site cover1 (54)
ຜູ້ໃຊ້ງານ Canva ຈະສາມາດໃຊ້ AI Claude ໃນການສັ່ງແກ້ໄຂຮູບພາບໄດ້ແລ້ວ
ຮຽບຮຽງໂດຍ:kaling
ເຜີຍແຜ່: 4 August, 2025

ປັນຍາປະດິດສຳລັບການສ້າງສື່ ຫຼື Generative AI ເອີ້ນໄດ້ວ່າມາແຮງ ແລະ ເປັນທີ່ນິຍົມສູງສຸດໃນໝູ່ AI ທັງປວງ ຊຶ່ງຜູ້ພັດທະນາຊອບແວຫຼາຍເຈົ້າກໍໄດ້ມີການນຳເອົາເຂົ້າມາໃຊ້ຮ່ວມກັບຊອບແວຂອງຕົນ ບໍ່ເວັ້ນແມ້ແຕ່ຊອບແວອອນລາຍສຳລັບການຕັດຕໍ່ເຮັດຮູບພາບຢ່າງ Canva

ຈາກລາຍງານໂດຍເວັບໄຊ The Verge ໄດ້ກ່າວເຖິງການທີ່ທາງ Canva ອອກມາປະກາດວ່າ Canva ຈະສາມາດເຮັດການເຊື່ອມຕໍ່ (Integration) ກັບ Claude ເພື່ອນຳມາໃຊ້ງານໃນການຊ່ວຍຕັດຕໍ່ຮູບພາບໄດ້ແລ້ວ ຫຼັງຈາກທີ່ຜ່ານມາຕົວ Canva ຊຶ່ງເອີ້ນໄດ້ວ່າເປັນຄວາມຮ່ວມມືຄັ້ງລ່າສຸດຂອງ Claude ຫຼັງຈາກທີ່ຜ່ານມາຕົວ Claude ນັ້ນສາມາດເຊື່ອມຕໍ່ເພື່ອໃຊ້ງານຮ່ວມກັບແອັບພລິເຄຊັນແບບ 3rd Party ໄດ້ຫຼາຍຕົວ ເຊັ່ນ Figma, Notion, Stripe, ແລະ Prisma ຊຶ່ງຜູ້ໃຊ້ງານ Claude ແລະ Canva ຈະສາມາດໃຊ້ຟີເຈີໃໝ່ນີ້ໄດ້ຕັ້ງແຕ່ວັນນີ້ເປັນຕົ້ນໄປ

ຊຶ່ງຈາກແຫຼ່ງຂ່າວນັ້ນໄດ້ມີການລະບຸວ່າ ຜູ້ທີ່ໃຊ້ງານການເຊື່ອມຕໍ່ນີ້ນັ້ນ ຈະສາມາດໃຊ້ການສັ່ງການແບບ Prompt ເພື່ອສັ່ງການໃຫ້ Claude ຊ່ວຍຈັດການງານທີ່ຢູ່ເທິງ Canva ເຊັ່ນ ສັ່ງໃຫ້ເຮັດພຣີເຊັນເຕຊັນ, ປັບຂະໜາດຮູບພາບ, ລວມໄປເຖິງເຕີມຮູບພາບທີ່ຢູ່ໃນແບບຮ່າງ (Template) ທີ່ຖືກສ້າງໄວ້ຢູ່ແລ້ວໄດ້ ນອກຈາກນັ້ນຜູ້ໃຊ້ງານຟີເຈີນີ້ຈະຍັງສາມາດໃຊ້ງານ Claude ເພື່ອຊ່ວຍຄົ້ນຫາຄຳ (Keyword) ທີ່ຖືກບັນທຶກໄວ້ເທິງ Canva Docs, ງານ Presentation ທີ່ຖືກສ້າງຂຶ້ນເທິງ Canva, ແລະ ເທິງແບບຮ່າງສຳລັບແບຣນ (Brand Template) ແລະເຮັດແບບສະຫຼຸບຄວາມຈາກທີ່ຄົ້ນຫາທັງໝົດຜ່ານທາງໜ້າຈໍສັ່ງການຂອງ Claude ໄດ້ແບບຄົບຈົບທີ່ດຽວ ແຕ່ຟີເຈີເຫຼົ່ານີ້ຈະໃຊ້ງານໄດ້ນັ້ນ ຜູ້ໃຊ້ງານຈະຕ້ອງໃຊ້ບັນຊີແບບຈ່າຍເງິນທັງຂອງ Claude ແລະ Canva ໂດຍມີຄ່າໃຊ້ຈ່າຍຂັ້ນຕ່ຳ ດັ່ງນີ້:

  • Claude: 17 ໂດລາສະຫະລັດຕໍ່ເດືອນ (548.32 ບາດ)
  • Canva: 15 ໂດລາສະຫະລັດຕໍ່ເດືອນ (548.32 ບາດ)

ໃນເຊີງເທັກນິກສ່ວນຂອງການເຊື່ອມຕໍ່ນັ້ນທາງ Anthropic ໄດ້ມີການເຮັດຜ່ານເຊີເວີທີ່ມີຊື່ວ່າ Model Context Protocol (MCP) ຊຶ່ງຕົວແອັບແລະເຊີເວີດັ່ງກ່າວນັ້ນ ທາງຜູ້ພັດທະນາກ່າວໄວ້ວ່າເປຣຽບເສມືອນ USB Type C ຂອງ AI ທີ່ຊ່ວຍໃຫ້ຕົວ AI ສາມາດເຊື່ອມຕໍ່ກັບແອັບພລິເຄຊັນອື່ນໆ ໄດ້ຢ່າງລວດໄວແລະປອດໄພ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 25 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,499
21,776
thailand (1)
THB
670
680.72
european-union
EUR
24,381
24,869
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (87)
ຮູບພາບເຫດການຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025
jane (86)
ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
jane (85)
ຮູ້ຈັກ "ຫອຍທາກຄິວບາ" ຫອຍທາກທີ່ງາມທີ່ສຸດໃນໂລກທີ່ກຳລັງຈະສູນພັນ
pele - 2025-09-24T141747.425
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ
jane (83)
ພາບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ລາກາຊາ ທີ່ພັດເຂົ້າຮົງກົງຕອນເຊົ້າມື້ນີ້ 24 ກັນຍາ 2025
pele - 2025-09-24T132008.973
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ
jane (82)
ລົງນາມຮ່ວມມື ພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີ່ຈອດລົດ ຢູ່ ນວ
jane (81)
ຮູບພາບທີ່ກຳລັງເປັນກະເເສ ໃນຮ່ອງກົງຊາວເມືອງກະກຽມຕົວຮັບມືພາຍຸໄຕ້ຝຸ່ນລາກາຊາ
jane (80)
ເຫດການທີ່ໜ້າຕົກໃຈທີ່ກຸງເທບມະຫານະຄອນ ປະເທດໄທ ເກີດເຫດ ຖະໜົນຍຸບ ໜ້າໂຮງໝໍຊິຣະພະຍາບານ 24 ກັນຍາ 2025
pele - 2025-09-24T102853.426
ຈົ່ງມີສະຕິລະມັດລະວັງ ຝົນຕົກເປັນວົງກວ້າງ ອາດຈະເກີດໄພພິບັດ ນ້ຳຖ້ວມຊຸ ດິນເຈື່ອນ ໄລຍະນີ້ 24 ຫາ 27 ກັນຍາ 2025
ຢ່າລື່ມກົດຕິດຕາມ