nj8
ເຈົ້າໜ້າທີ່ພາສີ ປະຈຳດ່ານສາກົນບໍ່ເຕັນ ຢຶດລົດເກັງ 2 ຄັນ ທີ່ລັກລອບນຳເຂົ້າ ແລະ ໃສ່ປ້າຍປອມ
ຮຽບຮຽງໂດຍ:Staff
ເຜີຍແຜ່: 17 ເດືອນພຶດສະພາ, 2023
ໝວດ: ຂ່າວ

ວັນທີ 16 ພຶດສະພາ 2023, ເຈົ້າໜ້າທີ່ພາສີ ປະຈຳດ່ານພາສີສາກົນບໍ່ເຕັນ ແຂວງຫລວງນໍ້າທາ, ເຈົ້າໜ້າທີ່ພາສີກຸ່ມວຽກຄຸ້ມຄອງພາຫະນະ ຈຸດປະຈຳໄມ້ກັ້ນ, ໄດ້ເຂັ້ມງວດກວດກາໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃນການຕ້ານ ແລະ ສະກັ້ນການການລັກລອບລົດນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຊຶ່ງສາມາດຢຶດລົດເກັງ ຍີ່ຫໍ້ KIA K5 ໄດ້ຈໍ 2 ຄັນ ທີ່ໃສ່ປ້າຍທະບຽນປອມ.

ໂດຍຜ່ານການກວດກາເບື້ອງຕົ້ນເຫັນວ່າ: ລົດເກັງ 2 ຄັນ ຍີ່ຫໍ້ KIA K5 ທີ່ລັກລອບນຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ໄດ້ໃສ່ປ້າຍທະບຽນປອມທັງ 2 ຄັນ, ທະບຽນ (ຫລວງນໍ້າທາ ກສ 4789, ກໍາແພງນະຄອນ ຮຈ 9399) ຊຶ່ງບໍ່ມີເອກະສານຖືກຕ້ອງ ແລະ ບໍ່ມີເອກະສານຢັ້ງຢືນຂອງການມອບພັນທະອື່ນໆ.

ດັ່ງນັ້ນ, ເຈົ້າໜ້າທີ່ພາສີປະຈໍາດ່ານພາສີສາກົນບໍ່ເຕັນ, ຈຶ່ງໄດ້ເຮັດບົດບັນທຶກຄະດີມອບ-ຮັບລົດຈໍານວນ 2 ຄັນດັ່ງກ່າວໃຫ້ພາສີ ປະຈຳແຂວງຫລວງນໍ້າທາ ດຳເນີນຂັ້ນຕອນຕາມກົດໝາຍ ແລະ ລະບຽບການຕໍ່ໄປ.

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ປີນີ້ແຂວງວຽງຈັນຈະແກ້ໄຂຄອບຄົວທຸກຍາກ ໃຫ້ໄດ້ 1.600 ຄອບຄົວ
2
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມ ເວທີປຶກສາຫາລືອະນາຄົດ ອາຊຽນ
2
ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ
2
ໄທ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19ເພີ່ມຂຶ້ນຢ່າງຫລວງຫລາຍຫລັງບຸນສົງການ
2
ສະຫລົດ! ມີຜູ້ເສຍຊີວິດ 33 ຄົນຈາກອຸບັດເຫດ ໃນໄລຍະບຸນປີໃໝ່ລາວ
2
ນາຍົກ ຈະເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລື ອະນາຄົດອາຊຽນ
2
ປະທານປະເທດ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມ ກຳປູເຈຍ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ
2
ກຳປູເຈຍ ສົ່ງອອກລົດຖີບ ຫລຸດລົງ 43%
2
ສປຈີນ ຈັດສັນງົບປະມານ ຊຸກຍູ້ການລົງທຶນ ຫລາຍກວ່າ 2 ແສນລ້ານຢວນ
2
ສປຊ ຮຽກຮ້ອງໃຫ້ຄວາມຊ່ວຍເຫຼືອເຂດກາຊາ ຈຳນວນ ເງິນ 2,8 ຕື້ໂດລາ
ຢ່າລື່ມກົດຕິດຕາມ