site cover1 (56)
ເປັນຫຍັງຈຶ່ງເປັນ 'ພະຍາດສະໝອງເສື່ອມ'? | ພະຍາດທາງລະບົບປະສາດທີ່ທຳລາຍຄວາມຊົງຈຳ
ຮຽບຮຽງໂດຍ:kaling
ເຜີຍແຜ່: 4 August, 2025

‘ພະຍາດສະໝອງເສື່ອມ’ ເປັນພະຍາດທີ່ຢູ່ໃກ້ຕົວທີ່ບໍ່ລໍຄອຍເວລາ ບໍ່ແມ່ນພຽງແຕ່ຄົນແກ່ເທົ່ານັ້ນທີ່ມີໂອກາດເປັນໄດ້ ເພາະວ່ານອກຈາກຜົນກະທົບຂອງພະຍາດທີ່ກ່ຽວຂ້ອງກັບຄວາມຈົດຈຳແລ້ວ ສິ່ງທີ່ແຝງມາດ້ວຍແມ່ນການສູນເສຍຄວາມສາມາດໃນດ້ານອື່ນໆ ທີ່ກາຍເປັນຝັນຮ້າຍຂອງຜູ້ປ່ວຍພະຍາດສະໝອງເສື່ອມ

ເຊັ່ນດຽວກັບກໍລະນີຂອງ ບຣູສ ວິລລິສ (Bruce Willis) ໃນປີ 2022 ລາວໄດ້ຮັບການວິນິດໄສວ່າມີອາການເສຍການສື່ສານ ທີ່ສົ່ງຜົນກະທົບຕໍ່ສະໝອງສ່ວນທີ່ຄວບຄຸມພາສາ ພຶດຕິກຳ ແລະ ການເຄື່ອນໄຫວ ຊຶ່ງເປັນຮູບແບບການເສື່ອມທີ່ແຕກຕ່າງໄປຈາກພະຍາດສະໝອງເສື່ອມທົ່ວໄປ ທີ່ຈະກ່ຽວຂ້ອງກັບຄວາມຊົງຈຳ ຕໍ່ມາໃນປີ 2023 ລາວໄດ້ຮັບການຢືນຢັນວ່າເປັນ ພະຍາດສະໝອງເສື່ອມກ້ອນໜ້າຂະໝັບ (FTD) ທີ່ມີຜົນຕໍ່ການປ່ຽນແປງພຶດຕິກຳແລະບຸກຄະລິກະພາບຢ່າງຮຸນແຮງ

ໃນປັດຈຸບັນຄອບຄົວໄດ້ເປີດເຜີຍອາການລ່າສຸດຂອງລາວທີ່ຊຸດໂຊມໜັກ ເຖິງຂັ້ນບໍ່ສາມາດເວົ້າ ອ່ານ ຫຼື ຍ່າງໄດ້ແລ້ວ ສ້າງຄວາມຕົກໃຈໃຫ້ແກ່ແຟນໜັງທົ່ວໂລກ ຫຼັງຈາກທີ່ກ່ອນໜ້ານີ້ລາວໄດ້ປະກາດລາອອກຈາກວົງການເພື່ອໄປຮັກສາຕົວ

ບົດຄວາມນີ້ຈະພາມາທຳຄວາມຮູ້ຈັກກັບພະຍາດສະໝອງເສື່ອມ ແລະ ກົນໄກຂອງພະຍາດ ລວມໄປເຖິງປັດໃຈທາງພັນທຸກຳທີ່ອາດຈະເປັນສາເຫດໜຶ່ງຂອງພະຍາດນີ້ ເພື່ອປະໂຫຍດໃນດ້ານການປ້ອງກັນແລະດູແລຮັກສາສຸຂະພາບທີ່ດີຂຶ້ນ

ຮູ້ຈັກພາວະສະໝອງເສື່ອມ

ພາວະສະໝອງເສື່ອມ (Dementia ຫຼື Major neurocognitive disorder) ເປັນພາວະທີ່ປະສິດທິພາບການເຮັດວຽກຂອງສະໝອງລົດລົງ ສະໝອງສູນເສຍໜ້າທີ່ການເຮັດວຽກໃນດ້ານຕ່າງໆ ເຮັດໃຫ້ກະບວນການຮູ້ຄິດ (Cognition) ບົກພ່ອງ ຈົນສົ່ງຜົນກະທົບຕໍ່ການດຳເນີນຊີວິດປະຈຳວັນແລະການຢູ່ຮ່ວມກັນໃນສັງຄົມ

ສະຖິຕິຂອງພາວະສະໝອງເສື່ອມທົ່ວໂລກແລະໃນໄທ

ພາວະສະໝອງເສື່ອມ ຖືເປັນກຸ່ມອາການທີ່ພົບເຫັນເລື້ອຍແລະເປັນບັນຫາທີ່ສຳຄັນໃນຜູ້ສູງອາຍຸ ຈາກສະຖິຕິຂອງອົງການອະນາໄມໂລກ (WHO) ປີ 2024 ມີຜູ້ປ່ວຍພະຍາດສະໝອງເສື່ອມທົ່ວໂລກ 57 ລ້ານຄົນ ໂດຍຫຼາຍກວ່າ 60% ອາໄສຢູ່ໃນປະເທດທີ່ມີລາຍໄດ້ນ້ອຍຫາປານກາງ ແລະໃນທຸກປີມີຜູ້ປ່ວຍລາຍໃໝ່ເກືອບ 10 ລ້ານຄົນ ແລະປະມານການວ່າຈະເພີ່ມສູງເຖິງ 75 ລ້ານຄົນໃນປີ 2030

ພະຍາດສະໝອງເສື່ອມບໍ່ແມ່ນພຽງແຕ່ອຶລໄຊເມີ

ພາວະສະໝອງເສື່ອມ (Dementia) ເປັນຄຳທີ່ໃຊ້ເອີ້ນກຸ່ມພະຍາດທີ່ເຮັດໃຫ້ຄວາມສາມາດໃນການຮັບຮູ້ລົດລົງ ພາວະສະໝອງເສື່ອມມີຫຼາຍປະເພດຍ່ອຍ ແຕ່ລະປະເພດມີອາການແລະສາເຫດສະເພາະຂອງຕົນເອງ

  1. ພະຍາດອຶລໄຊເມີ (Alzheimer’s Disease) ເປັນພະຍາດທີ່ພົບເຫັນເລື້ອຍແລະເປັນທີ່ຮູ້ຈັກຫຼາຍທີ່ສຸດທີ່ເຮັດໃຫ້ເກີດພາວະສະໝອງເສື່ອມ ໂດຍຄິດເປັນ 60-70% ຂອງຜູ້ປ່ວຍພາວະສະໝອງເສື່ອມທັງໝົດ
  2. ພາວະສະໝອງເສື່ອມຈາກເສັ້ນເລືອດ (Vascular dementia) ເກີດຈາກການທີ່ເລືອດໄປລ້ຽງສະໝອງລົດລົງ
  3. ພາວະສະໝອງເສື່ອມແບບ Lewy body ເກີດຈາກການສະສົມຂອງໂປຣຕີນຜິດປົກກະຕິໃນສະໝອງ
  4. ພາວະສະໝອງເສື່ອມສ່ວນໜ້າແລະສ່ວນຂະໝັບ (FTD) ສົ່ງຜົນກະທົບຕໍ່ສະໝອງກ້ອນໜ້າຜາກແລະຂະໝັບໂດຍສະເພາະ
  5. ພາວະສະໝອງເສື່ອມແບບຜະສົມ (Mixed dementia) ຄືມີພາວະສະໝອງເສື່ອມຫຼາຍກວ່າໜຶ່ງປະເພດ

ກົນໄກຂອງພະຍາດສະໝອງເສື່ອມ

ພະຍາດສະໝອງເສື່ອມ ເປັນກຸ່ມອາການທາງລະບົບປະສາດທີ່ເກີດຈາກການເສື່ອມຂອງເຊວສະໝອງຢ່າງຕໍ່ເນື່ອງ ໂດຍກົນໄກການເກີດພະຍາດອາດແຕກຕ່າງກັນໄປຕາມຊະນິດຂອງພະຍາດສະໝອງເສື່ອມ

ພາວະສະໝອງເສື່ອມສາມາດຖ່າຍທອດທາງພັນທຸກຳໄດ້ຫຼືບໍ່?

