ຂ່າວ-Tou-Vientianepost - 2023-05-16T130539.807
ຂ່າວດີສຳລັບຊາວຜູ້ອອກແຮງງານ ທີ່ຢາກຈະໄປອອກແຮງງານຢູ່ປະເທດ ເກົາຫຼີ
ຮຽບຮຽງໂດຍ:Staff
ເຜີຍແຜ່: 16 May, 2023
ໝວດ: ຂ່າວ

ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຂໍແຈ້ງມາຍັງທ່ານ ຊາບວ່າ: ເມືອງອັນດອງ ສ ເກົາຫຼີ ໄດ້ ສະແດງເຈດຈໍານົງ ໃນການນໍາໃຊ້ແຮງງານຂອງເມືອງໄຊຍະບູລີ, ເມືອງພຽງ ແລະ ເມືອງຄອບ ແຂວງໄຊຍະບູລີ ເພື່ອໄປ ເຮັດວຽກຕາມລະດູການຢູ່ເມືອງດັ່ງກ່າວ ໃນຊ່ວງຕົ້ນເດືອນກໍລະກົດ 2023; ສະນັ້ນ ເພື່ອເປັນການກະກຽມຄວາມພ້ອມ ແລະ ຮັບປະກັນໃຫ້ແກ່ການຄັດເລືອກແຮງງານທີ່ມີຄຸນນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງນາຍຈ້າງ, ພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງແຈ້ງມາຍັງທ່ານ ເພື່ອປະກາດຮັບສະຫມັກ ແລະ ຂື້ນທະບຽນ ແຮງງານ ມີ ລາຍລະອຽດລຸ່ມນີ້ :

1. ໃຫ້ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ລາຍງານຕໍ່ການນໍາຂອງເມືອງ ຮັບຊາບ ພ້ອມທັງຂໍ ທິດຊີ້ນໍາໃນການຈັດຕັ້ງປະຕິບັດ ແລ້ວສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໂຄສະນາເຜີຍແຜ່ໃຫ້ແຮງງານຢູ່ພາຍໃນ ເມືອງຂອງຕົນໄດ້ຮັບຮູ້ຢ່າງກວ້າງຂວາງ, ຖ້າບຸກຄົນໃດມີຄວາມສົນໃຈຢາກໄປເຮັດວຽກ ຢູ່ເມືອງອັນດອງ ສ ເກົາຫຼີ ແມ່ນໃຫ້ມາລົງທະບຽນ ຢູ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ແຕ່ນີ້ຮອດວັນທີ 15 ມິຖຸນາ 2023; ເຊິ່ງຈໍານວນແຮງງານທີ່ຕ້ອງການໃນຄັ້ງນີ້: ເມືອງໄຊຍະບູລີ 50 ຄົນ, ຍິງ 30 ຄົນ; ເມືອງພຽງ 50 ຄົນ, ຍິງ 25 ຄົນ ແລະ ເມືອງຄອບ 50 ຄົນ, ຍິງ 30 ຄົນ; ການເປີດສະຫມັກຮັບລົງທະບຽນ ເພື່ອຄັດເລືອກ ແຕ່ລະເມືອງໃຫ້ໄດ້ຢ່າງນ້ອຍ 60 ຄົນ, ຍິງ 35 ຄົນ ຂື້ນໄປ.

2. ເພື່ອເຮັດໃຫ້ຂະບວນການຮັບສະຫມັກ ແລະ ຄັດເລືອກເອົາແຮງງານ ມີຄວາມສະດວກ, ໂປ່ງໃສ ແລະ ຖືກຕ້ອງ ຕາມລະບຽບການທີ່ໄດ້ກໍານົດໄວ້ ແມ່ນໃຫ້ແຮງງານທີ່ຕ້ອງການໄປເຮັດວຽກດັ່ງກ່າວ ຕ້ອງໄດ້ມາຂຶ້ນທະບຽນລາຍຊື່ ຢູ່ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ເພື່ອສໍາພາດຄັດເລືອກເອົາຜູ້ທີ່ມີເງື່ອນໄຂຄົບຖ້ວນ, ສໍາລັບ ແບບຟອມການສະຫມັກ ທາງກົມການຈັດຫາງານ ແລະ ບໍລິສັດທີ່ຮັບຜິດຊອບນໍາສົ່ງແຮງງານຈະແຈກຢາຍໃນມື້ສໍາພາດ , ສ່ວນການມາລົງທະບຽນ ແລະ ມາສໍາພາດເພື່ອຄັດເລືອກ ແມ່ນຈະບໍ່ໄດ້ເສຍຄ່າໃຊ້ຈ່າຍ.

3. ກໍລະນີຫາກມີພົບເຫັນບຸກຄົນ ຫຼື ນິຕິບຸກຄົນ ມາເຄື່ອນໄຫວຂົນຂວາຍເອົາແຮງງານໄປເຮັດວຽກ ຢູ່ ສ ເກົາຫຼີ ໂດຍບໍ່ມີຫນັງສືອະນຸຍາດຈາກພະແນກແຮງງານ ແລະ ສະຫວັດຕິການສັງຄົມແຂວງ ແມ່ນແຈ້ງໃຫ້ເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ປະຕິບັດມາດຕະການ ຕໍ່ພາກສ່ວນດັ່ງກ່າວໂດຍທັນທີ ເພື່ອສະກັດກັ້ນບໍ່ໃຫ້ ມີນາຍຫນ້າ ເຂົ້າມາມີສ່ວນຮ່ວມໃນຂະບວນ ການຄັດເລືອກແຮງງານຄັ້ງນີ້ຢ່າງເດັດຂາດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 21 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,920,000
48,450,000
47,296,000
48,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-21T163456.766
ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ
jane - 2025-10-21T154926.955
ເຊັກດວງການເງິນ–ໂຊກລາບ ຂອງຄົນເກີດທັງ 7 ມື້ ສົ່ງທ້າຍເດືອນ ຕຸລາ 2025
pele - 2025-10-21T144328.209
ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ
jane - 2025-10-21T114147.836
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ.
jane - 2025-10-21T110548.419
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
pele - 2025-10-21T110008.835
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
pele - 2025-10-21T102701.925
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025
jane - 2025-10-21T101439.418
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ ແຂວງບຶງການ ປະເທດໄທ (ປາກຊັນ-ບຶງການ) ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
jane - 2025-10-21T092859.441
ສະພາບອາກາດປະຈໍາເຊົ້າວັນທີ 21 ຕຸລາ 2025
pele - 2025-10-21T091733.903
IMF ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຟິກ ​ກະຕຸ້ນຄວາມຕ້ອງການພາຍໃນ
ຢ່າລື່ມກົດຕິດຕາມ