site cover1 (77)
ສື່ມວນຊົນ ຕ້ອງຕື່ນຕົວໃນການນຳໃຊ້ ເຕັກໂນໂລຊີ ຢ່າງມີຈັນຍາບັນ ປ້ອງກັນການ ແຜ່ຂະຫຍາຍຂອງຂ່າວປອມ
ຮຽບຮຽງໂດຍ:kaling
ເຜີຍແຜ່: 12 August, 2025

ປະຈຸບັນ, ການຂະຫຍາຍຕົວທາງດ້ານດີຈິຕອນ ເຮັດໃຫ້ສື່ມວນຊົນລາວ ຕ້ອງໄດ້ມີການພັດທະນາຕົນເອງ ໃນການນຳໃຊ້ເຕັກນິກ, ເຄື່ອງມື, ວັດຖຸອຸປະກອນ ທີ່ທັນສະໄໝ ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ໄດ້ຢ່າງວ່ອງໄວ, ທັນເຫດການ ແລະ ອື່ນໆ ພ້ອມນັ້ນ ສື່ມວນຊົນລາວ ຕ້ອງຕື່ນຕົວໃນການນຳໃຊ້ເຕັກໂນໂລຊີ ຢ່າງມີຈັນຍາບັນ, ປ້ອງກັນການແຜ່ຂະຫຍາຍຂອງຂ່າວປອມ ແລະ ປົກປ້ອງຄວາມເປັນສ່ວນຕົວຂອງຜູ້ຮັບຂໍ້ມູນຂ່າວສານ.

ໃນວັນທີ 12 ສິງຫາ 2025 ນີ້ ທີ່ຫໍວັດທະນະທໍາແຫ່ງຊາດ, ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ຈັດສໍາມະນາວິທະຍາສາດ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ, ມີທ່ານ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາການນໍາ, ບັນດາພະນັກງານອາວຸໂສບໍານານ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ ພ້ອມດ້ວຍສື່ມວນຊົນ ຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ງານສໍາມະນາວິທະຍາສາດ ຄັ້ງນີ້ ແມ່ນໄດ້ຮ່ວມກັນສົນທະນາ ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບການພັດທະນາ ຂອງສື່ມວນຊົນ ຈາກອະດີດສູ່ປະຈຸບັນ, ບົດບາດຂອງ AI ໃນຍຸກ 4.0, ຄວາມສຳຄັນຂອງຈັນຍາບັນສື່ ແລະ ທິດທາງໃນອະນາຄົດ.

ໃນໂອກາດນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ກ່າວວ່າ: ງານສຳມະນາວິທະຍາສາດ ຄັ້ງນີ້ ແມ່ນວາລະອັນສຳຄັນທີ່ພວກເຮົາຈະໄດ້ທົບທວນປະຫວັດການພັດທະນາຂອງສື່ມວນຊົນ, ສົນທະນາເຖິງບົດບາດຂອງສື່ໃນຍຸກດີຈີຕອນ ແລະ ສ່ອງເບິ່ງອະນາຄົດທີ່ຍັງຄົງມີຄວາມທ້າທາຍ ແລະ ໂອກາດໃໝ່ໆ.

ປະຈຸບັນ, ພວກເຮົາໄດ້ກ້າວສູ່ຍຸກ 4.0 ຫຼື ຍຸກເລີ່ມຕົ້ນຂອງອິນເຕີເນັດ, ສື່ອອນລາຍ ເລີ່ມປະກົດຕົວ, ເວັບໄຊຂ່າວສານໄດ້ຖືກສ້າງຂຶ້ນ ແລະ ຄົນສາມາດເຂົ້າເຖິງຂໍ້ມູນຂ່າວສານຈາກທົ່ວໂລກໄດ້ງ່າຍຂຶ້ນ ແລະ ໄວຂຶ້ນ. ຍຸກນີ້ ຖືເປັນຈຸດເລີ່ມຕົ້ນຂອງການປ່ຽນແປງທີ່ຍິ່ງໃຫຍ່, ຢູ່ບ່ອນທີ່ສື່ມວນຊົນເລີ່ມມີຄວາມຫຼາກຫຼາຍ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ຮັບຂໍ້ມູນຂ່າວສານໄດ້ຫຼາຍຂຶ້ນ.

ການນຳໃຊ້ປັນຍາປະດິດ AI ແລະ ເຕັກໂນໂລຊີດີຈີຕອນ ທີ່ທັນສະໄໝ ຈະຊ່ວຍໃຫ້ພວກເຮົາສາມາດວິເຄາະຂໍ້ມູນອັນມະຫາສານ, ສ້າງເນື້ອໃນທີ່ມີຄຸນນະພາບ ແລະ ສົ່ງຕໍ່ຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ ຕົວຢ່າງ: ລະບົບ AI ສາມາດຜະລິດ ແລະ ກວດສອບຄວາມຖືກຕ້ອງຂອງຂໍ້ມູນ ແລະ ປຸງແຕ່ງເນື້ອໃນໃຫ້ແທດ ເໝາະກັບຜູ້ຮັບຂໍ້ມູນຂ່າວສານໃນແຕ່ລະກຸ່ມ. ຢ່າງໃດກໍຕາມ, ການນຳໃຊ້ AI ຍັງພາໃຫ້ເກີດຄວາມທ້າທາຍ ເຊັ່ນ: ການປ້ອງກັນຂ່າວປອມ ແລະ ການຄວບຄຸມຄຸນນະພາບຂອງເນື້ອໃນທີ່ຜະລິດໂດຍເຄື່ອງຈັກ.

ໃນທ່າມກາງການພັດທະນາຂອງເຕັກໂນໂລຊີ, ຈັນຍາບັນສື່ມວນຊົນຍັງຄົງເປັນພື້ນຖານທີ່ສຳຄັນ, ສື່ບໍ່ພຽງແຕ່ມີພາລະໃນການນຳສະເໜີຂໍ້ມູນທີ່ຖືກຕ້ອງ ວ່ອງໄວ ແລະ ທັນເວລາ, ແຕ່ຍັງຕ້ອງຮັບປະກັນຄວາມຖືກຕ້ອງ ແລະ ເຄົາລົບສິດທິຂອງຄົນ, ພ້ອມນັ້ນ ພວກເຮົາຕ້ອງຕື່ນຕົວໃນການນຳໃຊ້ເຕັກໂນໂລຊີຢ່າງມີຈັນຍາບັນ, ປ້ອງກັນການແຜ່ຂະຫຍາຍຂອງຂ່າວປອມ ແລະ ປົກປ້ອງຄວາມເປັນສ່ວນຕົວຂອງຜູ້ຮັບຂໍ້ມູນຂ່າວສານ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