pele - 2025-07-24T103817.015
ເຈົ້າແຂວງຄຳມ່ວນ ລົງຕິດຕາມສະພາບນໍ້າຖ້ວມ ຢູ່ເມືອງຄູນຄໍາ
ຮຽບຮຽງໂດຍ:Pele
ເຜີຍແຜ່: 24 July, 2025

ວັນທີ 23 ກໍລະກົດນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ສະພາບນໍ້າຖ້ວມ ຢູ່ເມືອງຄູນຄໍາ ໂດຍມີທ່ານ ແກ້ວບຸນຂວັນ ໄຊຍະວົງສາ ເຈົ້າເມືອງຄູນຄໍາ ພ້ອມຂະແໜງການກ່ຽວຂ້ອງຮ່ວມຕິດຕາມ.

 

 

ໃນລະຫວ່າງວັນທີ 21-22 ກໍລະກົດຜ່ານມາ ໄດ້ເກີດມີຝົນຕົກໜັກ ເກີດຈາກອິດທິພົນຂອງພາຍຸ ວິພາ ເຮັດໃຫ້ບາງພື້ນທີ່ຂອງເມືອງຄູນຄຳ ໂດຍສະເພາະເຂດບ້ານນາຄໍາ ເຂົ້າໄປຫາ ບ້ານກູບ ນໍ້າໄດ້ໄຫຼເຂົ້າເສັ້ນທາງ ມີບາງຈຸດລະດັບນໍ້າສູງເຖິງ 1.30 ແມັດ ເຮັດໃຫ້ເສັ້ນທາງຖືກຕັດຂາດ, ລົດບໍ່ສາມາດສັນຈອນ ໄປ-ມາໄດ້, ມີຈໍານວນ 5 ບ້ານໃນເຂດດັ່ງກ່າວໄດ້ຮັບຜົນກະທົບຄື: ບ້ານນາຄໍາ, ນາກາງ, ບ້ານແກ້ງ-ນໍ້ານອນ, ໂພນແຍງ ແລະ ບ້ານກູບ. ໃນນີ້, ປະຊາຊົນໄດ້ມີການນໍາໃຊ້ເຮືອ ເພື່ອບໍລິການຂົນສົ່ງເຄື່ອງທີ່ຈໍາເປັນ ແລະ ຄົນຂ້າມ ໄປ-ມາ. ນອກນີ້, ຍັງມີເຮືອນ-ຊານ, ວັດວາອາລາມຈໍານວນຫຼາຍຫຼັງຖືກຖ້ວມ. ສ່ວນເນື້ອທີ່ທໍາການຜະລິດຂອງພໍ່ແມ່ປະຊາຊົນຖືກນໍ້າຖ້ວມ 1,147 ເຮັກຕາ. ສ່ວນຂໍ້ມູນລາຍລະອຽດ ທາງຄະນະກຳມະການຄຸ້ມຄອງໄພພິບັດກຳລັງສັງລວມ ຂໍ້ມູນພື້ນທີ່ຖືກຖ້ວມ ແລະ ຜົນເສຍຫາຍ.

 

 

ໂອກາດນີ້, ຍັງໄດ້ນໍາເອົານໍ້າດື່ມຈໍານວນໜຶ່ງໄປມອບໃຫ້ແກ່ບັນດາບ້ານທີ່ຖືກຜົນກະທົບ ເປັນການແກ້ໄຂບັນເທົາທຸກ ໃນເວລາສຸກເສີນ ແລະ ຍັງຈະໄດ້ຄົ້ນຄວ້າ, ປຸກລະດົມ ເພື່ອນໍາເອົາວັດຖຸສິ່ງຂອງ ແລະ ເຄື່ອງໃຊ້ທີ່ຈໍາເປັນ ນໍາໄປມອບເພື່ອແບ່ງເບົາ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມນີ້ ທ່ານເຈົ້າແຂວງຍັງໄດ້ຮຽກຮ້ອງມາຍັງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນ ໃຫ້ມີສະຕິລະວັງຕົວ ເພື່ອກະກຽມຄວາມພ້ອມທຸກດ້ານໃນການຮັບມືກັບສະພາບໃນຕໍ່ໜ້າ, ບໍ່ວ່າຈະເປັນການກະກຽມຍົກຍ້າຍວັດຖຸເຄື່ອງຂອງ, ພາຫະນະ, ສັດລ້ຽງ ໄປໄວ້ບ່ອນສູງ ແລະ ປອດໄພ ພິເສດແມ່ນໃຫ້ເອົາໃຈໃສ່ໃນດ້ານການຮັກສາສຸຂະພາບ ພາຍຫຼັງທີ່ນໍ້າບົກແຫ້ງ ອາດຈະມີພະຍາດຕ່າງໆເກີດຂຶ້ນຕາມມາ ໃຫ້ການຈັດຕັ້ງເອົາໃຈໃສ່ຕິດຕາມຢ່າງໃກ້ສິດ ພ້ອມທັງເກັບກຳຂໍ້ມູນ ແລະ ລາຍງານຕໍ່ຂັ້ນເທິງຖ້າຫາກມີກໍລະນີສຸກເສີນ ແລະ ມີການແຜ່ລະບາດຂອງພະຍາດ ເພື່ອກຽມຄວາມພ້ອມຮັບມື ແລະ ຕອບໂຕ້ໂດຍໄວ.

 

 

(ຂ່າວ-ພາບ: ກອງຄໍາ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 15 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,496
21,773
thailand (1)
THB
672.94
683.71
european-union
EUR
24,219
24,703
china
CNY
2,941
2,999
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (34)
ນູແວນເຊລັງ ຄາດວ່າປະຊາກອນເຊື້ອສາຍອາຊີ ຈະເພີ່ມຂຶ້ນເປັນ 33%
pele - 2025-09-15T162805.113
ຈັບໂຊເຟີລົດບັນທຸກ 12 ລໍ້ ພ້ອມຢາບ້າ12.742.000 ເມັດ
jane (33)
ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣສ-2025
jane (32)
ນຳສະເໜີ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ
pele - 2025-09-15T154957.450
ແຈ້ງການມອດໄຟ 17,20,21/09/2025 (ຈຳນວນ 3 ວັນ)
jane (31)
ເຄື່ອງປະດັບເສີມການແຕ່ງຕົວຕາມລາສີ ເພີ່ມສະເໜ່ໄດ້ງ່າຍໆ
pele - 2025-09-15T143441.056
ກຽມພົບກັບງານ Laos Blockchain Fest 2025 ໃນທ້າຍເດືອນພະຈິກນີ້
pele - 2025-09-15T134622.962
ກະຊວງປ້ອງກັນປະເທດ ຈະສົ່ງ 21 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (30)
ກອງປະຊຸມເວທີປຶກສາຫາລືວັດທະນະທຳສາກົນ ໝີແພນດາຄຳ 2025 ຈັດຂຶ້ນຢູ່ນະຄອນເສີງຕູ່ ສ ປ ຈີນ
jane (29)
ເບິ່ງດວງປະຈຳວັນຈັນ ທີ່ 15 ກັນຍາ 2025
ຢ່າລື່ມກົດຕິດຕາມ