ໃນວັນທີ 30 ກໍລະກົດນີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ຕິດຕາມບ້ານທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງໄຊຍະບູລີ; ໃຫ້ການຕ້ອນຮັບໂດຍທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ທ່ານ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ, ມີການນຳຂອງແຂວງ, ການນຳຂອງເມືອງແລະ ພໍ່-ແມ່ປະຊາຊົນໃຫ້ການຕ້ອນຮັບ.
ໃນໂອກາດນິ້, ທ່ານນາຍົກລັດຖະມົນຕີ ແລະຄະນະ ໄດ້ລົງເບິ່ງຂົວອູ່ບ້ານນາຕໍໃຫຍ່ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ພ້ອມທັງພົບປະໂອ້ລົມປະຊາຊົນ.ຜ່ານການລົງເກັບກໍາຂໍ້ມູນຕົວຈິງ ຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ຜົນເສຍຫາຍຈາກໄພພິບັດນໍ້າຖ້ວມມີທັງໝົດ 40 ບ້ານ,ມີ1,820 ຄອບຄົວ, ມິ 9,248 ຄົນຍິງ 4,592 ຄົນ,ປະເມີນມູນຄ່າເສຍຫາຍລວມ 32,478,556,747 ກີບ.ໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມອບເງີນຊຸກຍູ້ໃຫ້ອົງການປົກຄອງບ້ານນາຕໍນ້ອຍມູນຄ່າ 10 ລ້ານກວ່າກີບ.
(ຂ່າວ-ພາບ: ສົມພົງ ສີສະຫວັດ)
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |