site cover1 (68)
ບໍ່ຕ້ອງຜ່າຕັດ ຢາຍອດຕາຊະນິດໃໝ່ ຊ່ວຍຮັກສາຕໍ້ກະຈົກ
ຮຽບຮຽງໂດຍ:kaling
ເຜີຍແຜ່: 6 August, 2025

ປັດຈຸບັນ, ມີຜູ້ປ່ວຍໂລກຕ້ອກະຈົກຫຼາຍກວ່າ 65 ລ້ານຄົນທົ່ວໂລກ, ເຮັດໃຫ້ມັນເປັນໜຶ່ງໃນສາເຫດຕົ້ນຕໍຂອງບັນຫາສາຍຕາເບື່ອໄປແລະການເບິ່ງເຫັນບົກພ່ອງ. ເຊິ່ງທີ່ຜ່ານມາ, ການຮັກສາທີ່ມີຜົນລະເພດມີພຽງແຕ່ວິທີດຽວຄື ການຜ່າຕັດຕ້ອກະຈົກ ເພື່ອເອົາເລັນຕາທີ່ຂຸ່ນມົວອອກແລະໃສ່ເລັນຕາທຽມເຂົ້າໄປແທນ.

ແຕ່ລ່າສຸດ, ການວິໄຈທີ່ພິມເຜີຍແຜ່ໃນວາລະສານ Investigative Ophthalmology and Visual Science ໄດ້ຈຸດປະກາຍຄວາມຫວັງໃໝ່ ດ້ວຍການຄົ້ນພົບຢາຫຍອດຕາທີ່ຮັກສາຕ້ອກະຈົກໄດ້, ເຮັດໃຫ້ຜູ້ປ່ວຍອາດບໍ່ຕ້ອງເຂົ້າຮັບການຜ່າຕັດທີ່ຍຸ່ງຍາກອີກຕໍ່ໄປ.

ສຳລັບຕ້ອກະຈົກ, ເກີດຈາກການທີ່ໂປຣຕີນໃນເລັນຕາ, ເຊິ່ງປົກກະຕິຈະຈັດຕົວກັນຢ່າງເປັນລະບຽບ, ເກີດການຈັບຕົວກັນເປັນກ້ອນ, ເຮັດໃຫ້ເລັນຕາຂຸ່ນມົວ. ແສງຈຶ່ງບໍ່ສາມາດເດີນທາງຜ່ານໄປຫາຈໍປະສາດຕາໄດ້ຕາມປົກກະຕິ, ສົ່ງຜົນໃຫ້ເກີດອາການຕາພ່າມົວ, ເບິ່ງເຫັນພາບຊ້ອນ, ຫຼືເບິ່ງເຫັນໃນບ່ອນແສງນ້ອຍໄດ້ລຳບາກຂຶ້ນ. ເຊິ່ງສາເຫດສ່ວນຫຼາຍມາຈາກອາຍຸທີ່ສູງຂຶ້ນ, ແຕ່ກໍອາດເກີດຈາກປັດໄຈອື່ນໆ ເຊັ່ນ: ການໄດ້ຮັບແສງແດດຈັດເປັນເວລາດົນ, ການສູບຢາ, ໂລກເບົາຫວານ, ຫຼືການນຳໃຊ້ຢາບາງຊະນິດ.

ຢາຫຍອດຕາລະລາຍຕ້ອກະຈົກ

ທີມນັກວິໄຈນານາຊາດ ຈາກມະຫາວິທະຍາໄລແອງເກລຍ່າຣັສກິນ ໄດ້ທຳການສຶກສາຢາຮັກສາຕ້ອກະຈົກຊະນິດໃໝ່, ທີ່ສາມາດຈັດການກັບບັນຫາໄດ້ເຖິງລະດັບໂມເລກຸນ. ໂດຍພວກເຂົາໄດ້ຄົ້ນພົບສານປະກອບໃນກຸ່ມອັອກຊິສເຕີຣອນ (Oxysterol) ທີ່ມີຊື່ລະຫັດວ່າ VP1-001, ເຊິ່ງມີຄຸນສົມບັດພິເສດໃນການເຂົ້າໄປຈັດລຽງໂປຣຕີນໃນເລັນຕາທີ່ຈັບຕົວກັນເປັນກ້ອນໃຫ້ກັບມາເປັນລະບຽບອີກຄັ້ງ, ເຊິ່ງຈະຊ່ວຍຄືນຄວາມໃສໃຫ້ກັບເລັນຕາໄດ້.

