site cover1 (60)
ມາກ ຊັກເກີເບີກ ປະກາດວິໄສທັດ Meta: ລົງທຶນສ້າງ 'Superintelligence' AI ທີ່ສະຫລາດກວ່າມະນຸດ
ຮຽບຮຽງໂດຍ:kaling
ເຜີຍແຜ່: 5 August, 2025

ວັນທີ 30 ກໍລະກົດທີ່ຜ່ານມາ, ມາກ ຊັກເກີເບີກ (Mark Zuckerberg) ໄດ້ໂພສວິດີໂອສັ້ນໃນຊ່ອງທາງເຟສບຸກ ແລະ ຕາມມາດ້ວຍຂໍ້ຄວາມສໍາຄັນທີ່ລະບຸວ່າ Meta ກໍາລັງຈະເປີດຕົວ ‘Superintelligence’ ຊຶ່ງເປັນ AI ທີ່ຈະເຂົ້າມາຊ່ວຍໃຫ້ມະນຸດເຮັດວຽກໄດ້ຢ່າງສະຫລາດຂຶ້ນ.

Meta ໄດ້ຈັດຕັ້ງ Meta Superintelligence Labs ທີ່ລວບລວມທີມງານ AI ລະດັບໂລກ ແລະ ກໍາລັງພັດທະນາໂມເດວ AI ຮຸ່ນໃໝ່ໆ ເຊັ່ນ Llama 4.1 ແລະ 4.2 ພ້ອມກັບການລົງທຶນອັນມະຫາສານໃນການສ້າງສູນປະມວນຜົນຂໍ້ມູນຂະໜາດໃຫຍ່ ເຊັ່ນ Prometheus ແລະ Hyperion ເພື່ອຮອງຮັບການພັດທະນາ AI ນີ້. ນອກຈາກນັ້ນຍັງມີການເວົ້າເຖິງແວ່ນຕາອັດສະລິຍະ (AI Smart Glasses) ຊຶ່ງຈະເປັນໜຶ່ງໃນເຄື່ອງມືຫຼັກຂອງມະນຸດໃນອະນາຄົດ. BT ໄດ້ສະຫຼຸບປະເດັນສໍາຄັນມາໃຫ້ ດັ່ງນີ້:

ເປົ້າໝາຍຫຼັກ: Meta ຕ້ອງການສ້າງ AI ສໍາຫຼັບທຸກຄົນ ພາຍໃຕ້ແນວຄິດ ‘We’re building personal superintelligence for everyone’ ເພື່ອມອບພະລັງງານແລະໂອກາດໃໝ່ໆ ໃນການນໍາໃຊ້ຊີວິດຢ່າງເຕັມທີ່. ແຕກຕ່າງຈາກ AI ອື່ນໆ ໃນຕະຫຼາດທີ່ເນັ້ນການຊ່ວຍງານສໍາຄັນພຽງຢ່າງດຽວ.

Superintelligence ຈະເຂົ້າມາເປັນທັງຄູ່ຫູແລະໝູ່, ທີ່ຈະຊ່ວຍໃຫ້ສິ່ງທີ່ພວກເຮົາມອງວ່າ ‘ມີຄຸນຄ່າ’ ກາຍເປັນຮູບທຳ ແລະ ມີຂະແໜງສ່ວນໂຕຫຼາຍຂຶ້ນ. ໂດຍເນັ້ນການເຊື່ອມໂຍງເຖິງກັນໃນເຊິງມະນຸດ, ຫຼາຍກວ່າການເປັນພຽງສິ່ງອໍານວຍຄວາມສະດວກທີ່ຊ່ວຍໃຫ້ເຮັດວຽກງ່າຍຂຶ້ນ.

ຈຸດເດັ່ນຂອງ Superintelligence:

  • ສະຫລາດກວ່າຄົນ: AI ນີ້ຖືກອອກແບບມາໃຫ້ມີຄວາມສາມາດທີ່ເໜືອກວ່າສະຕິປັນຍາຂອງມະນຸດ
  • AI ສ່ວນຕົວສໍາຫຼັບທຸກຄົນ: Meta ຕ້ອງການໃຫ້ທຸກຄົນເຂົ້າເຖິງແລະນໍາໃຊ້ Superintelligence ເພື່ອຕອບໂຈດຄວາມຕ້ອງການສ່ວນບຸກຄົນເປັນຫຼັກ

ແລ້ວພວກເຮົາຈະໄດ້ປະໂຫຍດຫຍັງຈາກ Superintelligence?

  • ການໂຄສະນາທີ່ມີປະສິດທິຜົນຍິ່ງຂຶ້ນ: AI ຊ່ວຍເພີ່ມປະສິດທິຜົນແລະຜົນລັບຈາກການໂຄສະນາ, ໂດຍສະເພາະກັບຜູ້ປະກອບການລາຍຍ່ອຍທີ່ສາມາດສ້າງສັນໂຄສະນາໄດ້ງ່າຍຂຶ້ນ
  • ປະສົບການທີ່ນ່າສົນໃຈ: AI ພັດທະນາລະບົບແນະນໍາເນື້ອຫາໃນ Facebook ແລະ Instagram ໃຫ້ມີຄວາມສະຫລາດຫຼາຍຂຶ້ນ, ເຮັດໃຫ້ຜູ້ໃຊ້ງານຄົ້ນພົບເນື້ອຫາທີ່ກົງກັບຄວາມສົນໃຈ ແລະ ໃຊ້ເວລາໃນແພລຕຟອມນານຂຶ້ນ
  • ການສື່ສານທາງທຸລະກິດ: ໃນອະນາຄົດ, ທຸກທຸລະກິດຈະມີ AI ເປັນຂອງຕົນເອງ, ຊຶ່ງຈະຊ່ວຍໃຫ້ການສື່ສານກັບລູກຄ້າມີປະສິດທິຜົນແລະລຽບງ່າຍຫຼາຍຂຶ້ນ
  • Meta AI ຜູ້ຊ່ວຍສ່ວນໂຕຊັ້ນນໍາ: Meta AI ກໍາລັງກ້າວຂຶ້ນເປັນ AI ສ່ວນໂຕທີ່ເຂົ້າເຖິງຜູ້ໃຊ້ງານກວ່າພັນລ້ານຄົນຕໍ່ເດືອນ ແລະ ພ້ອມຍົກລະດັບປະສົບການການນໍາໃຊ້ໃຫ້ດີຍິ່ງຂຶ້ນ
  • ອຸປະກອນ AI ໃນຊີວິດປະຈໍາວັນ: ແວ່ນຕາ Ray-Ban Meta ແລະ Oakley Meta HSTN ຈະເປັນອຸປະກອນສໍາຄັນທີ່ຜະນວກ Superintelligence ເຂົ້າມາໃນຊີວິດປະຈໍາວັນຂອງພວກເຮົາໄດ້ຢ່າງລົງຕົວ

ນອກຈາກນີ້ Meta ຍັງສືບຕໍ່ເດີນໜ້າລົງທຶນໃນ Quest Ecosystem ເພື່ອພັດທະນາໂລກເສົມືອນຈິງ, ຊຶ່ງໄດ້ຮັບຄວາມນິຍົມເພີ່ມຂຶ້ນຢ່າງຕໍ່ເນື່ອງ, ບໍ່ວ່າຈະເປັນການຫຼິ້ນເກມ, ການເບິ່ງສື່, ຫຼື ການທ່ອງເວັບ.

ເປັນໄປໄດ້ບໍ່ວ່າ, ພວກເຮົາກໍາລັງຈະໄດ້ນໍາໃຊ້ຊີວິດແບບຕົວລະຄອນຫຼັກຈາກໜັງໃນຕໍານານເຊັ່ນເລື່ອງ ‘Her’?

ສໍາຫຼັບຜູ້ທີ່ຢາກທົດລອງນໍາໃຊ້ງານ, Meta ຈະເປີດເຜີຍລາຍລະອຽດເພີ່ມເຕີມໃນງານ Reality Labs ທີ່ຈະນໍາສະເໜີໃນງານ Connect ວັນທີ 17 ກັນຍາຍົນນີ້. ຕ້ອງລໍຖ້າຕິດຕາມຄວາມຄືບໜ້າກັນຕໍ່ໄປ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 25 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,499
21,776
thailand (1)
THB
670
680.72
european-union
EUR
24,381
24,869
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (87)
ຮູບພາບເຫດການຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025
jane (86)
ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
jane (85)
ຮູ້ຈັກ "ຫອຍທາກຄິວບາ" ຫອຍທາກທີ່ງາມທີ່ສຸດໃນໂລກທີ່ກຳລັງຈະສູນພັນ
pele - 2025-09-24T141747.425
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ
jane (83)
ພາບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ລາກາຊາ ທີ່ພັດເຂົ້າຮົງກົງຕອນເຊົ້າມື້ນີ້ 24 ກັນຍາ 2025
pele - 2025-09-24T132008.973
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ
jane (82)
ລົງນາມຮ່ວມມື ພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີ່ຈອດລົດ ຢູ່ ນວ
jane (81)
ຮູບພາບທີ່ກຳລັງເປັນກະເເສ ໃນຮ່ອງກົງຊາວເມືອງກະກຽມຕົວຮັບມືພາຍຸໄຕ້ຝຸ່ນລາກາຊາ
jane (80)
ເຫດການທີ່ໜ້າຕົກໃຈທີ່ກຸງເທບມະຫານະຄອນ ປະເທດໄທ ເກີດເຫດ ຖະໜົນຍຸບ ໜ້າໂຮງໝໍຊິຣະພະຍາບານ 24 ກັນຍາ 2025
pele - 2025-09-24T102853.426
ຈົ່ງມີສະຕິລະມັດລະວັງ ຝົນຕົກເປັນວົງກວ້າງ ອາດຈະເກີດໄພພິບັດ ນ້ຳຖ້ວມຊຸ ດິນເຈື່ອນ ໄລຍະນີ້ 24 ຫາ 27 ກັນຍາ 2025
ຢ່າລື່ມກົດຕິດຕາມ