site cover1 (62)
ຮູ້ຈັກ Mouse Pad ອຸປະກອນວາງເທິງໂຕະທີ່ມີດີກວ່າເລື່ອນເມົາສ໌ໄປມາ
ຮຽບຮຽງໂດຍ:kaling
ເຜີຍແຜ່: 5 August, 2025

ທຸກມື້ນີ້ການເຮັດວຽກກັບຄອມພິວເຕີແລະເມົາສ໌ແມ່ນເລື່ອງປົກກະຕິໄປແລ້ວ ແຕ່ເຄີຍເຫັນໝູ່ເພື່ອນຕົກແຕ່ງໂຕະເຮັດວຽກທີ່ບ້ານແລ້ວໃຊ້ແຜ່ນຮອງເມົາສ໌ແບບຍາວທີ່ມີລວດລາຍສວຍງາມ ເຊິ່ງເອີ້ນວ່າ Mouse Pad ຫຼື Desk Pad ກໍແລ້ວແຕ່ຄົນຈະເອີ້ນ ເຫັນລາຍສວຍງາມພ້ອມກັບຟີເຈີໂດດເດັ່ນເຮັດໃຫ້ຫຼາຍຄົນເວົ້າເປັນສຽງດຽວກັນວ່າ ຫວາວອະລັງການງານສ້າງຫຼາຍໆເລີຍ

ແຕ່ມັນຈະດີແທ້ບໍ່ ແລະຄວນໃຊ້ຫຼາຍແຄ່ໃດທັງຄົນທົ່ວໄປແລະຄອເກມ ມື້ນີ້ Sanook Hitech ມີຄຳຕອບ

Mouse Pad ແມ່ນຫຍັງ ສຳລັບອຸປະກອນຢ່າງ Mouse Pad ກໍຄືແຜ່ນຮອງເມົາສ໌ທີ່ໄວ້ໃຫ້ເມົາສ໌ຢູ່ ຈຸດປະສົງຫຼັກໆ ນອກຈາກຕ້ອງການໃຫ້ເມົາສ໌ມີທີ່ຢູ່ເປັນສະເພາະເພື່ອຈະເຮັດໃຫ້ໂຕະບໍ່ເປັນຮອຍແລ້ວ ບາງຮູບແບບຈະມີຈຸດເດັ່ນຫຼາຍຢ່າງເຊັ່ນການເຮັດໃຫ້ໃຊ້ງານນານໆ ບໍ່ປວດເມື່ອຍເພາະມີທີ່ຮອງຂໍ້ມື ຫຼືບາງແບບຈະເນັ້ນເລື່ອງຄວາມໄວ ໃຫ້ເຊັນເຊີສາມາດຕອບສະໜອງການເຮັດວຽກໄດ້ຢ່າງລວດໄວ ເພື່ອຄວາມແມ່ນຍຳໃນການຫຼິ້ນເກມເປັນຕົ້ນ

ເປັນຫຍັງຄວນໃຊ້ແຜ່ນຮອງເມົາສ໌ຍາວ? ເລື່ອງນີ້ຕ້ອງແບ່ງອອກເປັນປະເພດໜ້ອຍ ຂໍເລີ່ມຈາກຄົນເຮັດວຽກທີ່ໃຊ້ເວລາຢູ່ໜ້າຄອມພິວເຕີນານໆ ແຜ່ນຮອງເມົາສ໌ແບບຍາວຖືເປັນຕົວຊ່ວຍທີ່ດີເລີດ ດ້ວຍເຫດຜົນດັ່ງນີ້:

ເພີ່ມຄວາມສະບາຍໃຫ້ຂໍ້ມືແລະແຂນ: ພື້ນຜິວທີ່ນຸ່ມຂອງແຜ່ນຮອງເມົາສ໌ຈະຊ່ວຍຮອງຮັບຂໍ້ມືແລະແຂນໃນຂະນະທີ່ພິມງານຫຼືໃຊ້ເມົາສ໌ ຫຼຸດແຮງກົດທັບແລະຄວາມເມື່ອຍລ້າທີ່ອາດນຳໄປສູ່ອາການປວດຂໍ້ມືໄດ້