ທີມວິໄຈໄດ້ທົດລອງນຳໃຊ້ຢາຫຍອດຕາ VP1-001 ກັບໜູທົດລອງທີ່ມີສະພາວະຕ້ອກະຈົກຈາກພັນທຸກຳ, ເຊິ່ງຜົນໄດ້ຮັບທີ່ໄດ້ແມ່ນນ່າຢຶ່ງຍ້ອງຫຼາຍຄື:

  1. ຄືນຄວາມສາມາດໃນການໂຟກັສ – ເລັນຕາຂອງໜູທີ່ໄດ້ຮັບຢາມີຄ່າດັດສະນີການຫັກເຫຂອງແສງ ຫຼື Refractive Index ດີຂຶ້ນເຖິງ 61%, ເຊິ່ງໝາຍເຖິງຄວາມສາມາດໃນການໂຟກັສພາບກັບມາດີຂຶ້ນ.
  2. ຫຼຸດຄວາມຂຸ່ນມົວຂອງເລັນຕາ – ໂດຍຄວາມຂຸ່ນຂອງເລັນຕາຫຼຸດລົງຢ່າງມີນັຍສຳຄັນເຖິງ 46% ຂອງໜູທົດລອງ.

ເຖິງແມ່ນຜົນໄດ້ຮັບຈະນ່າຕື່ນຕັນ, ແຕ່ທີມວິໄຈຢຶ້ງເຕືອນວ່າຢາຫຍອດຕານີ້ອາດໃຊ້ໄດ້ຜົນກັບຕ້ອກະຈົກບາງຊະນິດເທົ່ານັ້ນ, ແລະຍັງຈຳເປັນຕ້ອງມີການວິໄຈແລະທົດລອງທາງຄລິນິກໃນມະນຸດເພີ່ມເຕີມອີກຫຼາຍຂັ້ນຕອນກ່ອນຈະນຳມາໃຊ້ໄດ້ຈິງ.

ຢ່າງໃດກໍຕາມ, ນີ້ຖືເປັນແສງສະຫວ່າງປາຍອຸໂມງສຳລັບຜູ້ປ່ວຍທົ່ວໂລກ, ໂດຍສະເພາະຜູ້ທີ່ບໍ່ສາມາດເຂົ້າຮັບການຜ່າຕັດໄດ້. ການພັດທະນາຢາຫຍອດຕາທີ່ສາມາດຮັກສາຕ້ອກະຈົກໂດຍບໍ່ຜ່າຕັດຈະຊ່ວຍປ່ຽນແປງຄຸນນະພາບ…

[ບົດຄວາມດູເໝືອນຈະຕັດຫວ່າງໃນຕອນທ້າຍ]

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 25 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,499
21,776
thailand (1)
THB
670
680.72
european-union
EUR
24,381
24,869
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (87)
ຮູບພາບເຫດການຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025
jane (86)
ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
jane (85)
ຮູ້ຈັກ "ຫອຍທາກຄິວບາ" ຫອຍທາກທີ່ງາມທີ່ສຸດໃນໂລກທີ່ກຳລັງຈະສູນພັນ
pele - 2025-09-24T141747.425
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ
jane (83)
ພາບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ລາກາຊາ ທີ່ພັດເຂົ້າຮົງກົງຕອນເຊົ້າມື້ນີ້ 24 ກັນຍາ 2025
pele - 2025-09-24T132008.973
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ
jane (82)
ລົງນາມຮ່ວມມື ພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີ່ຈອດລົດ ຢູ່ ນວ
jane (81)
ຮູບພາບທີ່ກຳລັງເປັນກະເເສ ໃນຮ່ອງກົງຊາວເມືອງກະກຽມຕົວຮັບມືພາຍຸໄຕ້ຝຸ່ນລາກາຊາ
jane (80)
ເຫດການທີ່ໜ້າຕົກໃຈທີ່ກຸງເທບມະຫານະຄອນ ປະເທດໄທ ເກີດເຫດ ຖະໜົນຍຸບ ໜ້າໂຮງໝໍຊິຣະພະຍາບານ 24 ກັນຍາ 2025
pele - 2025-09-24T102853.426
ຈົ່ງມີສະຕິລະມັດລະວັງ ຝົນຕົກເປັນວົງກວ້າງ ອາດຈະເກີດໄພພິບັດ ນ້ຳຖ້ວມຊຸ ດິນເຈື່ອນ ໄລຍະນີ້ 24 ຫາ 27 ກັນຍາ 2025
ຢ່າລື່ມກົດຕິດຕາມ