ພາວະສະໝອງເສື່ອມສ່ວນໃຫຍ່ ບໍ່ໄດ້ຖ່າຍທອດທາງພັນທຸກຳໂດຍກົງ ແຕ່ມີບາງປະເພດທີ່ພົບໄດ້ນ້ອຍອາດມີຄວາມເຊື່ອມໂຍງທາງພັນທຸກຳຢ່າງຊັດເຈນ:

  • ພະຍາດອຶລໄຊເມີ: ຫຼາຍກວ່າ 99 ໃນ 100 ລາຍ ບໍ່ຖ່າຍທອດທາງພັນທຸກຳ
  • ພະຍາດສະໝອງເສື່ອມຈາກເສັ້ນເລືອດ: ໂດຍທົ່ວໄປບໍ່ຖ່າຍທອດທາງພັນທຸກຳ
  • ພະຍາດ FTD: ປະມານ 40% ມີຍາດສະໄໝທີ່ເຄີຍເປັນພະຍາດທາງລະບົບປະສາດ

ໃນປັດຈຸບັນຍັງບໍ່ມີວິທີຮັກສາພາວະພະຍາດສະໝອງເສື່ອມໃຫ້ຫາຍຂາດໄດ້ ແຕ່ມີການບຳບັດດູແລດ້ານອື່ນໆ ທີ່ຊ່ວຍໃຫ້ຜູ້ປ່ວຍແລະຄອບຄົວມີຄຸນນະພາບຊີວິດທີ່ດີຂຶ້ນ ຄວາມເຂົ້າໃຈໃນຕົວພະຍາດແລະການສະໜັບສະໜູນຈາກຄອບຄົວເປັນສ່ວນສຳຄັນໃນການດູແລຜູ້ປ່ວຍສະໝອງເສື່ອມ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 25 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,499
21,776
thailand (1)
THB
670
680.72
european-union
EUR
24,381
24,869
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (87)
ຮູບພາບເຫດການຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025
jane (86)
ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
jane (85)
ຮູ້ຈັກ "ຫອຍທາກຄິວບາ" ຫອຍທາກທີ່ງາມທີ່ສຸດໃນໂລກທີ່ກຳລັງຈະສູນພັນ
pele - 2025-09-24T141747.425
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ
jane (83)
ພາບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ລາກາຊາ ທີ່ພັດເຂົ້າຮົງກົງຕອນເຊົ້າມື້ນີ້ 24 ກັນຍາ 2025
pele - 2025-09-24T132008.973
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ
jane (82)
ລົງນາມຮ່ວມມື ພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີ່ຈອດລົດ ຢູ່ ນວ
jane (81)
ຮູບພາບທີ່ກຳລັງເປັນກະເເສ ໃນຮ່ອງກົງຊາວເມືອງກະກຽມຕົວຮັບມືພາຍຸໄຕ້ຝຸ່ນລາກາຊາ
jane (80)
ເຫດການທີ່ໜ້າຕົກໃຈທີ່ກຸງເທບມະຫານະຄອນ ປະເທດໄທ ເກີດເຫດ ຖະໜົນຍຸບ ໜ້າໂຮງໝໍຊິຣະພະຍາບານ 24 ກັນຍາ 2025
pele - 2025-09-24T102853.426
ຈົ່ງມີສະຕິລະມັດລະວັງ ຝົນຕົກເປັນວົງກວ້າງ ອາດຈະເກີດໄພພິບັດ ນ້ຳຖ້ວມຊຸ ດິນເຈື່ອນ ໄລຍະນີ້ 24 ຫາ 27 ກັນຍາ 2025
ຢ່າລື່ມກົດຕິດຕາມ