site cover1 - 1
ນອນເກີນ 9 ຊົ່ວໂມງເປັນປະຈຳ ອາດຈະເສຍຊີວິດໄວກວ່າການນອນໜ້ອຍເຖິງ 34%
ຮຽບຮຽງໂດຍ:kaling
ເຜີຍແຜ່: 12 August, 2025

ຫຼາຍຄົນຄົງເຄີຍໄດ້ຍິນວ່າການນອນໜລັບໃຫ້ຄົບ 8 ຊົ່ວໂມງ ແມ່ນການນອນທີ່ເໝາະສົມ. ແຕ່ຄວາມຈິງແລ້ວແຕ່ລະໄວມີຄວາມຕ້ອງການພັກຜ່ອນທີ່ແຕກຕ່າງກັນ. ເຖິງແມ່ນວ່າພວກເຮົາທຸກຄົນຈະຮູ້ວ່າການນອນໜລັບບໍ່ພຽງພໍຈະເຮັດໃຫ້ຮ່າງກາຍອ່ອນເພຍ, ແຕ່ຜົນຂອງການວິໄຈຫຼ້າສຸດສ້າງຄວາມແປກໃຈ ເມື່ອມີການເປີດເຜີຍວ່າ ການນອນເກີນ 9 ຊົ່ວໂມງເປັນປະຈຳທຸກຄືນ ອາດມີຄວາມສ່ຽງຕໍ່ສຸຂະພາບຫຼາຍກວ່າທີ່ເຄີຍຄິດ.

ເຊິ່ງອາດເປັນອັນຕະລາຍຍິ່ງກວ່າການນອນໜ້ອຍເສຍອີກ ໂດຍມີຄວາມເຊື່ອມໂຍງກັບຄວາມສ່ຽງການເສຍຊີວິດທີ່ເພີ່ມຂຶ້ນ ແລະຍັງມີສາຍພົວພັນກັບພະຍາດຊຶ້ນຊ້າເຊັ່ນ: ເບົາຫວານ ແລະ ພາວະຊຶມເສົ້າ.

ການນອນໜລັບໃຫ້ພຽງພໍມີຄວາມສຳຄັນບໍ່ແພ້ອາຫານ ແລະ ການອອກກຳລັງກາຍ

ການນອນໜລັບທີ່ມີຄຸນນະພາບພຽງພໍເປັນສິ່ງສຳຄັນຕໍ່ສຸຂະພາບທັງທາງກາຍ ແລະ ໃຈ ພໍໆກັບການໄດ້ຮັບໂພຊະນາການທີ່ດີ ແລະ ການອອກກຳລັງກາຍ. ເພາະວ່າຂະນະທີ່ພວກເຮົາຫລັບ ຮ່າງກາຍຈະຊ່ອມແຊມເນື້ອເຍື່ອ ແລະ ກ້າມເນື້ອ, ລວມທັງຊ່ວຍລວບລວມຄວາມຊົງຈຳ, ຄວບຄຸມຮໍໂມນ, ເສີມສ້າງລະບົບພູມຄຸ້ມກັນ ແລະ ຮັກສາຄວາມສົມດູນທາງອາລົມ ແລະ ສະຕິປັນຍາ.

ມູນນິທິສ່ງເສີມສຸຂະພາບການນອນ (Sleep Health Foundation) ແນະນຳໃຫ້ຜູ້ໃຫຍ່ນອນໜລັບໃຫ້ໄດ້ 7-9 ຊົ່ວໂມງຕໍ່ຄືນ. ຫາກນອນໜ້ອຍກວ່າ 7 ຊົ່ວໂມງເປັນປະຈຳ ອາດເຮັດໃຫ້ເກີດອາການອ່ອນເພຍ, ໜັກອົກ, ສະມາທິສັ້ນ ແລະ ໃນໄລຍະຍາວກໍເພີ່ມຄວາມສ່ຽງຕໍ່ພະຍາດຫົວໃຈ, ພະຍາດຫຼອດເລືອດສະໝອງ, ເບົາຫວານຊະນິດທີ່ 2, ພາວະຊຶມເສົ້າ ແລະ ອາດເສຍຊີວິດກ່ອນວັຍອັນຄວນ.

ການນອນເກີນ 9 ຊົ່ວໂມງເປັນປະຈຳ ຈະເກີດຫຍັງຂຶ້ນ?

ຈາກການທົບທວນງານວິໄຈກວ່າ 79 ຊິ້ນ ພົບວ່າ ຜູ້ທີ່ນອນໜ້ອຍກວ່າ 7 ຊົ່ວໂມງ ມີຄວາມສ່ຽງເສຍຊີວິດເພີ່ມຂຶ້ນ 14% ແລະ ຜູ້ທີ່ນອນເກີນ 9 ຊົ່ວໂມງ ມີຄວາມສ່ຽງເສຍຊີວິດເພີ່ມຂຶ້ນເຖິງ 34%.

ການນອນຫຼາຍເກີນໄປຍັງເຊື່ອມໂຍງກັບບັນຫາສຸຂະພາບອື່ນໆອີກຫຼາຍຢ່າງ ເຊັ່ນ: ພາວະຊຶມເສົ້າ, ອາການປວດຊຶ້ນຊ້າ, ນ້ຳໜັກທີ່ເພີ່ມຂຶ້ນ ແລະ ຄວາມຜິດປົກກະຕິທາງເມຕາໂບລິຊຶມເຊັ່ນ ພະຍາດເບົາຫວານຊະນິດທີ່ 2.

ເຖິງຢ່າງໃດກໍຕາມ, ງານວິໄຈເຫຼົ່ານີ້ສະແດງໃຫ້ເຫັນພຽງແຕ່ຄວາມສາຍພົວພັນ ຊຶ່ງບໍ່ແມ່ນຄວາມສາຍພົວພັນແບບເຫດ ແລະ ຜົນໂດຍກົງ ເພາະວ່າໃນຫຼາຍກໍລະນີ ການນອນຫຼາຍເກີນໄປອາດເປັນອາການຂອງບັນຫາສຸຂະພາບທີ່ຊ່ອນຢູ່ ເຊັ່ນ ຜູ້ປ່ວຍພະຍາດຊຶ້ນຊ້າ ຫຼື ຜູ້ທີ່ມີບັນຫາການນອນໜລັບທີ່ບໍ່ມີຄຸນນະພາບ ເຊັ່ນ ພາວະຫຍຸດຫາຍໃຈຂະນະຫລັບ (Sleep apnoea) ມັກຈະໃຊ້ເວລາຢູ່ເທິງຕຽງນານຂຶ້ນ.

ເຈົ້າຕ້ອງການການນອນໜລັບຈັກຊົ່ວໂມງ?

ການນອນທີ່ເໝາະສົມຈະຊ່ວຍໃຫ້ຮ່າງກາຍໄດ້ພັກຜ່ອນໄປພ້ອມກັບການຟື້ນຟູກ່ອນທີ່ພວກເຮົາຈະຕື່ນມາໃຊ້ຮ່າງກາຍອີກຄັ້ງໃນມື້ຕໍ່ໄປ. ເວລາການນອນທີ່ເໝາະສົມຈະແຕກຕ່າງກັນຕາມຊ່ວງໄວ ໂດຍງານວິໄຈໄດ້ລະບຸໄວ້ ດັ່ງນີ້:

  • ໄວໜຸ່ມ: ຕ້ອງການ 8-10 ຊົ່ວໂມງ
  • ຜູ້ໃຫຍ່: ຕ້ອງການ 7-9 ຊົ່ວໂມງ
  • ຜູ້ສູງອາຍຸ: ອາດໃຊ້ເວລາຢູ່ເທິງຕຽງນານຂຶ້ນ ແຕ່ຄວາມຕ້ອງການການນອນໜລັບແທ້ບໍ່ໄດ້ປ່ຽນແປງຫຼາຍ

ສິ່ງທີ່ສຳຄັນຄື ຄຸນນະພາບຂອງການນອນໜລັບ. ການນອນໜລັບທີ່ມີຄຸນນະພາບ ແລະ ຕໍ່ເນື່ອງແມ່ນສິ່ງສຳຄັນ. ຫາກເຈົ້ານອນ 9 ຊົ່ວໂມງ ແຕ່ຕື່ນບ່ອຍຄັ້ງ ກໍອາດບໍ່ໄດ້ເອີ້ນວ່າເປັນການນອນເກີນ ແຕ່ເປັນພຽງການພະຍາຍາມຊົດເຊີຍການນອນທີ່ບໍ່ພຽງພໍ.

ເຄັດລັບສຳລັບການນອນໜລັບທີ່ດີ

ການນອນໜລັບບໍ່ແມ່ນພຽງແຕ່ເລື່ອງຂອງຈຳນວນຊົ່ວໂມງ ແຕ່ຄືຄຸນນະພາບ ແລະ ຄວາມສະໝ່ຳເສມີທີ່ສົ່ງຜົນໂດຍກົງຕໍ່ສຸຂະພາບກາຍ ແລະ ໃຈຂອງເຈົ້າ. ລອງປັບໃຊ້ເຄັດລັບເຫຼົ່ານີ້ເພື່ອສ້າງນິໄສການນອນທີ່ດີຂຶ້ນ:

  1. ເຂົ້ານອນ ແລະ ຕື່ນນອນໃຫ້ເປັນເວລາ – ການມີຕາຕະລາງເວລາການນອນທີ່ສະໝ່ຳເສມີແມ່ນສິ່ງສຳຄັນ ຈະຊ່ວຍປັບສົມດູນນາລິກາຊີວິດໃຫ້ເຮັດວຽກຢ່າງມີປະສິດທິພາບ
  2. ຮັບແສງແດດຕອນເຊົ້າ ແລະ ອອກກຳລັງກາຍລະຫວ່າງມື້ – ຊ່ວຍປັບວົງຈອນການຫລັບ-ຕື່ນໃຫ້ເປັນປົກກະຕິ ການອອກກຳລັງກາຍອ່າງສະໝ່ຳເສມີຈະຊ່ວຍໃຫ້ເຈົ້າຫລັບໄດ້ງ່າຍ ແລະ ເລິກຂຶ້ນ
  3. ຫຼີກເວັ້ນໜ້າຈໍຢ່າງນ້ອຍໜຶ່ງຊົ່ວໂມງກ່ອນນອນ – ແສງສີຟ້າຈາກໂທລະສັບມືຖືຈະໄປຂັດຂວາງການຜະລິດຮໍໂມນເມລາໂຕນິນ ຊຶ່ງເປັນຮໍໂມນທີ່ຊ່ວຍຄວບຄຸມການນອນໜລັບ
  4. ຈັດສະພາບແວດລ້ອມໃນຫ້ອງນອນໃຫ້ເຢັນ ມືດ ແລະ ງຽບສະງົບ – ຫ້ອງນອນຄວນເປັນສະຖານທີ່ສຳລັບການພັກຜ່ອນຢ່າງແທ້ຈິງ

ຫາກເຈົ້າພົບວ່າຕົນເອງນອນເກີນ 9 ຊົ່ວໂມງເປັນປະຈຳ ຫຼື ຍັງຮູ້ສຶກອ່ອນເພຍເຖິງແມ່ນຈະນອນໜລັບມາດົນແລ້ວ ອາດເປັນສັນຍານຂອງບັນຫາສຸຂະພາບທີ່ຊ່ອນຢູ່ ແລະ ຄວນປຶກສາແພດ ຫຼື ຜູ້ຊ່ຽວຊານດ້ານການນອນໜລັບ.

ທີ່ມາຂ່າວ: timesofindia

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