ພື້ນທີ່ໃຊ້ງານທີ່ກວ້າງຂວາງ: ເຈົ້າຈະໄດ້ພື້ນທີ່ໃນການຂັບເມົາສ໌ຢ່າງອິດສະຫຼະ ບໍ່ຕ້ອງກັງວົນວ່າເມົາສ໌ຈະຫຼຸດຂອບແຜ່ນຮອງເມົາສ໌ເດີມໆ ເຮັດໃຫ້ການເຮັດວຽກທີ່ຕ້ອງໃຊ້ການລາກເມົາສ໌ເປັນໄລຍະທາງຍາວໆ ເຊັ່ນການເຮັດວຽກດ້ານກາຟິກຫຼືງານອອກແບບ ເຮັດໄດ້ຢ່າງລື່ນໄຫລແລະແມ່ນຍຳຂຶ້ນ

ປົກປ້ອງພື້ນຜິວໂຕະ: ແຜ່ນຮອງເມົາສ໌ເຮັດໜ້າທີ່ເປັນເກາະປ້ອງກັນຊັ້ນດີໃຫ້ກັບພື້ນໂຕະຈາກຮອຍຂີດຂ່ວນທີ່ອາດເກີດຂຶ້ນຈາກເມົາສ໌, ຄີບອດ, ຫຼືສິ່ງຂອງອື່ນໆທີ່ວາງຢູ່ເທິງໂຕະ

ຈັດລະບຽບໂຕະໃຫ້ດູດີຂຶ້ນ: ການວາງຄີບອດແລະເມົາສ໌ໄວ້ເທິງແຜ່ນຮອງຜືນດຽວກັນ ຈະຊ່ວຍໃຫ້ໂຕະເຮັດວຽກດູເປັນລະບຽບແລະສະອາດຕາຫຼາຍຂຶ້ນ

ມາເບິ່ງຝັ່ງຂອງຄອເກມເມີ ນອກຈາກສ້າງຄວາມແຕກຕ່າງ ແລະຫຼຸດເລື່ອງຂອງຮອຍເທິງໂຕະແລ້ວ ຖ້າເປັນຄົນຊອບຫຼິ້ນເກມແນວ FPS (First-Person Shooter) ແຜ່ນຮອງເມົາສ໌ແບບຍາວຖືເປັນອຸປະກອນທີ່ສົ່ງຜົນຕໍ່ໄຊຊະນະໄດ້ເລີເທັດຽວ

ຄວາມແມ່ນຍຳໃນການຄວບຄຸມ: ເກມເມີສ່ວນໃຫ່ນິຍົມຕັ້ງຄ່າຄວາມໄວເມົາສ໌ (DPI) ໃຫ້ຕ່ຳ ເພື່ອໃຫ້ຄວບຄຸມເປົ້າໄດ້ແມ່ນຍຳທີ່ສຸດ ເຊິ່ງການຕັ້ງຄ່າແບບນີ້ຈຳເປັນຕ້ອງໃຊ້ພື້ນທີ່ໃນການລາກເມົາສ໌ຫຼາຍ ແຜ່ນຮອງເມົາສ໌ຍາວຈຶ່ງເປັນຕົວຊ່ວຍທີ່ສົມບູນແບບ

ພື້ນຜິວທີ່ສະເໝີກັນ: ພື້ນຜິວທີ່ຮຽບແລະສະເໝີກັນທົ່ວທັງແຜ່ນຊ່ວຍໃຫ້ການເຄື່ອນໄຫວຂອງເມົາສ໌ລື່ນໄຫລແລະຄາດເດົາໄດ້ ບໍ່ວ່າຈະລາກໄປສ່ວນໃດຂອງແຜ່ນຮອງກໍຕາມ

ຄວາມໝັ້ນຄົງຂອງອຸປະກອນ: ດ້ວຍຂະໜາດທີ່ໃຫ່ແລະນ້ຳໜັກທີ່ວາງທັບຈາກຄີບອດ ເຮັດໃຫ້ແຜ່ນຮອງເມົາສ໌ບໍ່ເລື່ອນໄປມາລະຫວ່າງການຫຼິ້ນທີ່ຕ້ອງໃຊ້ຄວາມລວດໄວແລະໜັກໜ່ວງ ເຮັດໃຫ້ເກມເມີມີສະມາທິກັບການຫຼິ້ນໄດ້ເຕັມທີ່

ມີພື້ນຜິວໃຫ້ເລືອກຕາມສະໄຕລ໌: ເກມເມີສາມາດເລືອກແຜ່ນຮອງທີ່ມີພື້ນຜິວແຕກຕ່າງກັນໄດ້ ເຊັ່ນແບບ “Speed” ທີ່ເໝາະກັບການເຄື່ອນໄຫວທີ່ລວດໄວ ຫຼືແບບ “Control” ທີ່ເນັ້ນຄວາມໜຽດເພື່ອຄວາມແມ່ນຍຳໃນການຄວບຄຸມ

ດັ່ງນັ້ນເອີ້ນໄດ້ວ່າແຜ່ນຮອງເມົາສ໌ແບບຍາວບໍ່ໄດ້ເປັນພຽງແຄ່ຂອງຕົກແຕ່ງ ແຕ່ເປັນອຸປະກອນທີ່ໃຫ້ປະໂຫຍດທັງໃນດ້ານການເພີ່ມປະສິດທິພາບການເຮັດວຽກ, ຄວາມສະບາຍໃນການໃຊ້ງານ, ແລະການປົກປ້ອງອຸປະກອນຂອງເຈົ້າ ຮວມເຖິງຮັກສາຜິວຂອງໂຕະໃຫ້ຍັງຢູ່ສວຍງາມແລະຍັງຈັດລະບຽບໃຫ້ເຈົ້າວາງຊອງແລະມີພື້ນທີ່ຢູ່ໃນຕົວດ້ວຍເຊັ່ນກັນ ແຕ່ຄຸນສົມບັດທີ່ດີຈະຕ້ອງຂຶ້ນກັບລາຄາດ້ວຍ ໄວ້ຮອບໜ້າເຮົາຈະມາບອກເລົ່າກັນໃໝ່ວ່າ MousePad ຖືກກັບແພງມີຄວາມຕ່າງກັນຢ່າງໃດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 25 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,499
21,776
thailand (1)
THB
670
680.72
european-union
EUR
24,381
24,869
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (87)
ຮູບພາບເຫດການຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025
jane (86)
ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
jane (85)
ຮູ້ຈັກ "ຫອຍທາກຄິວບາ" ຫອຍທາກທີ່ງາມທີ່ສຸດໃນໂລກທີ່ກຳລັງຈະສູນພັນ
pele - 2025-09-24T141747.425
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ
jane (83)
ພາບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ລາກາຊາ ທີ່ພັດເຂົ້າຮົງກົງຕອນເຊົ້າມື້ນີ້ 24 ກັນຍາ 2025
pele - 2025-09-24T132008.973
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ
jane (82)
ລົງນາມຮ່ວມມື ພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີ່ຈອດລົດ ຢູ່ ນວ
jane (81)
ຮູບພາບທີ່ກຳລັງເປັນກະເເສ ໃນຮ່ອງກົງຊາວເມືອງກະກຽມຕົວຮັບມືພາຍຸໄຕ້ຝຸ່ນລາກາຊາ
jane (80)
ເຫດການທີ່ໜ້າຕົກໃຈທີ່ກຸງເທບມະຫານະຄອນ ປະເທດໄທ ເກີດເຫດ ຖະໜົນຍຸບ ໜ້າໂຮງໝໍຊິຣະພະຍາບານ 24 ກັນຍາ 2025
pele - 2025-09-24T102853.426
ຈົ່ງມີສະຕິລະມັດລະວັງ ຝົນຕົກເປັນວົງກວ້າງ ອາດຈະເກີດໄພພິບັດ ນ້ຳຖ້ວມຊຸ ດິນເຈື່ອນ ໄລຍະນີ້ 24 ຫາ 27 ກັນຍາ 2025
ຢ່າລື່ມກົດຕິດຕາມ