pele - 2025-07-30T164239.877
ສພຂ ຄໍາມ່ວນ ໄຂກອງປະຊຸມສະໄໝສາມັນ ເທື່ອທີ 9
ຮຽບຮຽງໂດຍ:Pele
ເຜີຍແຜ່: 30 July, 2025

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ (ສພຂ) ຄໍາມ່ວນ ຊຸດທີ II ໄດ້ໄຂຂຶ້ນໃນວັນທີ 30 ກໍລະກົດນີ້ ທີ່ສະໂມສອນໃຫຍ່ ຫຼັກ 4 ຂອງແຂວງ ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີພະນັກງານອາວຸໂສບໍານານ, ຫົວໜ້າພະແນກ-ອົງການທຽບເທົ່າ, ອົງການຈັດຕັ້ງລັດ ແລະ ແຂກຖືກເຊີນເຂົ້າຮ່ວມ.

 

Digital Marketing Agency in Laos - Emerging Digital Solutions

 

ກອງປະຊຸມສະຄັັ້ງນີ້, ຈະໄດ້ພິຈາລະນາຮັບຮອງເອົາ ບັນຫາສໍາຄັນຂອງແຂວງຄື: ຈະຮັບຮອງເອົາບົດລາຍງານ ຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂອງແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂອງແຂວງ ປະຈໍາ 6 ເດືອນທ້າຍປີ 2025, ບົດລາຍງານ ກ່ຽວກັບການປະເມີນຜົນການຈັດຕັັ້ງປະຕິບັດ ຂໍໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸູ້ມຄອງສິ່ງເສດເຫຼືອທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021, ບົດລາຍງານ ກ່ຽວກັບການການພິຈາລະນາຮັບຮອງເອົາການຈັດຕັັ້ງອົງການກາແດງແຂວງ, ດ່ານສາກົນຂົວມິດຕະພາບ 3, ດ່ານສາກົນນາເພົ້າ ແລະ ຄະນະກໍາມະການສົົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ເປັນອົງການລັດທຽບເທົ່າຂັັ້ນພະແນກການຂອງແຂວງ, ບົດສະເໜີຂອງອົງການປົກຄອງແຂວງ ກ່ຽວກັບການພິຈາລະນາຮັບຮອງ ຊົນເຜົ່າບຣູຂອງແຂວງຄໍາມ່ວນ, ບົດສະເໜີ 2 ຮ່າງນິຕິກໍາໃຕ້ກົດໝາຍຄື: ບົດສະເໜີຮ່າງຂໍໍ້ຕົກລົງ ວ່າດ້ວຍການກໍານົດເຂດປອດຄວັນຢາສູບພາຍໃນແຂວງ ແລະ ບົດສະເໜີຮ່າງຂໍໍ້ຕົກລົງ ວ່າດ້ວຍການແຂ່ງຂັນກິລາພາຍໃນແຂວງ, ໜັງສືສະເໜີ ຂອງອົງການປົກຄອງແຂວງ ກ່ຽວກັບການພິຈາລະນາການແຕ່ງຕັັ້ງບຸກຄະລາກອນ ເຂົ້າໃນໂຄງປະກອບກົງຈັກການຈັດຕັັ້ງ ທີ່ໄດ້ມີການປັບປຸງ ແລະ ຈະຮັບຮອງເອົາບົດລາຍງານ ຂອງຄະນະປະຈໍາສະພາປະຊາຊົນຂັັ້ນແຂວງ ກ່ຽວກັບການຈັດຕັັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນຂັັ້ນແຂວງ ແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາ ກອງປະຊຸມສະໄໝສາມັນເທື່ອທີ 9 ແລະ ແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນເທື່ອທີ 9 ຫາ ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ການປະເມີນຜົນ ຕໍ່ຄວາມຮັບຜິດຊອບ ຂອງບຸກຄະລາກອນ ທີ່ລາຍງານ, ຊີ້ແຈງ ແລະ ຕອບຄໍາຊັກຖາມ ຢູ່ກອງປະຊຸມສະພາປະຊາຊົນຂັັ້ນແຂວງ, ນອກນັັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການຊີ້ແຈງ ຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງຈໍານວນໜຶ່ງຕາມຫົວຂໍໍ້ສະເພາະ ຫຼື ຄໍາຊັກຖາມ ທີ່ຄະນະປະຈໍາສະພາປະຊາຊົນຂັັ້ນແຂວງໄດ້ຕັັ້ງຂຶ້ນ. ກອງປະຊຸມສະໄໝສາມັນ ເທື່ອທີ 9 ຄັັ້ງນີ້ຈະໄດ້ດໍາເນີນໄປຮອດວັນທີ 1 ສິງຫາ 2025 ຈຶ່ງຈະສໍາເລັດ.

(ຂ່າວ-ພາບ: ກອງຄໍາ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 15 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,496
21,773
thailand (1)
THB
672.94
683.71
european-union
EUR
24,219
24,703
china
CNY
2,941
2,999
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (34)
ນູແວນເຊລັງ ຄາດວ່າປະຊາກອນເຊື້ອສາຍອາຊີ ຈະເພີ່ມຂຶ້ນເປັນ 33%
pele - 2025-09-15T162805.113
ຈັບໂຊເຟີລົດບັນທຸກ 12 ລໍ້ ພ້ອມຢາບ້າ12.742.000 ເມັດ
jane (33)
ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣສ-2025
jane (32)
ນຳສະເໜີ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ
pele - 2025-09-15T154957.450
ແຈ້ງການມອດໄຟ 17,20,21/09/2025 (ຈຳນວນ 3 ວັນ)
jane (31)
ເຄື່ອງປະດັບເສີມການແຕ່ງຕົວຕາມລາສີ ເພີ່ມສະເໜ່ໄດ້ງ່າຍໆ
pele - 2025-09-15T143441.056
ກຽມພົບກັບງານ Laos Blockchain Fest 2025 ໃນທ້າຍເດືອນພະຈິກນີ້
pele - 2025-09-15T134622.962
ກະຊວງປ້ອງກັນປະເທດ ຈະສົ່ງ 21 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (30)
ກອງປະຊຸມເວທີປຶກສາຫາລືວັດທະນະທຳສາກົນ ໝີແພນດາຄຳ 2025 ຈັດຂຶ້ນຢູ່ນະຄອນເສີງຕູ່ ສ ປ ຈີນ
jane (29)
ເບິ່ງດວງປະຈຳວັນຈັນ ທີ່ 15 ກັນຍາ 2025
ຢ່າລື່ມກົດຕິດຕາມ