ເນື່ອງຈາກມີການກໍ່ສ້າງມາຫຼາຍສິບປີ ຊຶ່ງທາງອຳນາດການປົກຄອງເມືອງກໍໄດ້ມີແຜນ ສະເໜີເພື່ອປັບປຸງສ້ອມແປງ ພ້ອມທັງແຜນຂະຫຍາຍນໍ້າປະປາໄປຫາບ່ອນທີ່ຍັງທັນບໍ່ໄດ້ຊົມໃຊ້ ໃນເຂດເທດສະບານເມືອງ. ຈາກນັ້ນ, ກໍໄດ້ຕິດຕາມເບິ່ງໂຮງງານຜະລິດປຸ໋ຍ ຢູ່ເຂດເສດຖະກິດພິເສດ ທ່າແຂກ ຂອງບໍລິສັດ ດີເອັມ ເອັດອີແຊັດ ຈຳກັດຜູ້ດຽວ ປັດຈຸບັນແມ່ນກຳລັງດຳເນີນການກໍ່ສ້າງໂຮງງານ ຊຶ່ງຈະມີການຜະລິດປຸ໋ຍແບບປະສົມປະສານປຸ໋ຍຊີວະພາບ ປູກພືດຜັກກິນໃບ ແລະ ປຸ໋ຍເຄມີແບບປະສົມ ໂດຍນໍາໃຊ້ວັດຖຸດິບຫຼັກຈາກແຮ່ ໂພເທສຊ່ຽມ ຈາກໂຮງງານເກືອກາລີ ທີ່ມີການຜະລິດຢູ່ແຂວງຄຳມ່ວນ ແລະ ຕິດຕາມເບິ່ງການຍົກຍ້າຍເສົາໄຟຟ້າ ໃນເຂດເທດສະບານແຂວງ ເພື່ອກະກຽມຂະຫຍາຍເສັ້ນທາງໃຫ້ມີຄວາມກວ້າງຂວາງ ແລະ ສະດວກໃນການສັນຈອນຂອງພາຫະນະຢູ່ໃນເຂດຕົວເມືອງ.
(ຂ່າວ-ພາບ: ກອງຄໍາ)
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,408 | 21,683 |
![]() THB | 660.16 | 670.33 |
![]() EUR | 23,918 | 24,397 |
![]() CNY | 2,905 | 2,963 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |