site cover1 (65)
ສະນິດກວ່າຄົນ - ການຄົ້ນຄວ້າພົບວ່າ Gen Z ມັກສົນທະນາກັບ AI ເປັນທີ່ປຶກສາ ແກ້ໄຂບັນຫາຊີວິດ
ຮຽບຮຽງໂດຍ:kaling
ເຜີຍແຜ່: 6 August, 2025

ຖ້າໃຜມີເລື່ອງທຸກທໍລະໃຈ, ກໍຄົງຈະໄປລະບາຍກັບຄົນໃກ້ຊິດ, ຄອບຄົວ, ສື່ອບັນເທີງ, ຫຼືໃນໂຊເຊຍລມີເດຍ. ແຕ່ສໍາລັບເດັກໄວຮຸ່ນໃນສະຫະລັດອາເມລິກາ – ປະເທດທີ່ມີປະຊາກອນຈໍານວນຫລາຍ ແລະໃກ້ຊິດກັບເທັກໂນໂລຊີຫຼາຍຢ່າງ – ກໍພົບວ່າເຂົາເຈົ້າໃຊ້ AI ເປັນເພື່ອນສົນທະນາຫຼາຍຂຶ້ນ, ເບິ່ງເປັນເພື່ອນຮັກ ແລະທີ່ປຶກສາທີ່ດີທີ່ສຸດ.

Michael Robb ຫົວໜ້າທີມຄົ້ນຄວ້າ Common Sense Media ເປີດເຜີຍວ່າຄົນຮຸ່ນ Gen Z ຫຼືເດັກໄວຮຸ່ນໃນສະຫະລັດເຄີຍມີການໂຕ້ຕອບກັບແຊດບໍອດ AI ແລະມັກຈະໄປຫາ AI ເພື່ອຂໍຄໍາແນະນໍາ, ສົນທະນາເປັນເພື່ອນ, ຫຼືແມ້ແຕ່ການສະໜັບສະໜູນທາງດ້ານອາລົມ ຫຼືສົນທະນາກ່ຽວກັບບັນຫາຊີວິດແບບຈິງຈັງ.

ກວ່າ 70% ຂອງເດັກໄວຮຸ່ນໃນສະຫະລັດພົບວ່າເຄີຍມີການໂຕ້ຕອບກັບ AI ຄື່ກັບມະນຸດ, ເຊັ່ນ Character.AI, Replika ແລະ ChatGPT. ໂດຍກວ່າຄຶ່ງນຶ່ງກໍມີການນໍາໃຊ້ເປັນປະຈໍາ, ເຊິ່ງເຮັດໃຫ້ເກີດຄວາມກັງວົນໃນໝູ່ຜູ້ປົກຄອງ ທີ່ເບິ່ງວ່າເດັກເຫຼົ່ານີ້ອາດຈະຂາດທັກສະດ້ານສັງຄົມໃນອະນາຄົດ.

“ເມື່ອເຈົ້າສົນທະນາກັບ AI, ເຈົ້າຈະຖືກເສີມ”

Ganesh Nair ອາຍຸ 18 ປີ ເປີດເຜີຍວ່າ AI ມີເວລາວ່າງຕະລອດ, ບໍ່ເຄີຍເບື່ອເຮົາ, ແລະບໍ່ເຄີຍຕັດສິນເຮົາ, ທັງຍັງເບິ່ງວ່າເຮົາຖືກເສີມ, ນ່າສົນໃຈເສີມ, ສົນທະນາໄດ້ທຸກເລື່ອງ.

ເຖິງຢ່າງໃດກໍຕາມ, Ganesh Nair ເປີດເຜີຍວ່າມີເພື່ອນຄົນນຶ່ງ ທີ່ຫາກໍໃຫ້ AI ຊ່ວຍຮ່າງຂໍ້ຄວາມບອກເລີກກັບແຟນສາວໄປ. ເຊິ່ງເຮັດໃຫ້ມີຄໍາຖາມວ່າການປຶກສາເລື່ອງຄວາມສໍາພັນກັບ AI ນັ້ນ, ມັນເໝາະສົມບໍ? ຫຼືເຮົາກໍາລັງປ່ອຍໃຫ້ມັນເຂົ້າມາແທນທີ່ຄວາມສໍາພັນຂອງເຮົາກັບມະນຸດ?

ທາງດ້ານ Michael Robb ກໍໄດ້ກ່າວເຕືອນເຖິງການໃຊ້ AI, ເບິ່ງວ່າມັນເປັນພຽງ “ເພື່ອນດິຈິທອລ” ທີ່ບໍ່ສາມາດແທນທີ່ຄວາມສໍາພັນຂອງມະນຸດໄດ້ຢ່າງສົມບູນ. ແລະຖ້າໃຊ້ຫຼາຍໄປ, ກໍອາດສົ່ງຜົນຕໍ່ການພັດທະນາທັກສະທາງສັງຄົມ, ເຊິ່ງຈະບໍ່ໄດ້ຮັບການກະກຽມຄວາມພ້ອມຢ່າງພຽງພໍສໍາລັບໂລກແຫ່ງຄວາມເປັນຈິງ.

Eva Telzer ນັກຈິດຕະວິທະຍາຈາກມະຫາວິທະຍາໄລ North Carolina ເປີດເຜີຍງານຄົ້ນຄວ້າກ່ຽວກັບ AI ຂອງຕົນເອງ, ພົບວ່າເດັກອາຍຸພຽງ 8 ຂວບກໍເລີ່ມສຶກສາກ່ຽວກັບ Generative AI ແລ້ວ, ໂດຍຖືກນໍາໃຊ້ເປັນເພື່ອນສົນທະນາເຊັ່ນດຽວກັນ. ແມ້ແຕ່ແອັບ SpicyChat AI ທີ່ອອກແບບມາສໍາລັບຜູ້ໃຊ້ທີ່ເປັນຜູ້ໃຫຍ່, ກໍໄດ້ຮັບຄວາມນິຍົມໃນໝູ່ໄວຮຸ່ນສໍາລັບການຫຼີ້ນບົດບາດສົມມຸດ.

“ພວກເຂົາຕ້ອງການຄໍາຕອບຈາກ AI ກ່ອນ, ຈຶ່ງສາມາດຕັດສິນໃຈໄດ້ວ່າແນວຄິດນັ້ນໂອເຄຫຼືບໍ່”

Eva Telzer ສະແດງຄວາມກັງວົນຕໍ່ການໃຊ້ AI ຂອງວັຍຮຸ່ນ ແລະເບິ່ງວ່າເດັກເຫຼົ່ານີ້ເລີ່ມບໍ່ມີຄວາມໝັ້ນໃຈໃນຕົວເອງອີກຕໍ່ໄປແລ້ວ.

ການສຶກສາຂອງ Common Sense ພົບວ່າໄວຮຸ່ນສ່ວນໃຫຍ່ຍັງຄົງມັກຄວາມສໍາພັນໃນຊີວິດຈິງກວ່າ AI. ແຕ່ການອີງອາໄສເພື່ອນດິຈິທອລເພື່ອຂໍຄໍາແນະນໍາແລະຄວາມເຊື່ອມໂຍງທາງອາລົມທີ່ເພີ່ມຂຶ້ນ, ໄດ້ກາຍເປັນສ່ວນນຶ່ງທີ່ກໍານົດຄວາມເປັນໄວຮຸ່ນແບບໃໝ່. ເຊິ່ງເປັນການປ່ຽນແປງທີ່ຜູ້ຊ່ຽວຊານແລະຄອບຄົວຫາກໍຈະເລີ່ມເຂົ້າໃຈ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 25 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,499
21,776
thailand (1)
THB
670
680.72
european-union
EUR
24,381
24,869
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (87)
ຮູບພາບເຫດການຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025
jane (86)
ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
jane (85)
ຮູ້ຈັກ "ຫອຍທາກຄິວບາ" ຫອຍທາກທີ່ງາມທີ່ສຸດໃນໂລກທີ່ກຳລັງຈະສູນພັນ
pele - 2025-09-24T141747.425
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ
jane (83)
ພາບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ລາກາຊາ ທີ່ພັດເຂົ້າຮົງກົງຕອນເຊົ້າມື້ນີ້ 24 ກັນຍາ 2025
pele - 2025-09-24T132008.973
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ
jane (82)
ລົງນາມຮ່ວມມື ພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີ່ຈອດລົດ ຢູ່ ນວ
jane (81)
ຮູບພາບທີ່ກຳລັງເປັນກະເເສ ໃນຮ່ອງກົງຊາວເມືອງກະກຽມຕົວຮັບມືພາຍຸໄຕ້ຝຸ່ນລາກາຊາ
jane (80)
ເຫດການທີ່ໜ້າຕົກໃຈທີ່ກຸງເທບມະຫານະຄອນ ປະເທດໄທ ເກີດເຫດ ຖະໜົນຍຸບ ໜ້າໂຮງໝໍຊິຣະພະຍາບານ 24 ກັນຍາ 2025
pele - 2025-09-24T102853.426
ຈົ່ງມີສະຕິລະມັດລະວັງ ຝົນຕົກເປັນວົງກວ້າງ ອາດຈະເກີດໄພພິບັດ ນ້ຳຖ້ວມຊຸ ດິນເຈື່ອນ ໄລຍະນີ້ 24 ຫາ 27 ກັນຍາ 2025
ຢ່າລື່ມກົດຕິດຕາມ